ກອງປະຊຸມໃຫຍ່ ຄັ້ງທີ VI ຂອງ ອົງຄະນະພັກ ກົມໃຫຍ່ພະລາທິການ

0
2281

ກອງປະຊຸມໃຫຍ່ ຄັ້ງທີ VI ຂອງ ອົງຄະນະພັກ ກົມໃຫຍ່ພະລາທິການ ກະຊວງ ປກສ ຈັດຂຶ້ນໃນວັນທີ 6 ມີນາ 2020, ເປັນປະທານໂດຍ ສະຫາຍ ພົຈວ ໜູດີ ມີໄຊຍະລາດ ເລຂາອົງຄະນະພັກ ຫົວໜ້າກົມໃຫຍ່ພະລາທິການ, ເຂົ້າຮ່ວມມີ ສະຫາຍ ພົຕ ກົງທອງ ພົງວິຈິດ ຮອງເລຂາຄະນະພັກກະຊວງ ຮອງລັດຖະມົນຕີ ກະຊວງ ປກສ, ມີບັນດາຄະນະພັກກົມໃຫຍ່, ຫ້ອງວ່າການກະຊວງ, ກົມ, ກອງບັນຊາການ, ວິທະຍາຄານ, ລັດວິສາຫະກິດ, ສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ.

ສະຫາຍ ພົຈວ ທອງສຸກ ຢ່າເອີລາວລີ ຮອງເລຂາອົງຄະນະພັກ ຮອງຫົວໜ້າກົມໃຫຍ່ພະລາທິການ ກ່າວວ່າ:

ຕະຫຼອດໄລຍະ 5 ປີຜ່ານມາ, ຄະນະພັກ-ຄະນະກົມໃຫຍ່ພະລາທິການ ໄດ້ຕັ້ງໜ້າເຄື່ອນໄຫວນໍາພາວຽກງານພະລາທິການ ຮັບໃຊ້ກໍາລັງປ້ອງກັນຄວາມສະຫງົບ, ປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ, ທັງປັບປຸງກໍ່ສ້າງກໍາລັງພະລາທິການ ໃຫ້ເຕີບໃຫຍ່ເຂັ້ມແຂງເປັນກ້າວໆ.

ຄຽງຄູ່ກັນນັ້ນ, ຍັງໄດ້ຖືເປັນສໍາຄັນ ແລະ ເປັນເຈົ້າການຍາດແຍ່ງແຫຼ່ງງົບປະມານຮັບໃຊ້ວຽກງານປ້ອງກັນຄວາມສະຫງົບ, ແກ້ໄຂຊີວິດການເປັນຢູ່ຂອງນາຍ ແລະ ພົນຕໍາຫຼວດ ສະແດງອອກຄື:

  • ຄ່າທໍານຽມ ໄດ້ຮັບອະນຸມັດ 44,26 ຕື້ກີບ ປະຕິບັດໄດ້ 126,39 ຕື້ກີບ
  • ຄ່າບໍລິການ ໄດ້ຮັບອະນຸມັດ 132,55 ຕື້ກີບ ປະຕິບັດໄດ້ 138,68 ຕື້ກີບ
  • ຈັດຕັ້ງແຜນງົບປະມານລາຍຈ່າຍປົກກະຕິ ໄດ້ຮັບອະນຸມັດ 8.393,48 ຕື້ກີບ ປະຕິບັດໄດ້ 8.393,36 ຕື້ກີບ

ນອກຈາກນີ້, ຍັງໄດ້ເບີກ-ຈ່າຍເຄື່ອງອຸປະໂພກ 70 ລາຍການ ມູນຄ່າ 383.25 ຕື້ກີບ, ເຂົ້າແຮກະຊວງ 1.000 ໂຕນ ມູນຄ່າ 2.63 ຕື້ກີບ, ເຄື່ອງເຮືອນຄົວ 33 ລາຍການ ມູນຄ່າ 383,6 ລ້ານກີບ, ເຄື່ອງໃຊ້ຫ້ອງການ 131 ລາຍການ ມູນຄ່າ 8,43 ຕື້ກີບ, ອຸປະກອນສິດສອນ 175 ລາຍການ ມູນຄ່າ 5,10 ຕື້ກີບ ແລະ ເຄື່ອງແບບພິມ 63 ລາຍການ ມູນຄ່າ 2.04 ຕື້ ກີບ ແລະ ວຽກງານອື່ນໆອີກ.

ຕໍ່ກັບຜົນງານທີ່ຍາດມາໄດ້ຂ້າງເທິງນັ້ນ, ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕໍາຫຼວດ ພາຍໃນ ກົມໃຫຍ່ພະລາທິການ ກໍໄດ້ຮັບການຍ້ອງປະເພດຕ່າງໆ; ໃນນັ້ນ, ໄດ້ຮັບການຍ້ອງຍໍເຊັ່ນ:

  • ຫຼຽນໄຊແຮງງານ 50 ສະຫາຍ
  • ຫຼຽນກາແຮງງານ 76 ສະຫາຍ
  • ຫຼຽນໄຊມິດຕະພາບ 2 ສະຫາຍ
  • ໃບຍ້ອງຍໍຂັ້ນຕ່າງໆ 460 ສະຫາຍ

ສາມາດຂະຫຍາຍມະຫາຊົນເຂົ້າພັກສໍາຮອງໄດ້ 185 ສະຫາຍ ຍິງ 88 ສະຫາຍ, ເລື່ອນສໍາຮອງຂຶ້ນສົມບູນ 177 ສະຫາຍ ຍິງ 73 ສະຫາຍ; ປັດຈຸບັນ, ທົ່ວອົງຄະນະພັກກົມໃຫຍ່ພະລາທິການ ມີສະມາຊິກພັກທັງໝົດ 502 ສະຫາຍ ທຽບໃສ່ 5 ປີຜ່ານມາ ເພີ່ມ ຂຶ້ນ 130 ສະຫາຍ.

ໃນຕໍ່ໜ້າ, ຄະນະພັກ-ຄະນະກົມ ຈະສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດ ແຜນງານຮັບປະກັນພະລາທິການ ໃຫ້ແກ່ ກໍາລັງປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນ 6 ໂຄງການ ທີ່ໄດ້ກໍານົດໄວ້ ເປັນຕົ້ນແມ່ນ: ປັບປຸງວຽກງານການເງິນ ແລະ ຄຸ້ມຄອງການລົງທຶນຂອງລັດ ໃຫ້ ກໍາລັງປ້ອງກັນຄວາມສະຫງົບ, ປັບປຸງວຽກງານອຸປະໂພກ-ບໍລິໂພກ ຮັບໃຊ້ຊີວິດການເປັນຢູ່ຂອງນາຍ ແລະ ພົນຕໍາຫຼວດ, ການປະກອບ, ຄຸ້ມຄອງພາຫະນະອື່ນໆໃຫ້ຖືກ ກັບເປົ້າໝາຍ ແລະ ລະບຽບກົດໝາຍ ພ້ອມທັງພົວພັນຍາດແຍ່ງແຫຼ່ງທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອພັດທະນາກໍາລັງປ້ອງກັນຄວາມສະຫງົບ ໃຫ້ທັນສະໄໝເທື່ອລະກ້າວ.

ສຸດທ້າຍໃນກອງປະຊຸມ, ກໍໄດ້ມີການປ່ອນບັດເລືອກເອົາ ຄະນະພັກຊຸດໃໜ່ ເຊິ່ງມີຜູ້ລົງສະໝັກທັງໝົດ 17 ສະຫາຍ, ເລືອກເອົາ 15 ສະຫາຍ, ຜ່ານການປ່ອນບັດສາມາດເລືອກໄດ້ດັ່ງນີ້:

  • ສະຫາຍ ພົຈວ ໜູດີ ມີໄຊຍະລາດ ເປັນ ເລາຂາ
  • ພົຈວ ທອງສຸກ ຢ່າເອີລາວລີ ເປັນ ຮອງເລຂາ
  • ພັອ ຄຳແພງ ລາວລີ ເປັນ ປະທານກວດກາ
  • ພັອ ສີທອນ ເປັນ ຮອງປະທານກວດກາ