ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຈັດຕັ້ງພິທີປະກາດການຈັດຕັ້ງໃຫ້ນາຍຕຳຫຼວດ ໃນວັນທີ 5 ມີນາ 2020 ໂດຍມີ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄຳມ່ວນ ແລະ ພັອ ຄຳພອນ ສີກຸມພົນ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ມີບັນດາແຂກຮັບເຊີນຈາກພະແນກການ ທີ່ກ່ຽວຂ້ອງ ຂັ້ນແຂວງ, ຄະນະພັກ-ຄະນະກອງບັນຊາການ, ຫົວໜ້າກອງບັນຊາການ ປກສ ເມືອງ 10 ຕົວເມືອງ, ຫົວໜ້າພະແນກ-ຮອງພະແນກ ແລະ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ໃນພິທີ, ພັທ ຄູນຄຳ ຈອນບຸນຕາ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງຄຳມ່ວນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 518/ປກສ ລົງວັນທີ 20 ກຸມພາ 2020 ວ່າດ້ວຍ ການແຕ່ງຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງຄໍາມ່ວນ ເຊິ່ງມີລາຍລະອຽດດັ່ງນີ້:

  • ແຕ່ງຕັ້ງ ພັທ ສຸວັດ ເທບສົມບັດ ຈາກ ຫົວໜ້າຫ້ອງການເມືອງ ປກສ ແຂວງຄຳມ່ວນ ເປັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ
  • ຕົກລົງໂຍກຍ້າຍ ພັທ ຄຳມະນີ ກົງພານິດ ຈາກ ກອງບັນຊາການ ປກສ ເມືອງຄູນຄຳ ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ເເຂວງ
  • ໂຍກຍ້າຍ ພັທ ກຽນຕາ ວົງປະເສີດ ຈາກ ກອງບັນຊາການ ປກສ ເມືອງຄູນຄຳ ໄປຮັບໜ້າທີ່ໃໝ່ຢູ່ ໂຮງຮຽນ ປກສ ຊັ້ນຕົ້ນເລກ 5
  • ໂຍກຍ້າຍ ພັທ ຄຳພັນ ອິນທິສອນ ຈາກ ກອງບັນຊາການ ປກສ ເມືອງທ່າແຂກ ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງ 504
  • ໂຍກຍ້າຍ ພັທ ສະໝຸດໄທ ອິນທະລັງສີ ຈາກ ກອງບັນຊາການ ປກສ ເມືອງເຊບັ້ງໄຟ ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງການກອງບັນຊາການ ປກສ ແຂວງ
  • ພັທ ພູມາ ວັງມະລາດ ຈາກ ກອງບັນຊາການ ປກສ ເມືອງເຊບັ້ງໄຟ ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງຕຳຫຼວດ
  • ໂຍກຍ້າຍ ພັທ ທອງເພັດ ດວງມາລາ ຈາກ ກອງບັນຊາການ ປກສ ເມືອງບົວລະພາ ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ
  • ໂຍກຍ້າຍ ພັທ ແກ້ວສົມໄຊ ລັດຖະຈັກ ຈາກ ໂຮງຮຽນ ປກສ ຊັ້ນ ຕົ້ນເລກ 5 ໄປຮັບໜ້າທີ່ໃໝ່ຢູ່ ກອງບັນຊາການ ປກສ ເມືອງໜອງບົກ
  • ໂຍກຍ້າຍ ພັທ ສີສະຫວ່າງ ບຸນນະສອນ ຈາກ ກອງບັນຊາການ ປກສ ເມືອງໄຊບົວທອງ ໄປຮັບໜ້າທີ່ໃໝ່ຢູ່ ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 5
  • ໂຍກຍ້າຍ ພັທ ໜູພອນ ວົງວິໄລ ຈາກ ຫ້ອງສັນຕິບານ ປກສ ເເຂວງ ໄປຮັບໜ້າທີ່ໃໝ່ຢູ່ ບໍລິສັດ ລັດວິສາຫະກິດບໍລິການຄວາມປອດໄພ
  • ໂຍກຍ້າຍ ພັທ ຄຳພໍດີ ຄຳຈັນ ຈາກ ຫ້ອງສັນຕິບານ ປກສ ແຂວງ ໄປຮັບໜ້າທີ່ໃໝ່ຢູ່ ບໍລິສັດ ລັດວິສາຫະກິດບໍລິການຄວາມປອດໄພແຂວງ

ນອກຈາກນັ້່ນ, ຍັງໄດ້ປະກາດແຕ່ງຕັ້ງອີກຫຼາຍຕຳແໜ່ງ ດັ່ງຕໍ່ໄປນີ້:

  • ແຕ່ງຕັ້ງ ພັທ ສະໝຸດໄທ ອິນທະລັງສີ ເປັນ ຮອງຫົວໜ້າຫ້ອງການ ກອງບັນຊາການ ປກສ ແຂວງ
  • ແຕ່ງຕັ້ງ ພັທ ບຸນເສີມ ພົມມະຈັນ ເປັນ ຫົວໜ້າຫ້ອງສັນຕິບານ ປກສ ແຂວງ, ແຕ່ງຕັ້ງ ພັທ ພູມີ ລັດຕະນະວົງ ເປັນ ຮອງ, ພັທ ລັດສະໝີ ພອນໄຊ ເປັນ ຮອງ ແລະ ພັທ ພົມມະນີ ໄຊຍະລາດ ເປັນ ຮອງ
  • ແຕ່ງຕັ້ງ ພັທ ພູມາ ວັງມະລາດ ເປັນ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງ
  • ແຕ່ງຕັ້ງ ພັທ ກິ່ງແກ້ວ ແກ້ວກົງຍັນ ເປັນ ຫົວໜ້າຫ້ອງ 504, ແຕ່ງຕັ້ງ ພັທ ຄຳພັນ ອິນທິສອນ ເປັນຮອງ
  • ແຕ່ງຕັ້ງ ພັທ ສຸລິເດດ ອາລຸນສັກ ເປັນ ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ແຕ່ງຕັ້ງ ພັທ ຄຳມະນີ ກົງພານິດ ເປັນ ຮອງ, ແຕ່ງຕັ້ງ ພັທ ພູທອນ ແກ້ວວົງສາ ເປັນ ຮອງ ແລະ ແຕ່ງຕັ້ງ ພັທ ທອງເພັດ ດວງມາລາ ເປັນ ຮອງ
  • ແຕ່ງຕັ້ງ ພັທ ກຽນຕາ ວົງປະເສີດ ເປັນ ຫົວໜ້າອຳນວຍການໂຮງຮຽນ ປກສ ຊັ້ນຕົ້ນເລກ 5 ແລະ ພັທ ສີສະຫວ່າງ ບຸນນະສອນ ເປັນ ຮອງ
  • ແຕ່ງຕັ້ງ ພັທ ອຸໄລພອນ ເສີມສະນຸກ ເປັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງທ່າແຂກ
  • ແຕ່ງຕັ້ງ ພັທ ສຸກສະຫງວນ ຈັນທະລາດ ເປັນ ຫົວໜ້າກອງບັນຊາການ ປກສ ເມືອງມະຫາໄຊ, ແຕ່ງ ຕັ້ງ ພັທ ອິນທະຫວາ ອິນທິສານ ເປັນຮອງ
  • ແຕ່ງຕັ້ງ ພັທ ມອນໃສ ໄຊຍະສິດ ເປັນ ຫົວໜ້າກອງບັນຊາການ ປກສ ເມືອງນາກາຍ
  • ແຕ່ງຕັ້ງ ພັທ ພົມມະລາ ຄານລາຫວັນ ເປັນ ຫົວໜ້າກອງບັນຊາການ ປກສ ເມືອງຄູນຄຳ, ແຕ່ງຕັ້ງ ພັທ ພູວາ ສຸວັນນະລາດ ເປັນຮອງ ແລະ ແຕ່ງຕັ້ງ ພັທ ເປີ້ນ ພົມມະເດືອນ ເປັນຮອງ
  • ແຕ່ງຕັ້ງ ພັຕ ຄຳປະເສີດ ວົງສຸລິດ ເປັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງເຊບັ້ງໄຟ, ແຕ່ງຕັ້ງ ພັຕ ວິໄລສັກ ທຳມະສິນ ເປັນຮອງ
  • ແຕ່ງຕັ້ງ ພັຕ ລຳພອນ ທິດເກດ ເປັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງບົວລະພາ
  • ແຕ່ງຕັ້ງ ພັຕ ບຸນຖອງ ພຸ້ມພວງ ເປັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງຍົມມະລາດ
  • ແຕ່ງຕັ້ງ ພັທ ບົວພາ ອຸລະມະນີວົງ ເປັນ ຫົວໜ້າກອງບັນຊາການ ປກສ ເມືອງໜອງບົກ, ພັທ ແກ້ວສົມໄຊ ລັດຖະຈັກ ເປັນ ຮອງ
  • ແຕ່ງຕັ້ງ ພັທ ສົງການ ເພັງພະຈັນ ເປັນ ຫົວໜ້າກອງບັນຊາການ ປກສ ເມືອງໄຊບົວທອງ
  • ແຕ່ງຕັ້ງ ພັທ ຄຳ ນັນທະວົງ ເປັນ ຫົວໜ້າກອງບັນຊາການ ປກສ ເມືອງຫີນບູນ, ແຕ່ງຕັ້ງ ພັທ ສີປະເສີດ ຂຸນສົມບັດ ເປັນຮອງ ແລະ ແຕ່ງຕັ້ງ ພັທ ໂອລິດ ພະນະເທບ ເປັນ ຮອງ
  • ແຕ່ງຕັ້ງ ພັທ ໜູພອນ ວົງວິໄລ ເປັນ ຮອງຫົວໜ້າບໍລິສັດ ລັດວິສາຫະກິດບໍລິການຄວາມປອດໄພ ແລະ ແຕ່ງຕັ້ງ ພັທ ຄຳພໍດີ ຄຳຈັນ ເປັນ ຮອງ

ສ່ວນ ຫົວໜ້າ ແລະ ຮອງຫົວໜ້າ ທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.