ກະຊວງ ປກສ ໄດ້ຈັດພິທີປະກາດໂຍກຍ້າຍ-ແຕ່ງຕັ້ງ ພະນັກງານຂັ້ນນຳພາ ກົມໃຫຍ່ສັນຕິບານ ໃນວັນທີ 6 ມີນາ 2020, ເປັນປະທານໂດຍ ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ລັດຖະມົນຕີ ກະຊວງ ປກສ, ມີຄະນະປະຈຳພັກ-ຄະນະພັກກົມ, ພະນັກງານຫຼັກແຫຼ່ງກົມກອງອ້ອມຂ້າງກະຊວງ ແລະ ກົມໃຫຍ່ສັນຕິບານ ເຂົ້າຮ່ວມ.

ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ເລກທີ 571/ປກສ ລົງວັນທີ 28 ກຸມພາ 2020 ວ່າດ້ວຍ ການໂຍກຍ້າຍນາຍຕຳຫຼວດ ທີ່ຂຶ້ນກັບ ກະຊວງປ້ອງກັນຄວາມສະຫງົບ ເຊິ່ງໄດ້ໂຍກຍ້າຍ:

  • ພົຕ ບຸນມີ ແສງຄໍາຢອງ ຫົວໜ້າກົມໃຫຍ່ສັນຕິບານ ໄປຮັບໜ້າທີ່ໃໝ່ເປັນ ຜູ້ຊ່ວຍລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ.
  • ບົ່ງໂຕແຕ່ງຕັ້ງສະຫາຍ ພົຈວ ບົວວັນ ວົງສາວັນທອງ ເປັນ ເລຂາຄະນະພັກ ກົມໃຫຍ່ສັນຕິບານ ແລະ ແຕ່ງຕັ້ງເປັນ ຮັກສາການ ຫົວໜ້າກົມໃຫຍ່ສັນຕິບານ.

ໃນໂອກາດດັ່ງກ່າວ, ພົທ ວິໄລ ຫຼ້າຄຳຟອງ ກ່າວວ່າ:

ການປະກາດໂຍກຍ້າຍ ແລະ ແຕ່ງຕັ້ງຄັ້ງນີ້ ແມ່ນເພື່ອເປັນການປັບປຸງການຈັດຕັ້ງຂອງ ກໍາລັງປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະແມ່ນ ກົມໃຫຍ່ສັນຕິບານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ສາມາດຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ການເມືອງ ໃນແຕ່ລະໄລຍະ.

ສະນັ້ນ, ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ, ເປັນແບບຢ່າງໃນການຈັດຕັ້ງປະຕິບັດແນວທາງຂອງພັກ ແລະ ການຊີ້ນຳຂອງຂັ້ນເທິງ, ເອົາໃຈໃສ່ກໍ່ສ້າງ-ປັບປຸງກຳລັງ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ມີແບບແຜນທີ່ທັນສະໄໝ ເພື່ອຮັບໃຊ້ຊາດ-ຮັບໃຊ້ປະຊາຊົນຢ່າງແທ້ຈິງ.