ນະຄອນຫຼວງວຽງຈັນ ມີປະຊາກອນ 8 ແສນກວ່າຄົນ, ເຊິ່ງໃນແຕ່ລະວັນຈະມີຂີ້ເຫຍື້ອ ຫຼື ສິ່ງເສດເຫຼືອປະມານ 500-600 ໂຕນ ແຕ່ດ້ວຍຂໍ້ຈໍາກັດຂອງງົບປະມານ ແລະ ກຳລັງຄົນ ລວມທັງລົດຂົນຂີ້ເຫຍື້ອມີໜ້ອຍ ເຮັດໃຫ້ການບໍລິການເກັບຂີ້ເຫຍື້ອຄວບຄຸມພື້ນທີ່ພຽງ 30-50% ໃນນະຄອນຫຼວງວຽງຈັນ; ເພາະຍັງມີບາງພື້ນທີ່-ທີ່ລົດເກັບຂີ້ເຫຍື້ອຍັງບໍ່ສາມາດເຂົ້າເຖິງ ເຮັດໃຫ້ປະຊາຊົນເລືອກໃຊ້ວິທີເຜົາ, ຖິ້ມຕາມສະຖານທີ່ຕ່າງໆ ແລະ ຖິ້ມລົງຕາມແມ່ນ້ຳ.

ປັດຈຸບັນ, ຢູ່ນະຄອນຫຼວງວຽງຈັນ ມີພື້ນທີ່ 100 ກວ່າເຮັກຕາຢູ່ຫຼັກ 32 ເປັນພື້ນທີ່ຝັງຂີ້ເຫຍື້ອພຽງແຫ່ງດຽວ ຂອງນະຄອນຫຼວງວຽງຈັນ, ຂີ້ເຫຍື້ອສ່ວນຫຼາຍແມ່ນເສດໄມ້ ແລະ ເສດອາຫານ ກວມເອົາ 55%, ຢາງ 12%, ເຫຼັກ 9,3% ແລະ ພລາສຕິກ 6,1%, ເຊິ່ງຢູ່ນະຄອນຫຼວງວຽງຈັນ ຍັງບໍ່ມີລະບົບຄັດແຍກຂີ້ເຫຍື້ອແຕ່ຕົ້ນທາງ ສ່ວນໃຫຍ່ໃຊ້ວິທີຖິ້ມລວມ ເຮັດໃຫ້ການຈັດເກັບຂີ້ເຫຍື້ອບໍ່ມີປະສິດທິພາບ; ເຊິ່ງລະບົບການເກັບມ້ຽນຂີ້ ເຫຍື້ອໃນນະຄອນຫຼວງວຽງຈັນ ແມ່ນດຳເນີນການຮ່ວມກັນລະຫວ່າງພາກລັດ ແລະ ເອກະຊົນ, ບ້ານເຮືອນທົ່ວໄປເສຍຄ່າບໍລິການເກັບຂີ້ເຫຍື້ອ 400 ຕໍ່ກິໂລ ຖ້າວ່າຄົວເຮືອນໜຶ່ງຫາກມີຂີ້ເຫຍື້ອມື້ລະ 5 ກິໂລ ເດືອນໜຶ່ງຕ້ອງໄດ້ຈ່າຍຄ່າເກັບມ້ຽນຂີ້ເຫຍື້ອ 60.000 ກີບຕໍ່ເດືອນ; ຖ້າທຽບໃສ່ກັບບັນດາປະເທດທີ່ມີການພັດທະນາໃກ້ຄຽງກັນຄ່າບໍລິການເກັບມ້ຽນຂີ້ເຫຍື້ອຂອງນະຄອນຫຼວງວຽງຈັນ ແມ່ນຍັງຢູ່ໃນລະດັບສູງ.

ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ( ຄບຕ ) ກ່າວວ່າ: ການເກັບມ້ຽນຂີ້ເຫຍື້ອຢູ່ນະຄອນຫຼວງວຽງຈັນ ແມ່ນບໍ່ຢູ່ໃນຂອບເຂດຈໍາກັດ, ບາງເມືອງຄ່າບໍລິການຈະເກັບຖືກ ແລະ ແພງແຕກຕ່າງກັນໄປແລ້ວແຕ່ການເຮັດສັນຍາກັນ; ເຊິ່ງຢູ່ນະຄອນຫຼວງວຽງຈັນ ສ່ວນຫຼາຍແລ້ວບໍ່ມີຄອບຄົວທຸກຍາກຫຼາຍປານໃດ ຜູ້ທີ່ເຮັດສັນຍາເກັບມ້ຽນຂີ້ເຫຍື້ຶອກໍສາມາດຈ່າຍໄດ້, ແຕ່ບາງຄົວເຮືອນຍັງບໍ່ໄດ້ເຮັດສັນຍາກັບຫ້ອງການ ແລະ ບາງຄົວເຮືອນກໍອ້າງວ່າບໍ່ມີຂີ້ເຫຍື້ອເປັນຫຍັງຕ້ອງຈ່າຍ ຈຶ່ງເກີດມີປະເດັນຂັດແຍ່ງກັນໃນເລື່ອງການເກັບມ້ຽນຂີ້ເຫຍື້ອ; ຂະນະນີ້, ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ ກຳລັງຜ່ານຮ່າງກົດໝາຍກ່ຽວກັບການຈັດສັນຂີ້້ເຫຍື້ອ ຖ້າຫາກວ່າ ຖືກຮອງຮັບ ແລະ ປະກາດໃຊ້ກໍຈະສາມາດບັງຄັບໃຊ້ກົດໝາຍໄດ້ເດັດຂາດຕໍ່ກັບການເກັບມ້ຽນຂີ້ເຫຍື້ອຢູ່ນະຄອນຫຼວງວຽງຈັນ.

ຄວາມທ້າທ້າຍໃນການຈັດເກັບມ້ຽນຂີ້ເຫຍື້ອໃນຕົວເມືອງວຽງຈັນ ຄື: ການຂາດຍຸດທະສາດການເກັບມ້ຽນຂີ້ ເຫຍື້ອ ເພາະຫຼາຍຄົວເຮືອນຍັງບໍ່ໄດ້ເຂົ້າຮ່ວມເຮັດສັນຍາໃນການເກັບມ້ຽນຂີ້ເຫຍື້ອເທື່ອ ໂດຍເລືອກໃຊ້ວິທີເຜົາ, ຖິ້ມຊະຊາຍຢູ່ຕາມແຄມປ່າ, ແຄມທາງ, ຖິ້ມຕາມສະຖານທີ່ສາທາລະນະ ແລະ ຖິ້ມລົງຕາມແມ່ນ້ຳຕ່າງໆ ລວມໄປທັງແມ່ນ້ຳຂອງ.

ຊາວບ້ານຫຼາຍຄົນເວົ້າວ່າ: ການຈ່າຍຄ່າເກັບມ້ຽນຂີ້ເຫຍື້ອບໍ່ແມ່ນບັນຫາຫຼັກ ແຕ່ລະບົບການເກັບມ້ຽນຂີ້ເຫຍື້ອທາງພາກລັດ ແລະ ເອກະຊົນຍັງ ບໍ່ສາມາດເຂົ້າເຖິງພື້ນທີ່ ໂດຍສະເພາະແມ່ນພື້ນທີ່ຫ່າງໄກສອກຫຼີກທີ່ເປັນທາງຮ່ອມເຂົ້າໄປຫາໝູ່ບ້ານ ເຮັດໃຫ້ປະຊາຊົນເລືອກໃຊ້ວິທີເຜົາຕາມພື້ນທີ່ຕ່າງໆທີ່ຖິ້ມຂີ້ເຫຍື້ອ ແລະ ໃຊ້ວິທີຖິ້ມ ລົງແມ່ນ້ຳ.

ທ້າຍປີ 2019, ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ປະກາດແຈ້ງການກ່ຽວກັບການຫ້າມບໍ່ໃຫ້ປະຊາຊົນໃນ ນະຄອນຫຼວງວຽງຈັັນ ຖິ້ມຂີ້ເຫຍື້ອຊະຊາຍ ແລະ ເຜົາຂີ້ເຫຍື້ອໃນພື້ນທີ່ຕ່າງໆໃນຕົວເມືອງ ພ້ອມທັງໃຊ້ມາດຕະ ການປັບໃໝແບບທະວີຄູນເປັນ 100 ເທົ່າຕົວ ເມື່ອເຈົ້າໜ້າທີ່ຫາກພົບເຫັນ; ນອກນີ້, ຍັງໃຊ້ມາດຕະການປັບໃໝຜູ້ຖິ້ມຂີ້ເຫຍື້ອລົງແມ່ນ້ຳສູງເຖິງ 50.000 ກີບຕໍ່ກິໂລ ເພື່ອແກ້ບັນຫາການເຜົາ, ຖິ້ມຂີ້ເຫຍື້ອຊະຊາຍຢູ່ຕາມພື້ນທີ່ສາທາລະນະຕ່າງໆ ແລະ ຖິ້ມລົງແມ່ນ້ຳຂອງ.

ບັນຫາຂີ້ເຫຍື້ອຕົກຄ້າງຢູ່ໃນປັດຈຸບັນແມ່ນເກີດຈາກການເຂົ້າບໍ່ເຖິງການເກັບມ້ຽນຂີ້້ເຫຍື້ອຢູ່ຕາມຄົວເຮືອນ ແຖ້ວລຸ່ມແມ່ນ້ຳຂອງ ແລະ ຫຼາຍເຂດ ໃນນະຄອນຫຼວງວຽງຈັນ ບວກກັບຂໍ້ຈໍາກັດດ້ານງົບປະມານ ແລະ ກຳລັງຄົນເຮັດໃຫ້ການເກັບຂີ້ເຫຍື້ອບໍ່ມີປະສິດທິພາບ ຈຶ່ງເຮັດໃຫ້ຂີ້ເຫຍື້ອຈໍານວນໜຶ່ງຖືກຖິ້ມລົງແມ່ນ້ຳຂອງ ແລະ ຕົກຄ້າງຢູ່ຕາມສະຖານທີ່ຕ່າງໆ; ເຊິ່ງບັນຫາດັ່ງກ່າວ ນີ້ບໍ່ແມ່ນແຕ່ຢູ່ນະຄອນຫຼວງວຽງຈັນ ປະເຊີນຍັງມີຢູ່ຫຼາຍແຂວງ ກໍປະເຊີນຄື ກັນກ່ຽວກັບການຖິ້ມຂີ້ເຫຍື້ອຊະຊາຍລົງແມ່ນ້ຳຂອງ.

ຢ່າງໃດກໍຕາມ ເຖິງແມ່ນວ່າບັນຫາເກັບມ້ຽນຂີ້ເຫຍື້ອ ຢູ່ນະຄອນຫຼວງວຽງຈັນ ຍັງພົບບັນຫາຂີ້ເຫຍື້ອຕົກຄ້າງດ້ວຍຫຼາຍສາເຫດກໍຕາມ. ແຕ່ຖ້າວ່າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ແລະ ບັນດາບໍລິສັດທີ່ເປັນຄູ່ຮ່ວມທຸລະກິດ ເອົາໃຈໃສ່ໃນດ້ານການໂຄສະນາໃຫ້ບັນດາຄົວເຮືອນມີຄວາມຕື່ນຕົວມີສະຕິໃນການເກັບມ້ຽນຂີ້ເຫຍື້ອ ແລ້ວນຳໄປຖິ້ມຢູ່ຈຸດທີ່ກຳນົດໃຫ້ບໍ່ຄວນຖິ້ມຊະຊາຍຢູ່ຕາມສະຖານທີ່ຕ່າງໆ ເພາະການຖິ້ມຂີ້ເຫຍື້ອຊະຊາຍແມ່ນຜິດຕໍ່ມະຕິຂອງເຈົ້າຄອງກຳນົດໄວ້; ສ່ວນບັນດາຄົວເຮືອນທີ່ບໍ່ມີເວລາຂົນຂີ້ເຫຍື້ອໄປຖິ້ມດ້ວຍຕົນເອງກໍຄວນເຮັດສັນຍາກັບຫ້ອງການ ຄບຕ ຫຼື ບໍລິສັດຈັດເກັບຂີ້ເຫຍື້ອ ແລະ ຍອມຈ່າຍຄ່າເກັບມ້ຽນຂີ້ເຫຍື້ອພຽງເລັກໜ້ອຍໃຫ້ກັບຜູ້ເກັບມ້ຽນ ແນໃສ່ຮັບປະກັນບໍ່ໃຫ້ມີການເຜົາ ແລະ ຖິ້ມຂີ້ເຫຍື້ອຊະຊາຍ.