ກະຊວງການເງິນ ຮ່ວມກັບ ບັນດາກໍາມາທິການແຕ່ລະຂະແໜງການ ທີ່ກ່ຽວຂ້ອງຂອງ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມປຶກສາຫາລື ການປັບປຸງລັດຖະບັນຍັດຂອງ ປະທານປະເທດ ສະບັບເລກທີ 003/ປທທ ລົງວັນທີ 26 ທັນວາ 2012 ວ່າດ້ວຍ ຄ່າທໍາ ນຽມ ແລະ ຄ່າບໍລິການ ໃນວັນທີ 5 ມີນາ 2020, ເປັນປະທານໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການເງິນ, ພ້ອມທັງມີ ຕາງໜ້າກໍາມາທິການສະພາແຫ່ງຊາດ, ຫົວໜ້າກົມ, ຫ້ອງການບັນດາກະຊວງອ້ອມຂ້າງ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ສົມດີ ດວງດີ ໄດ້ກ່າວວ່າ:

ການປັບປຸງ ແລະ ດັດແກ້ ລັດຖະບັນຍັດ 003/ປທທ ໄດ້ເລີ່ມມາແຕ່ປີ 2016 ຈົນມາເຖິງປັດຈຸບັນ ແຕ່ຍັງບໍ່ທັນສໍາເລັດຕາມຄາດໝາຍທີ່ວາງອອກ; ເຖິງແມ່ນວ່າ ໄລຍະຜ່ານມາ, ຄະນະຮັບຜິດຊອບໄດ້ເອົາໃຈໃສ່ຄົ້ນຄວ້າ, ປັບປຸງດັດແກ້ລັດຖະບັນຍັດຫຼາຍຮອບ ດ້ວຍຄວາມຮັບຜິດຊອບສູງ ໂດຍດໍາເນີນຕາມຂັ້ນຕອນຂອງ ການປັບປຸງລັດຖະບັນຍັດທີ່ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ໄດ້ກຳນົດໄວ້ ກໍຕາມ.

ຕາມການເຈາະຈີ້ມຂອງ ສະພາແຫ່ງຊາດ ໂດຍສະເພາະ ຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ກໍໄດ້ມີການຄົ້ນຄວ້າ, ປຶກສາຫາລື ເພື່ອເປັນເອກະພາບທາງດ້ານເນື້ອໃນການປັບປຸງ ແລະ ຍື່ນສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາຮັບຮອງຄັ້ງຫຼ້າສຸດ ໃນວັນທີ 13 ພະຈິກ 2019.

ແຕ່ເນື່ອງຈາກວ່າ ການປັບປຸງດັດແກ້ລັດຖະບັນຍັດ 003/ປທທ ຄັ້ງນີ້ ຕິດພັນກັບຫຼາຍຂະແໜງການ ເຊິ່ງມີອັດຕາຄ່າທໍານຽມ ແລະ ຄ່າບໍລິການ ທີ່ມີການປັບປ່ຽນ, ເພີ່ມເຂົ້າໃໝ່ ແລະ ຕັດອອກ ຈຶ່ງເຮັດໃຫ້ການປັບປຸງເນື້ອໃນຍັງບໍ່ຈະແຈ້ງ ແລະ ຈໍາເປັນຕ້ອງໄດ້ຄົ້ນຄວ້າ, ປຶກສາຫາລືເປັນເອກະພາບຮ່ວມກັບ ບັນດາກໍາມາທິການແຕ່ລະຂະແໜງການ ຂອງ ສະພາແຫ່ງຊາດ ເພື່ອຊີ້ແຈງຕໍ່ຄໍາຖາມເຈາະຈິ້ມຂອງ ຄະນະເລຂາທິການສະພາແຫ່ງຊາດ ຕາມແຈ້ງການ ສະບັບເລກທີ 15 ລົງວັນທີ 16 ມັງກອນ 2020 ເຊິ່ງມີເນື້ອໃນຄື:

  • ປັບປຸງໂຄງສ້າງລັດຖະບັນຍັດ ໃຫ້ສອດຄ່ອງກັບ ກົດໝາຍ ວ່າດ້ວຍ ການສ້າງນິຕິກໍາ ແລະ ປະຕິບັດຕາມໂຄງສ້າງຂອງລັດຖະບັນຍັດ ໃນປະຈຸບັນ
  • ກວດຄືນການກໍານົດອັດຕາຄ່າທໍານຽມ ແລະ ຄ່າບໍລິການຂອງ ບັນດາຂະແໜງການ ໂດຍສະເພາະ ການປ່ຽນແປງຈາກອັດຕາເກົ່າ ມາເປັນອັດຕາໃໝ່ ທີ່ເຫັນວ່າ ມີບາງລາຍການໄດ້ປ່ຽນແປງເພີ່ມຂຶ້ນຫຼາຍເທົ່າ
  • ກວດຄືນການກໍານົດລາຍການເພີ່ມເຂົ້າໃໝ່ ແລະ ລາຍການໃດຕັດອອກ ໃຫ້ມີຄວາມຖືກຕ້ອງສອດຄ່ອງກັບ ສະພາບຄວາມຈໍາເປັນຕົວຈິງ, ກວດລະອຽດການກໍານົດລາຍການເກັບບາງຂະແໜງ ທີ່ອາດຈະຊໍ້າຊ້ອນກັບ ການກໍານົດໄວ້ໃນກົດໝາຍ ແລະ ນິຕິກໍາອື່ນແລ້ວ
  • ກວດຄືນການກໍານົດແບ່ງຂັ້ນຄຸ້ມຄອງ ການການຈັດເກັບຄ່າທໍານຽມ ແລະ ຄ່າບໍລິການຂອງຂະແໜງການທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ ໃຫ້ມີການລວມສູນດ້ານງົບປະມານ

ຈາກນັ້ນ, ຕາງໜ້າຈາກບັນດາຂະແໜງການທີ່ກ່ຽວຂ້ອງ ໄດ້ຜັດປ່ຽນກັນອະທິບາຍຊີ້ແຈງຕໍ່ກອງປະຊຸມ ໂດຍສະເພາະແມ່ນ ກໍາມາທິການທີ່ຕົນຂຶ້ນກັບ ເພື່ອໃຫ້ ຄະນະກໍາມາທິການ ສະພາແຫ່ງຊາດ ມີຄໍາຖາມເຈາະຈິ້ມ ແລະ ປະກອບຄໍາເຫັນໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງ ນໍາໄປຄົ້ນຄວ້າ, ປັບປຸງ ແລ້ວສົ່ງໃຫ້ ກົມສ່ວຍສາອາກອນ ເປັນເຈົ້າການປະສານສົມທົບກັບ ກົມນະໂຍບາຍການເງິນ ແລະ ນິຕິກໍາ ກະຊວງການເງິນ, ກົມນິຕິກໍາ ສໍານັກງານນາຍົກລັດຖະມົນຕີ ເພື່ອສັງລວມລາຍງານຂັ້ນເທິງຕາມຂັ້ນຕອນ.

ເຊິ່ງທັງໝົດທີ່ກ່າວມານີ້ ກໍເພື່ອເຮັດໃຫ້ເນື້ອໃນຂອງ ລັດຖະບັນຍັດ 003/ປທທ ສະບັບນີ້ ຄົບຖ້ວນສົມບູນ, ມີຄວາມສອດຄ່ອງກັບ ສະພາບການຂະຫຍາຍຕົວ ທາງດ້ານເສດຖະກິດ-ສັງຄົມ ຂອງ ສປປ ລາວ, ສາມາດຈັດຕັ້ງປະຕິບັດໄດ້ຢ່າງເປັນເອກະພາບ ໃນຂອບເຂດທົ່ວປະເທດ ແລະ ສາມາດຜ່ານການພິຈາລະນາຮັບຮອງຂອງ ສະພາແຫ່ງຊາດ ເພື່ອໃຫ້ປະທານປະເທດໄດ້ລົງນາມປະກາດໃຊ້ ຢ່າງເປັນທາງການ.