ກົມກວດກາ-ກວດການ ກະຊວງ ປກສ ໄດ້ຈັດພິທີມອບ-ຮັບໜ້າທີ່ ຫົວໜ້າກົມກວດກາ-ກວດການ ລະຫວ່າງ ພົຈວ ດວງປີ ດາມະນີວົງ ຫົວໜ້າກົມກວດກາກວດ-ການ (ຜູ້ເກົ່າ) ແລະ ພັອ ຄຳຜາສິດ ບົງມູນທອງ ຮັກສາການຫົວໜ້າກົມກວດກາ-ກວດການ (ຜູ້ໃໝ່) ໃນວັນທີ 6 ມີນາ 2020, ໂດຍມີ ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງພາຍໃນກົມ ເຂົ້າຮ່ວມ.

ພົຈວ ດວງປີ ດາມະນີວົງ ໄດ້ໃຫ້ຮູ້ເຖິງການຈັດຕັ້ງປະບັດວຽກງານ ໃນໄລຍະຜ່ານມາ ເປັນຕົ້ນແມ່ນ:

ດ້ານວຽກງານສຶກສາອົບ-ຮົມນໍາພາແນວຄິດ ໃຫ້ແກ່ ພະນັກງານ-ນັກຮົບ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ ດ້ວຍຫຼາຍເນື້ອໃນ, ຫຼາຍຮູບການ, ວິທີການທີ່ສອດຄ່ອງກັບສະພາບແຕ່ລະໄລຍະ ໂດຍຕິດພັນກັບ ການແກ້ໄຂຊີວິດການເປັນຢູ່ ແລະ ປະຕິບັດນະໂຍບາຍໃຫ້ຖືກຕ້ອງ ຕາມລະບຽບ-ກົດໝາຍ.

ພ້ອມດຽວກັນນັ້ນ, ໄດ້ນໍາພາຄົ້ນຄວ້າຂຽນຄໍາສັ່ງ, ຄຳແນະນຳ, ຮ່າງນິຕິກຳ, ຄຳຮ້ອງ-ຄຳສະເໜີ ແລະ ອື່ນໆ ດັ່ງນີ້:

  • ນໍາພາຄົ້ນຄວ້າຂຽນຄໍາສັ່ງລັດຖະມົນຕີ ເລກທີ 1056/ປກສ ວ່າດ້ວຍ ການຕິດຕາມກວດກາ ໂຄງການລົງທຶນຂອງລັດ ເລີ່ມແຕ່ຫົວທີ ໃນກໍາລັງປ້ອງກັນຄວາມສະຫງົບ
  • ນໍາພາຄົ້ນຄວ້າຂຽນ ໂຄງການກວດກາ, ຄຸ້ມຄອງປ້ອງກັນກໍາລັງ ຢູ່ກໍາລັງປ້ອງກັນຄວາມສະຫງົບ ເຊິ່ງລັດຖະມົນຕີ ຮັບຮອງສະບັບເລກທີ 31/ປກສ ລົງວັນທີ 8 ມັງກອນ 2018
  • ນຳພາຄົ້ນຄວ້າຄໍາສັ່ງແນະນໍາຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ຕິດພັນກັບ ການຕ້ານການສໍ້ລາດບັງຫຼວງ ໃນກໍາລັງ ປກສ
  • ນໍາພາຄົ້ນຄວ້າຂຽນ ຮ່າງນິຕິກໍາ ໃຫ້ແກ່ ກະຊວງ ປກສ ກ່ຽວກັບ ຂໍ້ຕົກລົງ ວ່າດ້ວຍ ຂໍ້ຫ້າມຕໍ່ນາຍ ແລະ ພົນຕໍາຫຼວດ ເຊິ່ງ ລັດຖະມົນຕີ ໄດ້ຕົກລົງສະບັບເລກທີ 564/ປກສ ລົງວັນທີ 3 ເມສາ 2019
  • ປະສານສົມທົບກັບ ກົມໃຫຍ່ພະລາທິການ ກວດກາ ໂຄງການກໍ່ສ້າງລະບົບຫ້ອງການ ປກສ ແຂວງຫຼວງພະບາງ ແລະ ສູນຝຶກອົບຮົມວິຊາສະເພາະ ຕໍາຫຼວດປ້ອງກັນທີ່ຕັ້ງ
  • ນໍາພາຄົ້ນຄວ້າແກ້ໄຂ ຄໍາສະເໜີ-ຄໍາຮ້ອງ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຕາມກົດໝາຍ ວ່າດ້ວຍ ການແກ້ໄຂຄໍາຮ້ອງທຸກ
  • ຮັບປະກັນຫຼັກການຂອງ ການພິຈາລະນາແກ້ໄຂຮອບດ້ານ, ຄົບຖ້ວນ, ພາວະວິໄສ ແລະ ມີຄວາມເປັນທໍາ ໃຫ້ແກ່ຜູ້ສະເໜີ ແລະ ຜູ້ຖືກສະເໜີ

ຈາກນັ້ນ, ກໍໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ພົຈວ ດວງປີ ດາມະນີວົງ ຫົວໜ້າກົມກວດກາ-ກວດການ ຜູ້ເກົ່າ ແລະ ພັອ ຄຳຜາສິດ ບົງມູນທອງ ຮັກສາການ ຫົວໜ້າກົມກວດກາ-ກວດການ ຜູ້ໃໝ່.