ທ້າຍອາທິດທີ່ຜ່ານມາ, ພະແນກສືບສວນ-ສອບສວນ ປກສ ແຂວງອັດຕະປື ນຳກຳລັງເຈົ້າໜ້າທີ່ວິຊາສະເພາະ ເຂົ້າຈັບກຸມເປົ້າໝາຍເຄື່ອນໄຫວລັກຊັບພົນລະເມືອງ (ລັກລົດຈັກ) ໄດ້ຈຳນວນ 5 ຄົນ ຍິງ 1 ຄົນ ພ້ອມເກັບກູ້ລົດຈັກໄດ້ 6 ຄັນ ຈາກ 15 ຄັນ ທີ່ຄົນຮ້າຍກໍ່ເຫດລັກໄປ ແລະ ສືບຕໍ່ເກັບກູ້ຂອງກາງໃຫ້ໄດ້ໝົດ ກ່ອນແຈ້ງໃຫ້ເຈົ້າຂອງຊັບມາຮັບເອົາຄືນ.

ພັທ ວົງລະຄອນ ປະທຸມມະແສງ ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງອັດຕະປື ໃຫ້ຮູ້ວ່າ: ໃນຕົ້ນເດືອນກຸມພາ 2020, ປະຊາຊົນໃນເທດສະບານເມືອງສະມັກຄີໄຊ ເຂົ້າແຈ້ງຄວາມວ່າ: ມີກຸ່ມຄົນບໍ່ດີເຄື່ອນໄຫວລັກລົດຈັກຂອງປະຊາຊົນຈຳນວນຫຼາຍຄັນ, ເມື່ອເຈົ້າໜ້າທີ່ໄດ້ຮັບແຈ້ງຄວາມຄືແນວນັ້ນ ກໍໄດ້ປະ ສານສົມທົບກັບພາກສ່ວນທີ່ກ້ຽວຂ້ອງລົງຕິດຕາມຫາກຸ່ມຄົນຮ້າຍຢູ່ຕາມຈຸດຫຼໍ່ແຫຼມຕ່າງໆ. ຜ່ານການຕິດຕາມເປັນເວລາ 2 ອາທິດ ຈຶ່ງຮູ້ໄດ້ເປົ້າໝາຍກໍ່ເຫດລັກຊັບພົນລະເມືອງໃນເຂດເທດສະບານແຂວງ ມີຈຳນວນຄົນ 5 ຄົນ ຍິງ 1 ຄົນ. ມາຮອດວັນທີ 27 ກຸມພາ 2020, ເຈົ້າໜ້າທີ່ໜ່ວຍງານວິຊາສະເພາະ ໄດ້ທຳການປິດລ້ອມເຂົ້າຈັບຕົວຜູ້ຖືກຫາໄດ້ທັງໝົດ ຄື: ທ້າວ ສຸກວິໄລ ຫຼື ໂຫຼຍ ອາຍຸ 26 ປີ; ທ້າວ ແອ ອາຍຸ 27 ປີ ທັງ 2 ຢູ່ບ້ານເຊໃຫ່ຍ, ທ້າວ ເຕື່ອຍ ອາຍຸ 26 ຢູ່ບ້ານເຊກອງ, ທ້າວ ດຳ ອາຍຸ 28 ປີ ຢູ່ ບ້ານໂສກຄຳ ທັງ 4 ຄົນ ຂຶ້ນກັບເມືອງ ສາມັກຄີໄຊ ແລະ ນາງ ດວງໃຈ ຫຼື ໂຢດ ອາຍຸ 24 ປີ ຢູ່ບ້ານໂພໄຊ ເມືອງໄຊເສດຖາ ທັງໝົດຢູ່ແຂວງອັດຕະປື ພ້ອມທັງເກັບກູ້ຂອງກາງທີ່ພວກກ່ຽວນຳໄປຂາຍ ແລະ ຊຸກເຊື່ອງຢູ່ຕາມຈຸດຕ່າງໆໄດ້ 6 ຄັນ ໄປສອບສວນ.

ຜ່ານການສອບສວນເບື້ອງຕົ້ນ, ພວກກ່ຽວຮັບສາລະພາບວ່າ: ໄດ້ຮ່ວມກັນລັກລົດຂອງປະຊາຊົນແທ້ ແລ້ວນຳໄປຂາຍໃຫ້ກັບພັກພວກທີ່ຮັບຊື້ ແລະ ຊຸກເຊື່ອງ ໄວ້ຂາຍຢູ່ຕາມເຮືອນ ຫຼື ນຳລົດທີ່ລັກມານັ້ນ ໃຊ້ເຂົ້າໃນການ ກະທຳຜິດຄັ້ງຕໍ່ໄປ, ສ່ວນເງິນທີ່ໄດ້ຈາກການລັກຊັບໄປຂາຍແມ່ນໄດ້ມາແບ່ງປັນກັນໃຊ້ຈ່າຍຫຼິ້ນກິນຈົນໝົດ, ເຊິ່ງໃນໄລຍະຜ່ານມາ ພວກກ່ຽວໄດ້ກໍ່ເຫດລັກລົດມາແລ້ວ 15 ຄັ້ງ.

ປັດຈຸບັນ, ຄະດີດັ່ງກ່າວເຈົ້າໜ້າທີ່ກຳລັງສອບສວນເພີ່ມເຕີມຫາກຸ່ມແກ້ງ ຫຼື ພັກພວກທີ່ຮັບຊື້ຊັບຜິດກົດໝາຍ ພ້ອມທັງຕິດຕາມເກັບກູ້ລົດຈັກທີ່ພວກກ່ຽວນຳໄປຂາຍ ຫຼື ຈຳ ແລະ ຊຸກເຊື່ອງຢູ່ຕາມຈຸດຕ່າງໆອີກຈຳນວນ 9 ຄັນ, ເມື່ອເກັບກູ້ຄືນໄດ້ໝົດແລ້ວ ແມ່ນຈະໄດ້ກວດກາຢ່າງລະອຽດກ່ອນແຈ້ງຫາເຈົ້າຂອງລົດມາຮັບເອົາຄືນ.

ໃນໂອກາດນີ້, ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງອັດຕະປື ຍັງໄດ້ກ່າວເຕືອນປະຊາຊົນຜູ້ທີ່ນຳໃຊ້ລົດຈັກ ຫຼື ລົດໃຫຍ່ຄວນມີສະຕິໃນການປົກປັກຮັກສາຊັບສິນ, ບໍ່ເປີດຊ່ອງຫວ່າງໃຫ້ກັບກຸ່ມຄົນບໍ່ດີກໍ່ເຫດລັກ, ປຸ້ນຈີ້ ໄດ້. ຖ້າຫາກວ່າ ພົບເຫັນການເຄື່ອນໄຫວຂອງກຸ່ມຄົນບໍ່ດີໃນຮູບແບບໃດກໍຕາມແມ່ນໃຫ້ແຈ້ງຕໍ່ອຳນາດການປົກຄອງບ້ານ ຫຼື ເຈົ້າໜ້າທີ່ຕຳຫຼວດ ເພື່ອຕິດຕາມ ແລະ ແກ້ໄຂໃຫ້ທັນເວລາ.