ໃນຕອນເຊົ້າຂອງວັນທີ 4 ມີນາ 2020, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ພ້ອມຄະນະ ຈາກສູນກາງ ແລະ ການນຳແຂວງໄຊຍະບູລີ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມຕໍ່ນາຍ ແລະ ພົນທະຫານ ກອງພົນທະຫານຮາບທີ 2 ທີ່ຫ້ອງປະຊຸມໃຫຍ່ຂອງກອງພົນດັ່ງກ່າວ.

          ຄະນະຂອງທ່ານ ນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານຫຍໍ້ ສະພາບການເຄື່ອນໄຫວ, ຊີ້ນຳ-ບັນ ຊາ ແລະ ການປະຕິບັດວຽກງານວິຊາສະເພາະ ພາຍໃນກອງພົນທະຫານຮາບທີ 2 ຈາກທ່ານ ຫົວໜ້າກອງພົນທະຫານຮາບທີ 2. ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມ ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ, ໝາກຜົນອັນພົ້ນເດັ່ນຂອງການປົກປັກຮັກສາ ແລະ ສ້າງສາພັດທະນາລະບອບໃໝ່ ຕະຫຼອດໄລຍະ 45 ປີທີ່ຜ່ານມາ, ກາລະໂອກາດ ແລະ ສິ່ງທ້າທາຍ ຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດເຮົາ ໃນປະຈຸບັນ ກໍ່ຄື ອະນາຄົດ, ປະຫວັດ ແລະ ສະພາບຈຸດພິເສດຂອງແຂວງໄຊຍະບູລີ, ມູນເຊື້ອອັນດີງາມຂອງກອງທັບ ໂດຍສະເພາະ ກອງພົນທະຫານຮາບທີ 2, ຄວາມພະຍາຍາມ ແລະ ເອົາໃຈໃສ່ ຂອງພັກ-ລັດຖະບານ ຕໍ່ການສ້າງ ແລະ ປັບປຸງກອງທັບ ໃຫ້ມີຄວາມເຕີບໃຫຍ່, ໜັກແໜ້ນ ແລະ ເຂັ້ມແຂງຮອບດ້ານ ຢ່າງບໍ່ຢຸດຢັ້ງ.

ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນເນັ້ນໜັກໃຫ້ນາຍ ແລະ ພົນທະຫານ ທົ່ວກອງ ພົນທະຫານຮາບທີ 2 ສືບຕໍ່ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ຮໍ່າຮຽນນ້ຳໃຈວິລະຊົນ, ນ້ຳໃຈພິລະອາດຫານ, ມູນເຊື້ອຂອງກອງທັບ, ເຊື່ອມຊຶມແນວທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ; ເອົາໃຈໃສ່ຝຶກແອບວິຊາສະເພາະ ໃຫ້ມີຄວາມຊຳນິຊຳນານ, ມີຄວາມພ້ອມຢູ່ສະເໝີ ໂດຍສະເພາະສິນລະປະຍຸດ-ຍຸດ ທະວິທີ; ເຂັ້ມງວດ ໃນການປະຕິບັດລະບຽບວິໄນ, ຕ້ອງລົງເຮັດວຽກຮາກຖານ, ເຂົ້າຮ່ວມຂະບວນການພັດທະນາຂອງປະຊາຊົນ ໃຫ້ເລິກເຊິ່ງເຖິງຖອງ, ກຳຮາກຖານ ໃຫ້ໄດ້ຢ່າງຮອບດ້ານ, ມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມສາມັກຄີເປັນນ້ຳໜຶ່ງໃຈດຽວກັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປະຕິບັດຫຼັກການເຮັດວຽກ ແບບລວມສູນປະຊາທິປະໄຕ ຂັ້ນລຸ່ມຕ້ອງປະຕິບັດຕາມມະຕິຄຳສັ່ງຂອງຂັ້ນເທິງ, ມີການປຶກສາຫາລືກັນ, ແບ່ງງານ, ແບ່ງຄວາມຮັບຜິດຊອບ, ເຮັດຫຼ້ອນໜ້າທີ່, ຂັ້ນເທິງຕ້ອງເປັນແບບຢ່າງໃຫ້ຂັ້ນລຸ່ມ, ນາຍ ແລະ ພົນທະຫານ ຕ້ອງເປັນແບບຢ່າງໃຫ້ປະຊາຊົນ ຢ່າງແທ້ຈິງ.

ພ້ອມກັນນັ້ນ, ຍັງໄດ້ຊີ້ນຳແຂວງ ໃຫ້ເອົາໃຈໃສ່ນໍາໃຊ້ທ່າແຮງຂອງແຂວງໄຊຍະບູລີ ທີ່ເປັນແຂວງມີຊາຍແດນຕິດຈອດກັບປະເທດໃກ້ຄຽງ ໃຫ້ເກີດປະຜົນປະໂຫຍດສູງສຸດ ໂດຍມີການສ້າງແຜນ ໃຫ້ແທດກັບຕົວຈິງ,​ ເອົາໃຈໃສ່ພັດທະນາວຽກງານການທ່ອງທ່ຽວ, ຮັກສາຮີດຄອງປະເພນີ ແລະ ປົກປັກຮັກສາປ່າໄມ້-ສັດນໍ້າສັດປ່າ ໃຫ້ຍືນຍົງ,​ ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພຂອງຄົນບໍ່ຫວັງດີ, ການນໍາໃຊ້ສື່ອອນລາຍຕ່າງໆ ໃຫ້ເກີດປະໂຫຍດ ແລະ ຖືກຕ້ອງ, ຕ້ອງມີນໍ້າໃຈຮັກຊາດ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ.

ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ຍັງໄດ້ມອບເງິນຈຳນວນໜຶ່ງໃຫ້ກອງພົນທະຫານຮາບທີ 2 ເພື່ອນຳໃຊ້ເຂົ້າໃນວຽກງານບໍລິຫານຂອງກອງພົນ ຕື່ມອີກ.