ວັນທີ 13 ມີນາ 2020, ກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ພັອ ຄໍາເພັງ ເຈັ່ນຄໍາເຫຼັກ ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ (ຜູ້ເກົ່າ) ແລະ ພັອ ຄໍາຈັນ ແສງລາວົງ ຮັກສາການ ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ (ຜູ້ໃໝ່), ໂດຍມີ ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີ, ມີຄະນະພັກ-ຄະນະບັນຊາ, ຫ້ອງ, ກອງພັນ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີ

ໃນພິທີ ພັອ ຄໍາເພັງ ເຈັ່ນຄໍາເຫຼັກ ໄດ້ລາຍງານຜົນງານການຈັດຕັ້ງເຄື່ອນໄຫວ ໃນການຊີ້ນໍາ-ນຳພາບັນດາວຽກງານວິຊາສະເພາະຕ່າງໆ ໃນໄລຍະຜ່ານມາ ເຊັ່ນ:

ການແກ້ໄຂບັນຫາຢາເສບຕິດ, ຄຸ້ມຄອງຄົນຕ່າງປະເທດ, ຄ້າຂາຍເຖື່ອນ, ການຕ້ານ ແລະ ສະກັດກັ້ນການສວຍໃຊ້ໜ້າທີ່ຕໍາແໜ່ງຂອງເຈົ້າໜ້າທີ່, ບັນຫາອຸບັດຕິເຫດຕາມທ້ອງຖະໜົນຫຼວງ ແລະອື່ນໆ.

ຈາກນັ້ນ, ກໍໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ ຫົວໜ້າ ກອງບັນຊາການ ປກສ ແຂວງ (ຜູ້ເກົ່າ) ແລະ  ຮັກສາການ ຫົວໜ້າກອງບັນຊາການ ປກສ ແຂວງ ເພື່ອສືບຕໍ່ຊີ້ນໍາໆພາ ກອງບັນຊາການ ປກສ ແຂວງຜົ້ງສາລີ ໃຫ້ມີຄວາມເຕີບໃຫຍ່ ແລະ ເຂັ້ມແຂງເທື່ອລະກ້າວ.

ໂອກາດດັ່ງກ່າວ, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານອັນຍິ່ງໃຫຍ່ ທີ່ທ່ານຫົວໜ້າກອງບັນຊາການ ປກສ ແຂວງ ຜູ້ເກົ່າ ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມນີ້ ທ່ານຍັງເນັ້ນໃຫ້ ຮັກສາການ ຫົວໜ້າກອງບັນຊາການ ປກສ ແຂວງ ສືບຕໍ່ຊີ້ນໍາວຽກງານການເມືອງ-ແນວຄິດ ໃຫ້ມີຄວາມໜັກແໜ້ນຂຶ້ນກວ່າເກົ່າ, ສືບຕໍ່ຊີ້ນໍາວຽກງານວິຊາສະເພາະ ຕິດພັນກັບ ການກໍ່ສ້າງພັກ-ກໍ່ສ້າງພະນັກງານພາຍໃນກົມກອງຂອງຕົນ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ສາມາດເຮັດສໍາເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ ແລະ ຖືກຕ້ອງຕາມລະບຽບຫຼັກການຂອງ ກໍາລັງປ້ອງກັນຄວາມສະຫງົບ ວາງອອກ ຢ່າງເຂັ້ມງວດ.