ທ້າວ ຄໍາປະເສີດ ອາຍຸ 43 ປີ ຢູ່ ບ້ານດົງນາໂຊກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປັນຈຳເລີຍໃນ ສະຖານການທໍາຮ້າຍຮ່າງກາຍຜູ້ເປັນອ້າຍ ດ້ວຍການເອົາມີດຍາວ 20 ຊັງຕີແມັດ ຟັນໃສ່ໜ້າໄດ້ຫຍິບ 52 ເຂັມ ການກະທຳຂອງຈຳເລີຍຄະນະສານອາຍາສານປະຊາຊົນຂັ້ນຕົ້ນນະຄອນຫຼວງວຽງຈັນ ຕັດສິນຈຳຄຸກ 3 ປີ ປັບໃໝ 10.000.000 ກີບ ໃນວັນທີ 11 ມີນາ 2020.

ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງສຳນວນຄະດີອາຍາ ເລກທີ 1840/ອຍກ.ນວ ລົງວັນທີ 19 ທັນວາ 2019 ແລະ ມີເນື້ອຄະດີດັ່ງນີ້: ໃນວັນທີ 1 ກັນຍາ 2019 ເວລາປະມານ 8:00 ໂມງ ຈຳ ເລີຍ ໄດ້ຍາງໄປຫຼິ້ນນໍາທ້າວ ແກ້ວເກີດມີ (ອ້າຍ). ຈາກນັ້ນ, ທັງ 2 ໄດ້ພາກັນຊື້ເຫຼົ້າຂາວມາດື່ມ 2 ແກ້ວນ້ອຍ ທັງ 2 ຄົນ ພາກັນນັ່ງດື່ມເຫຼົ້າໝົດແກ້ວເຄິ່ງ ຮູ້ສຶກວ່າເມົາພໍສົມຄວນຮອດເວລາປະມານ 11:00 ໂມງ ທັງ 2 ຄົນ ໄດ້ມີປາກສຽງກັນ ຍ້ອນວ່າຜູ້ເປັນອ້າຍໄດ ຫ້າມບໍ່ໃຫ້ຈຳເລີຍອອກໄປຫາໝູ່ ເພາະວ່າຈຳເລີຍເມົາແລ້ວ, ແຕ່ຈຳເລີຍບໍ່ຟັງ ແລະ ມີປາກສຽງຖຽງກັນ ທັງ 2 ຄົນ ໄດ້ລົງມືຕີກັນ ຈຳເລີຍໄດ້ແລ່ນເຂົ້າໄປເຮືອນຄົວຈັບເອົາມີດຄົວກິນ ຍາວປະມານ 20 ຊັງຕີແມັດ ປາຍແຫຼມອອກມາຟັນເຂົ້າຕາມໃບໜ້າຂອງອ້າຍ ຈົນຮັບບາດເຈັບສາຫັດ ແລະ ນຳຕົວສົ່ງໂຮງໝໍ ແພດໄດ້ທຳການຫຍິບບາດແຜຈຳນວນ 52 ເຂັມ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວຈຳເລີຍມາດຳເນີນຄະດີ.

ຄະນະສານອາຍາ ສານປະຊາຊົນ ຂັ້ນຕົ້ນນະຄອນຫຼວງວຽງຈັນ ໄດ້ຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະ ສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດ, ຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສ ແລ້ວເຫັນວ່າການກະທຳ ຂອງທ້າວ ຄຳປະເສີດ (ຈຳເລີຍ) ແມ່ນມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍ ສາມາດຢັ້ງຢືນໄດ້ວ່າ ເປັນການກະທໍາຜິດທາງອາຍາ ໃນຂໍ້ຫາການທໍາຮ້າຍຮ່າງກາຍ, ເຊິ່ງແຕະຕ້ອງເຖິງສຸຂະພາບ ແລະ ຊີວິດຂອງບຸກຄົນອື່ນ ຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ ມາດຕາ 194.

ການກະທໍາຄັ້ງນີ້ ຈໍາເລີຍກໍໄດ້ຮັບສາລະພາບວ່າ ໄດ້ລົງມືທຳຮ້າຍຮ່າງກາຍຂອງຜູ້ເປັນອ້າຍແທ້ ຕາມຄໍາໃຫ້ການສາລະພາບຂອງຈຳເລີຍ, ເຫັນວ່າການກະທໍາຜິດຄັ້ງນີ້ ເປັນການປະທຳຜິດໂດຍເຈດຕະນາ ເນື່ອງຈາກວ່າ ຈໍາເລີຍຕັ້ງໃຈແລ່ນໄປເອົາມີດ ຍາວປະມານ 20 ຊັງຕີແມັດ ອອກມາຟັນໃສ່ໜ້າຂອງຜູ້ເປັນອ້າຍ ໄດ້ຮັບບາດເຈັບສາ ຫັດ, ທັງໆທີ່ຈໍາເລີຍ ກໍຮູ້ດີວ່າ ການທໍາຮ້າຍຮ່າງກາຍເປັນການກະທໍາຜິດຕໍ່ກົດໝາຍ, ແຕ່ບໍ່ຄໍານຶງເຖິງຜົນເສຍ ຫາຍ ແລະ ຜົນສະທ້ອນທີ່ຕາມມາ. ເພາະວ່າຈໍາເລີຍມີສະຕິສໍາປະຊັນຍະສົມບູນດີ ແລະ ມີອາຍຸກະສຽນທາງອາຍາແລ້ວ, ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ ຄະນະສານອາຍາສານ ປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຈຶ່ງຕັດສິນລົງໂທດ ທ້າວ ຄໍາປະເສີດ (ຈໍາເລີຍ) ຕາມປະມວນກົດໝາຍອາຍາ ມາດຕາ 194 ວັກ 2 ໂດຍຕັດສິນຈຳຄຸກ 3 ປີ ປັບໃໝ 10.000.000 ກີບ. ຕໍ່ກັບຄ່າເສຍຫາຍທາງແພ່ງຜູ້ເປັນອ້າຍ (ໂຈດທາງແພ່ງ) ບໍ່ໄດ້ຮຽກຮ້ອງຫຍັງ.