ສະຫະພັນ ແມ່ຍິງ ຮາກຖານ ປກສ ແຂວງຫຼວງນໍ້າທາ ແມ່ນຮາກຖານໜຶ່ງທີ່ມີພາລະບົດບາດ ທຽບເທົ່າກັບສະຫະພັນຮາກຖານ ແລະ ໜ່ວຍສະຫະພັນແມ່ຍິງພະແນກອື່ນອ້ອມຂ້າງແຂວງ, ສາຍຕັ້ງຂຶ້ນກັບສະຫະພັນແມ່ຍິງແຂວງ, ສາຍຂວາງຂຶ້ນກັບຄະນະພັກກອງບັນຊາການ ປກສ ແຂວງ; ທົ່ວຮາກຖານມີ 12 ໜ່ວຍ, ມີສະມາຊິກສະຫະພັນແມ່ຍິງທັງໝົດ 204 ສະຫາຍ ກວມເອົາ 26,3% ຂອງພະນັກງານ-ນັກຮົບທົ່ວກອງບັນຊາການ.

ປະທານສະຫະພັນ ແມ່ຍິງ ປກສ ແຂວງຫຼວງນ້ຳທາ
ປະທານສະຫະພັນ ແມ່ຍິງ ປກສ ແຂວງຫຼວງນ້ຳທາ

ພັທ ນາງ ຄຳມີ ເພັດມະນີ ປະທານສະຫະພັນແມ່ຍິງ ປກສ ແຂວງ ໄດ້ຍົກໃຫ້ເຫັນ ຜົນງານ ຫຼາຍ ດ້ານໃນໜຶ່ງປີຜ່ານມາວ່າ: ຄະນະສະຫະພັນແມ່ຍິງຮາກຖານໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ, ເຂົ້າຮ່ວມການເຊື່ອມຊຶມເອກະສານ ແລະ ມະຕິຄຳສັ່ງຕ່າງໆ 6 ຄັ້ງ, ໄດ້ເຂົ້າຮ່ວມພິທີປາຖະກະຖາວັນສຳຄັນຕ່າງໆຂອງຊາດ-ຂອງແມ່ຍິງ 13 ຄັ້ງ; ຮັບ ແລະ ແຈກຢາຍໜັງສືພີມແມ່ຍິງລາວ 180 ສະບັບ, ປຶ້ມວາລະສານລາວ 60 ຫົວ, ໜັງສືພິມ ປກສ ແຂວງ ຈຳນວນ 9.217 ສະບັບ, ຈັດລາຍການວິ ທະຍຸ 90 ຄັ້ງ ມີ 335 ຂ່າວ, ຮັບ-ສົ່ງເອກະສານ 1.182 ສະບັບ; ແຈ້ງການຕ່າງໆ 679 ສະບັບ, ກັອບປີເອກະສານ 3.109.459 ສະບັບ ແລະ ເອກະສານຂາເຂົ້າ-ຂາອອກຂອງກອງບັນຊາການໄດ້ 645.001 ສະບັບ, ສ້າງເງິນກອງທຶນທົ່ວຮາກຖານໄດ້ 58.720. 000 ກີບ; ປະເມີນຂໍ້ແຂ່ງຂັນ 3 ດີ ໄລຍະທີ II ປິີ 2018-2019, ສະເໜີໃຫ້ແຂວງຍ້ອງຍໍປະເພດ I ໄດ້ 186 ສະຫາຍ, ປະເພດ II 6 ສະຫາຍ ພ້ອມທັງປຸກລະດົມເຄື່ອງຊ່ວຍເຫຼືອເດັກນ້ອຍທີ່ທຸກຍາກຢູ່ຫ່າງໄກສອກຫຼີກ ເປັນມູນຄ່າ 2 ລ້ານກວ່າກີບ ແລະ ໄປມອບໃຫ້ພະນັກງານກໍ່ສ້າງຮາກຖານການເມືອງ ເປັນມູນຄ່າ 3 ລ້ານກວ່າກີບ.

ພັທ ນາງ ຄຳມີ ເພັດມະນີ ຍັງໃຫ້ຮູ້ຕື່ມວ່າ: ໃນຕໍ່ໜ້ານີ້, ຄະນະສະຫະພັນ ແມ່ຍິງ ແຂວງຫຼວງນໍ້າທາ ຈະສືບຕໍ່ເຕົ້າໂຮມຄວາມສາມັກຄີພາຍໃນ, ຍົກສູງພາລະບົດບາດຍິງ-ຊາຍ ແລະ ກໍ່ສ້າງພະນັກງານເພດຍິງໃຫ້ໄດ້ປະກອບເຂົ້າໃນຕຳແໜ່ງນຳພາບັນຊາໃຫ້ຫຼາຍຂຶ້ນທຽບເທົ່າເພດຊາຍ.