ກອງປະຊຸມຄະນະກະກຽມ ການຮ່ວມມືປ້ອງກັນຄວາມສະຫງົບ ລາວ-ກໍາປູເຈຍ

0
2088

ກອງປະຊຸມຄະນະກະກຽມ ໃຫ້ແກ່ ກອງປະຊຸມລະດັບລັດຖະມົນຕີ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງພາຍໃນ ແຫ່ງ ຣາຊະອານາຈັກກຳປູເຈຍ ໄດ້ຈັດຂຶ້ນໃນວັນທີ 4 ມີນາ 2020 ທີ່ນະຄອນຫຼວງວຽງຈັນ ເພື່ອປືກສາຫາລືແລກປ່ຽນຄວາມຄິດເຫັນໃສ່ຮ່າງບົດບັນທຶກຮ່ວມມື 2 ຝ່າຍ ໃຫ້ມີຄວາມເປັນເອກະພາບກັນ ກ່ອນນໍາສະເໜີ ໃຫ້ ລັດຖະມົນຕີ 2 ຝ່າຍ ພິຈາລະນາ ແລະ ລົງນາມຮ່ວມມືກັນ ໃນມື້ຕໍ່ໄປ.

ກອງປະຊຸມຄັ້ງນີ້ ຝ່າຍລາວນໍາໂດຍ ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ຝ່າຍກຳປູເຈຍນຳໂດຍ ທ່ານ ງີ ຈັນພຼອນ ຮອງລັດຖະມົນຕີ ກະຊວງພາຍໃນ ພ້ອມດ້ວຍຄະນະຜູ້ແທນ 2 ຝ່າຍ ເຂົ້າຮ່ວມ.

ໃນກອງປະຊຸມ ຄະນະຜູ້ແທນທັງ 2 ຝ່າຍ ໄດ້ພ້ອມກັນປຶກສາຫາລື ແລກປ່ຽນຄວາມຄິດຄວາມເຫັນເຊິ່ງກັນແລະກັນ, ໄດ້ມີການຄົ້ນຄວ້າພິຈາລະນາບັນຫາຕ່າງໆ ທີ່ກ່ຽວຂ້ອງກັບກອງປະຊຸມ ໂດຍສະເພາະແມ່ນ ລະບຽບວາລະຂອງ ກອງປະຊຸມລະດັບລັດຖະມົນຕີ ຮ່າງບົດບັນທຶກການຮ່ວມມືລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງພາຍໃນ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈໍາປີ 2020 ໃຫ້ມີຄວາມລະອຽດຖີ່ຖ້ວນ ແລະ ແທດເໜາະກັບສະພາບຄວາມເປັນຈິງ ພ້ອມທັງມີຄວາມເປັນເອກະພາບກັນ ກ່ອນນຳສະເໜີໃຫ້ລັດຖະມົນຕີ ຂອງ 2 ຝ່າຍ ພິຈາລະນາ ແລະ ລົງນາມຮ່ວມກັນ.

ເນື້້ອໃນການປືກສາຫາລືໃນຄັ້ງນີ້ມີ:

ການຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ, ການຮ່ວມມືໃນການກວດກາ ແລະ ຄວບຄຸມຢາເສບຕິດ, ການຮ່ວມມືວຽກງານຕ້ານການຄ້າມະນຸດ, ການຮ່ວມມືອໍານວຍຄວາມສະດວກ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນການເຂົ້າ-ອອກເມືອງ, ການໂອນໂຕນັກໂທດ, ການຮ່ວມມືແລກປ່ຽນການຢ້ຽມຢາມຂອງ ຄະນະຜູ້ແທນ, ການຮ່ວມມືດ້ານການກໍ່ສ້າງກຳລັງ ແລະ ການຮ່ວມມືດ້ານອື່ນໆອີກຈໍານວນໜຶ່ງ.