ຄະ​ນະ​ຜູ້​ແທນ​ຂັ້ນ​ສູ​ງ ກະ​ຊວງ​ພາຍ​ໃນ​ ແຫ່ງ ຣາ​ຊະ​ອາ​ນາ​ຈັກ​ກໍ​າ​ປູ​ເຈຍ ນຳ​ພາໂດຍ​ ທ່ານ ງີ ຈັນ​ພອ​ລ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ເດີນ​ທາງ​ມາ​ຮ່ວມກອງ​ປະ​ຊຸມ​ຮ່ວມ​ມື​ 2 ​ຝ່າຍ ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແຫ່ງ ສ​ປ​ປ ລາວ ແລະ ກະ​ຊວງ​ພາຍ​ໃນ ແຫ່ງ ຣາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ທີ່​ຈັດ​ຂຶ້ນ​ໃນລະ​ຫວ່າງ​ວັນ​ທີ 3-6 ມີ​ນານີ້, ໃຫ້​ການ​ຕ້ອນ​ຮັບ​ໂດຍ ພົ​ຈວ ສົມ​ວັນ ສາຍ​ລ້ອງ​ພາ ຫົວ​ໜ້າ​ຫ້ອງວ່າ​ການ​ກະ​ຊວງປ້ອງ​ກັນ​ຄວາມ​ສະ​ຫງົບ ແຫ່ງ ສປປ ລາວ ພ້ອມ​ຄະ​ນະ ໃນ​ຕອນ​ຄ່ຳຂອງວັນ​ທີ 3 ມີ​ນາ 2020 ທີ່​ສະ​ໜາ​ມບິນ​ສາ​ກົນ​ວັດ​ໄຕ.

ໃນ​ໂອ​ກາດ​ດັ່ງ​ກ່າວ, ພົ​ຈວ ສົມ​ວັນ ສາຍ​ລ້ອງ​ພາ ​ໄດ້​ສະ​ແດງ​ຄວາມ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ ພ້ອມ​ທັງ​ຕີ​ລາ​ຄາ​ສູງ​ຕໍ່​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ທີ່​ເດີນ​ທາງ​ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຮ່ວມ​ກັບ​ກະ​ຊວງປ້ອງ​ກັນ​ຄວາມ​ສະ​ຫງົບ​ໃນ​ຄັ້ງ​ນີ້; ເປັນ​ການ​ຮັດ​ແໜ້ນ​ຄວາມ​ສາ​ມັກ​ຄີ, ເສ​ີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ 2 ປະ​ເທດ​ລາວ-ກຳ​ປູ​ເຈຍ ເວົ້າ​ລວມ ເວົ້າ​ສະ​ເພາະ​ກໍ​ແມ່ນ 2 ກະ​ຊວງປ້ອງ​ກັນ​ຄວາມ​ສະ​ຫງົບ ແຫ່ງ ສ​ປ​ປ ລາວ ແລະ ກະ​ຊວງ​ພາຍ​ໃນ ແຫ່ງ​ຣາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ​ໃຫ້​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ.