ກອງປະຊຸມໃຫຍ່ ຄັ້ງທີ VI ຂອງ ອົງຄະນະພັກ ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງ ປກສ ຈັດຂຶ້ນໃນວັນທີ 18 ມີນາ 2020, ເຂົ້າຮ່ວມໂດຍ ສະຫາຍ ພົຕ ປອ ສົມຫວັງ ທຳມະສິດ ຄະນະປະຈຳພັກ ຮອງລັດຖະມົນຕີ ກະຊວງ ປກສ, ພ້ອມທັງມີ ບັນດາຄະນະພັກ-ຄະນະອຳນວຍການ, ແຂກຮັບເຊີນ ແລະ ສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ.

ສະຫາຍ ພັອ ປອ ວັນສົມ ສີສົມບັດ ເລຂາຄະນະພັກ ຮັກສາການ ວສປ ກ່າວວ່າ:

ຕະຫຼອດໄລຍະ 5 ປີຜ່ານມາ, ຄະນະພັກ-ຄະນະອຳນວຍການ ວສປ ໄດ້ຖືເອົາການກໍ່ສ້າງພັກ-ພະນັກງານ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນທາງດ້ານການເມືອງ-ແນວຄິດເປັນກົກ. ໃນນັ້ນ, ໄດ້ຖືເອົາການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ບັນດາສະມາຊິກພັກ, ພະນັກງານ-ນັກຮົບ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ຕັ້ງຕໍ່ບໍລິສຸດຕໍ່ພັກ, ຕໍ່ອຸດົມການປະຕິວັດ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນບັນດາເຜົ່າ.

ຜ່ານການນໍາພາດ້ານການເມືອງ-ແນວຄິດ ສາມາດຢັ້ງຢືນໄດ້ວ່າ:

ບັນດາສະມາຊິກພັກ, ພະນັກງານ-ນັກຮົບ ຢູ່ພາຍໃນ ວສປ ສາມາດເຊີດຊູທັດສະນະນໍາໜ້າຂອງບັນດາສະມາຊິກພັກ, ຮັກສາໄດ້ບົດບາດການນຳພາ, ມີຄວາມຕັ້ງໜ້າ, ຫ້າວຫັນ, ຈົງຮັກພັກດີຕໍ່ລັດ, ຕໍ່ປະຊາຊົນ ແລະ ຕໍ່ອຸດົມການສັງຄົມນິຍົມ ເຊິ່ງສະແດງອອກໃນທັດສະນະຫຼັກໝັ້ນ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ, ຄວາມສາມັກຄີເປັນເອກະພາບ ແລະ ລະບຽບວິໄນຂອງສະມາຊິກພັກ, ພະນັກງານ-ນັກຮົບ ແລະ ນັກສຶກສາຢູ່ພາຍໃນ ວສປ.

ຕໍ່ກັບວຽກງານວິຊາສະເພາະ ກໍຄື ວຽກງານຊີ້ນໍາ-ນໍາພາ ຂົງເຂດວິຊາການສອນ-ການຮຽນ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນແມ່ນ:

ການກໍ່ສ້າງ, ການຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ແກ່ຄູ-ອາຈານ. ໃນນີ້, ໄດ້ກໍ່ສ້າງຖັນແຖວຄູ-ອາຈານ ດ້ວຍການນຳສົ່ງໄປຍົກລະດັບວິຊາສະເພາະ ແລະ ທິດສະດີການເມືອງ ກໍຄື ໜ້າທີ່ວິຊາສະເພາະ ເພື່ອແນໃສ່ຮັບປະກັນໃຫ້ແກ່ການສອນຂອງຄູ-ອາຈານ ຖືກຕາມຫຼັກວິທະຍາສາດ, ຮັກສາໄດ້ຈັນຍາບັນຂອງຄູ. ພ້ອມກັນນັ້ນ, ກໍສົ່ງເສີມໃຫ້ຖັນແຖວຄູ-ອາຈານ ໄດ້ຄົ້ນຄວ້າວິທະຍາສາດ, ການແຕ່ງ, ແປ ແລະ ສ້າງຕໍາລາຮຽນວຽກງານວິຊາສະເພາະ ຂະແໜງການຕ່າງໆນັບມື້ເປັນຮູບປະທຳ.

ນອກຈາກນີ້, ໄດ້ຂຶ້ນຫ້ອງສອນຕາມໂຄງການ, ຫຼັກສູດທີ່ວິທະຍາຄານວາງອອກ ແລະ ສ້າງທຸກເງື່ອນໃຫ້ຄູ-ອາຈານ ແຕ່ລະຄະນະວິຊາ ໄດ້ພົວພັນຮ່ວມມືກັບ ກົມກອງວິຊາສະເພາະ ເພື່ອເອົາມາປັບປຸງບົດສອນ, ຕຳລາຄູ່ມືການສິດສອນ ແລະ ເຮັດໃຫ້ຄຸ-ອາຈານ ໄດ້ຕິດພັນກັບຕົວຈິງຫຼາຍຂຶ້ນ.

ເຊິ່ງປັດຈຸບັນ ໄດ້ສ້າງກຳລັງວິຊາສະເພາະ ຕາມ 5 ຂະແໜງການຄື:

  1. ຂະແໜງສືບສວນ-ສອບສວນ
  2. ຂະແໜງຕ້ານປະຕິການ
  3. ຂະແໜງຕ້ານນັກສືບ
  4. ຂະແໜງປ້ອງກັນພາຍໃນ
  5. ຂະແໜງຄຸ້ມຄອງລັດ ດ້ານຄວາມສະຫງົບແຫ່ງຊາດ

ໃນ 5 ປີຕໍ່ໜ້າ, ຄະນະພັກ-ຄະນະອຳນວຍການ ວສປ ຍັງຈະສືບຕໍ່ຊີ້ນຳໆພາສະມາຊິກພັກ, ພະນັກງານ-ນັກຮົບ ແລະ ນັກສຶກສາ ໃຫ້ຮັບຮູ້, ເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິ, ຄຳສັ່ງຂອງຂັ້ນເທິງ, ແນໃສ່ຍົກສູງນ້ຳໃຈຮັກຊາດ, ຄວາມຈົງຮັກພັກດີ, ບໍລິສຸດຜຸດຜ່ອງຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນບັນດາເຜົ່າ.

ພ້ອມທັງສືບຕໍ່ນຳພາປັບປຸງບູລະນະ ວສປ ໃຫ້ກາຍເປັນ ສະຖາບັນຄົ້ນຄວ້າວິທະຍາສາດ, ເປັນເບົ້າຫຼ່ໍກໍ່ສ້າງ ແລະ ພັດທະນາກຳລັງປ້ອງກັນຄວາມສະຫງົບ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ຄວາມສາມາດ, ມີແບບແຜນວິທີເຮັດວຽກ, ສາມາດຕອບສະໜອງ ພາລະກິດປ້ອງກັນຄວາມສະຫງົບ ໃນໄລຍະໃໝ່, ຍົກສູງບົດບາດການນຳພາຂອງຄະນະພັກ, ຄະນະບັນຊາ ຢູ່ແຕ່ລະຂັ້ນ ດ້ວຍການປັບປຸງແບບແຜນນຳພາ-ບັນຊາໃຫ້ຖືກຕ້ອງ, ຖືເອົາການຮ່ວມຊີວິດການເມືອງຂອງພັກ ເປັນການປັບປຸງພາຍໃນ ໄປພ້ອມກັບ ການນຳພາປັບປຸງກໍ່ສ້າງພັກ, ພະນັກງານໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຈົນສາມາດເປັນແກນນໍາໃນການຊີ້ນໍາ-ນຳພາ, ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດ, ໜ້າທີ່ການເມືອງຂອງກົມກອງ, ຢຶດໝັ້ນ 5 ຫຼັກການ 3 ທິດນໍາ ໃນການກໍ່ສ້າງພັກ, ເພີ່ມທະວີບົດບາດການກໍ່ສ້າງໜ່ວຍພັກ, ກົມກອງປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ມີລະບຽບວິໄນເຂັ້ມງວດ.

ການປ່ອນບັດເລືອກເອົາ ຄະນະພັກ ວສປ ຊຸດໃໝ່

ກອງປະຊຸມ ຍັງໄດ້ມີການປ່ອນບັດເລືອກເອົາ ຄະນະພັກ ວສປ ຊຸດໃໝ່ ເຊິ່ງມີຜູ້ລົງສະໝັກ ຈຳນວນ 13 ສະຫາຍ, ເລືອກເອົາ 11 ສະຫາຍ ເຊິ່ງກອງປະຊຸມໄດ້ເປັນເອກະສັນເລືອກເອົາ ດັ່ງນີ້:

  • ສະຫາຍ ພັອ ປອ ວັນສົມ ສີສົມບັດ ເປັນ ເລຂາ
  • ສະຫາຍ ພັອ ບຸນນ້ອຍ ໄຊຍະພູມ ເປັນ ຮອງເລຂາ
  • ສະຫາຍ ພັອ ພູວັນ ນາຊຽງຄໍາ ເປັນ ປະທານກວດກາພັກ
  • 2 ສະຫາຍ ເປັນ ຮອງປະທານກວດກາ ແລະ ອີກ 6 ສະຫາຍ ເປັນ ຄະນະ