ກໍາມະບານ ອົງການກວດສອບແຫ່ງລັດ ເອົາໃຈໃສ່ປະຕິບັດວຽກງານ ດ້ວຍຄວາມຫ້າວຫັນ

0
2673

ໄລຍະຊຸມປີຜ່ານມາ, ສະຫະພັນກໍາມະບານ ອົງການກວດສອບແຫ່ງລັດ ໄດ້ເອົາໃຈໃສ່ປະຕິບັດວຽກງານວິຊາະເພາະ ດ້ວຍຄວາມຫ້າວຫັນ ເປັນຕົ້ນແມ່ນ ໄດ້ເປັນເຈົ້າການໃນການກວດສອບ ເພື່ອຕິດຕາມການຄຸ້ມຄອງລັດ-ຄຸ້ມຄອງເສດຖະກິດ, ແຜນການ-ການເງິນ ແລະ ເງິນຕາ, ໃນນີ້ສາມາດກວດສອບເຫັນລາຍຮັບເພີ່ມ 2.925,99 ຕື້ກີບ ແລະ ລາຍຈ່າຍເພີ່ມຂຶ້ນ 6.023,27 ຕື້ກີບ.

ກອງປະຊຸມໃຫຍ່ ຄັ້ງທີ II ຂອງ ສະຫະພັນກໍາມະບານ ອົງການກວດສອບແຫ່ງລັດ ໄດ້ຈັດຂຶ້ນໃນວັນທີ 11 ມີນາ 2020 ໂດຍມີ ທ່ານ ປອ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ, ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ຮອງປະທານສູນກາງສະຫະພັນກໍາມະບານລາວ, ມີປະທານ-ຮອງປະທານສະຫະພັນກຳມະບານ ອົງການກວດສອບແຫ່ງລັດ, ແຂກຮັບເຊີນ ແລະ ສະມາຊິກກຳມະບານ ເຂົ້າຮ່ວມ.

ທ່ານ ວິໄລສຸກ ນະໄພວົງ ຮັກສາການ ສະຫະພັນກໍາມະບານ ອົງການກວດສອບແຫ່ງລັດ ກ່າວວ່າ:

ໃນໄລຍະຜ່ານມາ, ສະຫະພັນກໍາມະບານ ອົງການກວດສອບແຫ່ງລັດ ໄດ້ເອົາໃຈໃສ່ຊີ້ນໍາ-ນຳພາສະມາຊິກກຳມະບານ ປະຕິບັດວຽກງານວິຊາສະເພາະ ໄດ້ຮັບຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນແມ່ນ ໄດ້ດໍາເນີນການກວດສອບທັງໝົດ 372 ເປົ້າໝາຍ.

ໃນນັ້ນ, ໄດ້ກວດສອບ ບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ຈໍານວນ 120 ຄັ້ງ, ກວດສອບໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກຕ່າງປະເທດ ຈຳນວນ 119 ຄັ້ງ, ກວດສອບທະນາຄານຂອງລັດ ຈຳນວນ 20 ຄັ້ງ, ກວດສອບວິສາຫະກິດຂອງລັດ 68 ຄັ້ງ, ໄດ້ກວດສອບເຫັນລາຍຮັບເພີ່ມ 2.925,99 ຕື້ ກີບ ແລະ ລາຍຈ່າຍເພີ່ມຂຶ້ນ 6.023, 27 ຕື້ກີບ.

ທິດທາງແຜນການໃນຕໍ່ໜ້າ, ຄະນະສະຫະພັນກຳມະບານ ອົງການກວດສອບແຫ່ງລັດ ຈະສືບຕໍ່ນຳພາສະມາຊິກກໍາມະບານ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ໃຫ້ມີຜົນສໍາເລັດ ເປັນຕົ້ນແມ່ນ ການເຄື່ອນໄຫວວຽກງານວິຊາສະເພາະ ກວດສອບໃນການຕິດຕາມ, ດຳເນີນການກວດສອບ ແລະ ລາຍງານຜົນຂອງການກວດສອບ ຕໍ່ຂັ້ນເທິງ; ພ້ອມທັງ ເປັນເຈົ້າການປະຕິບັດຂະບວນການແຂ່ງຂັນ 5 ເປັນເຈົ້າ ຂອງ ສູນກາງສະຫະພັນກໍາມະບານລາວ ໃຫ້ເປັນຂະບວນຟົດຟື້ນ.

ໃນກອງປະຊຸມ ຍັງໄດ້ປ່ອນບັດເລືອກເອົາ ຄະນະສະຫະພັນກໍາມະບານ ອົງການກວດສອບແຫ່ງລັດ ຊຸດໃໝ່ ແລະ ສາມາດເລືອກໄດ້ ທ່ານ ຕ້ອຍ ພົນທິລາດ ເປັນ ປະທານ, ທ່ານ ວິໄລສຸກ ນະໄພວົງ ເປັນ ຮອງປະທານ ທັງເປັນ ປະທານກວດກາ, ທ່ານ ວຽງຄໍາ ສິມມະໄລວົງ, ທ່ານ ບັນລັງ ບຸນທາວົງ ເປັນ ຮອງປະທານ ແລະ ອີກ 7 ທ່ານ ເປັນ ຄະນະ.