ໃນວັນທີ 3 ມີນາ 2020, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມພື້ນຖານການຜະລິດຢູ່ແຂວງໄຊຍະບູລີ ໂດຍມີທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍອໍານາດການປົກຄອງແຂວງ ແລະ ປະຊາຊົນ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ກ່ອນອື່ນ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເດີນທາງໄປໄປຢ້ຽມຢາມສະຫະກອນ ສົ່ງເສີມກະສິກຳ ຢູ່ເມືອງຫົງສາ, ເຊິ່ງສະຫະກອນດັ່ງກ່າວ ສ້າງຕັ້ງຂຶ້ນໃນວັນທີ 20 ກໍລະກົດ 2018 ມີສະມາຊິກທັງໝົດ 137 ຄອບຄົວ, ມີຄະນະກຳມະການບໍລິຫານ 7 ທ່ານ, ຄະນະກວດກາ 3 ທ່ານ, ທັງໝົດເປັນຕົວແທນຂອງສະມາຊິກ (ຊາວບ້ານ) ແລະ ໄດ້ຮັບການເລືອກຕັ້ງໃນກອງປະຊຸມໃຫຍ່ຂອງສະມາຊິກ ໂດຍບໍລິສັດ ໄຟຟ້າຫົງສາ ຈຳກັດ ເປັນຜູ້ຈັດຕັ້ງ ແລະ ສະໜັບສະໜູນ, ກົມພັດທະນາຊົນນະບົດ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້ ແລະ ໜ່ວຍງານຄຸ້ມຄອງການຍົກຍ້າຍຈັດສັນ ເປັນທີ່ປຶກສາ.

ສະຫະກອນ ສົ່ງເສີມກະສິກຳ ເມືອງຫົງສາ ເປັນສະຫະກອນຂະໜາດນ້ອຍ ແລະ ຫາກໍ່ຈັດຕັ້ງໃໝ່ ຈຶ່ງເຮັດໃຫ້ການດຳເນີນທຸລະກິດຍັງບໍ່ກວ້າງຂວາງ ທຶນໃນການດຳເນີນທຸລະກິດມີບໍ່ຫຼາຍ, ການຜະລິດຂອງສະມາຊິກ ຍັງບໍ່ສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດໄດ້ຢ່າງພຽງພໍ, ແຕ່ສະຫະກອນ ກໍມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ດ້ວຍຮູບແບບທີ່ສະມາຊິກທຸກຄົນເປັນເຈົ້າຂອງສະຫະກອນ ມີການປະກອບຫຸ້ນໃນແຕ່ລະເດືອນ  ມີການວາງແຜນການຜະລິດຮ່ວມກັນ ແລະ ແຈ້ງຄວາມຕ້ອງການຂອງຕະຫຼາດ ແລະ ຄໍ້າປະກັນລາຄາຜົນຜະລິດ/ຜະລິດຕະພັນໃຫ້ແກ່ສະມາຊິກທຸກໆເດືອນ. ສະຫະກອນ ຈະສະໜອງປັດໄຈການຜະລິດໃຫ້ແກ່ສະມາຊິກ,  ສະມາຊິກເປັນຜູ້ຜະລິດ ແລະ ຂາຍຄືນໃຫ້ສະຫະກອນ,  ສະຫະກອນເປັນຜູ້ບໍລິຫານຈັດການ ດ້ານຄຸນນະພາບ, ການປຸງແຕ່ງ, ການຫຸ້ມຫໍ່ ແລະ ການຕະຫຼາດ. ປັດຈຸບັນf ສະຫະກອນມີ ລູກຈ້າງ 4 ຄົນ ແລະ ມີພະນັກງານບໍລິສັດ ໄຟຟ້າຫົງສາ ຈຳກັດ ຈຳນວນ 16 ຄົນເປັນຜູ້ອຳນວຍຄວາມສະດວກ. ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ທີ່ມີມູນຄ່າການລົງທຶນ 3.710 ລ້ານໂດລາສະຫະລັດ, ອາຍຸສໍາປະທານ 25 ປີ (2016-2041) ໃນເນື້ອທີ່ 76,2 ກິໂລຕາແມັດ, ມີກໍາລັງການຕິດຕັ້ງ 3 ໜ່ວຍ x 626 ເມກາວັດ, ກໍາລັງການຜະລິດລວມ 1.878 ເມກາວັດ, ຈໍາໜ່າຍໄຟຟ້າໃຫ້ແກ່:  ລັດວິສາຫະກິດໄຟຟ້າລາວ 100 ເມກາວັດ ແລະ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ 1.473 ເມກາວັດ.

ໃນຕອນບ່າຍ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມຊຸກຍູ້ພື້ນຖານການຜະລິດຢູ່ເມືອງໄຊຍະບູລີ ໂດຍໄດ້ໄປຢ້ຽມຢາມການຜະລິດເຂົ້າສະອາດເປັນສິນຄ້າຢູ່ບ້ານນາລາ; ບ້ານນາລາ ມີພົນລະເມືອງທັງໝົດ 744 ຄົນ, ຍິງ 374 ຄົນ, ມີ 142 ຄອບຄົວ, ແບ່ງເປັນ 14 ໜ່ວຍ, ປະຊາຊົນສ່ວຍຫຼາຍປະກອບອາຊີບເປັນຊາວກະສິກອນ ເຊີ່ງກວມເອົາ 60.56%, ໃນນີ້ ແມ່ນປູກເຂົ້າ ແລະ ປູກພືດເປັນສິນຄ້າ ເປັນຕົ້ນຕໍ.

ປັດຈຸບັນ, ກຳລັງສຸມໃສ່ການປູກເຂົ້າລະດູແລ້ງ, ເຊິ່ງສາມາດຈັດຕັ້ງປະຕິບັດໄດ້ທັງໝົດ 62.30 ເຮັກຕາ ລື່ນແຜນການທີ່ວາງໄວ້ 7.30 ເຮັກຕາ ໂດຍແບ່ງອອກເປັນສາມກຸ່ມການຜະລິດຄື: ກຸ່ມຜະລິດແນວພັນເຂົ້າ ປະກອບມີ 21 ຄອບຄົວ ມີເນື້້ອທີ່ປູກທັງໝົດ 19.45 ເຮັກຕາ, ເຊິ່່ງເປັນການຜະລິດແນວພັນເຂົ້າລະດູທຳອິດຂອງກຸ່ມ ມີຊື່ວ່າເຂົ້າຖິ່ນແກ້ວ 17 ລຸ້ນ 3, ຕໍ່ມາ ແມ່ນກຸ່ມຜະລິດເຂົ້າສະອາດເພື່ອເປັນສິນຄ້າ ປະກອບ 47 ຄອບຄົວ ປູກໃນເນື້ອທີ່ 38.47 ເຮັກຕາ ແລະ ກຸ່ມທີ່ປູກເຂົ້າທົ່ວໄປ ທີ່ບໍ່ໄດ້ຮ່ວມໂຄງການມີ 39 ຄອບຄົວ ປູກໃນເນື້ອທີ່ 4.38 ເຮັກຕາ.

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ມອບທຶນສົມທົບໃນການຊ່ອຍເຫຼືອຊື້ອຸປະກອນການຜະລິດເຄືື່ອງຄັດເມັດພັນເຂົ້າ ໃຫ້ແກ່ປະຊາຊົນພາຍໃນບ້ານຕື່ມອີກ. ຕໍ່ມາທາງຄະນະ ໄດ້ໄປຢ້ຽມຢາມໂຄງການປູກໝາກຖົ່ວເຫຼືອງ ມີເນື້ອທີ່ປູກທັງໝົດ 489 ເຮັກຕາ ເຊິ່ງເປັນການລົງທຶນຂອງນັກທຸລະກິດຈີນ ຢູ່ເມືອງພຽງ, ແຂວງໄຊຍະບູລີ ໃນຮູບແບບເຊົ່າດິນຈາກປະຊາຊົນ ແລະ ນໍາໃຊ້ແຮງງານລາວ 800-1.000 ຄົນ ທັງປູກ ແລະ ເກັບກ່ຽວ, ບໍລິສັດຈີນ ແມ່ນຈະເປັນຜູ້ສະໜອງທຶນ ແລະ ເຕັກນິກໃນການປູກ, ເຮັດໃຫ້ປະຊາຊົນມີລາຍໄດ້ສະເລ່ຍ  ມື້ໜຶ່ງ 150.000 ກີບ/ຄົນ/ມື້.