ເຈົ້າໜ້າທີ່ໜ່ວຍຕຳຫຼວດງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ບຸກເຂົ້າກວດຄົ້ນເຮືອນຂອງເປົ້າໝາຍ ອາຍຸ 23 ປີ ຢູ່ບ້ານຊໍາເຄ້ ທີ່ມີການພົວພັນກັບຢາເສບຕິດ, ເຊິ່ງຜ່ານການກວດຄົ້ນພົບຢາບ້າຈໍານວນ 130 ເມັດ ເຊື່ອງໄວ້ໃນບ່ອນນອນ ກ່ອນນໍາຕົວໄປສອບສວນ.

ຄະດີດັ່ງກ່າວນີ້, ຜູ້ຖືກຫາຊື່ ທ້າວ ກິໂຕ່ຍ (ໂຕ່ຍ) ອາຍຸ 23 ປີ ຢູ່ບ້ານຊໍາເຄ້ ເມືອງໄຊເສດຖາ ໂດຍຜ່ານການ ສອບສວນຜຸ້ກ່ຽວສາລະພາບວ່າ ໄດ້ເລີ່ມເຄື່ອນໄຫວເສບຢາເສບຕິດຢາບ້າມາແຕ່ຕົ້ນປີ 2018 ເສບຄັ້ງລະ 2-3 ເມັດ, ຢາບ້າທີ່ນໍາໄປເສບໃນເບື້ອງຕົ້ນແມ່ນຊື້ຕາມຮ້ານເກມ ເຂດບ້ານຊໍາເຄ້ ແລະ ສະຖານທີ່ເສບແມ່ນໃຊ້ຫ້ອງ ນ້ຳໃນຮ້ານເກມທີ່ຕົນມັກໄປຫຼິ້ນເປັນປະຈໍາ ແລະ ແຄມປ່າບ້ານໃກ້ຄຽງບ້ານ; ເດືອນມີນາ 2019, ໄດ້ເລີ່ມເຄື່ອນໄຫວຄ້າ-ຂາຍຢາເສບຕິດປະເພດຢາບ້າ, ເຊິ່ງຊື້ນຳ ທ້າວ ຈ່ອຍ ອາຍຸ 20 ປີ ຢູ່ບ້ານແສງສະຫວ່າງ ໂດຍຮູ້ ຈັກກັນຢູ່ຮ້ານເກມ ເຂດບ້ານຊໍາເຄ້ ແລະ ຄັ້ງທໍາອິດຊື້ຈໍານວນ 50 ເມັດ ຫຼັງຈາກໄດ້ຢາບ້າມາແລ້ວ ກໍເອົາໄປ ຂາຍຕໍ່ໃຫ້ໄວລຸ້ນຢູ່ແຖວບ້ານ ເພື່ອກິນກໍາໄລ ເມື່ອຂາຍໝົດເວລາໃດ ທ້າວ ກິໂຕ່ຍ ກໍຈະໂທສັ່ງຊື້ຢາບ້ານຳ ທ້າວ ຈ່ອຍ ອີກຈຳນວນ 50-100 ເມັດ ບາງຄັ້ງກໍຈ່າຍສົດ ແລະ ບາງຄັ້ງກໍຕິດໜີ້. ຜູ້ກ່ຽວສັ່ງຊື້ຢາບ້ານຳ ທ້າວ ຈ່ອຍ ຈຳນວນຫຼາຍຄັ້ງຈົນບໍ່ສາມາດຈື່ສະຖານທີ່ໄດ້. ການສົ່ງຢາສ່ວນຫຼາຍແມ່ນທ້າວ ກິໂຕ່ຍ ຈະເປັນຄົນໂທຫາ ທ້າວ ຈ່ອຍ ມາສົ່ງໃຫ້ຢູ່ເຮືອນ ແລະ ບາງຄັ້ງກໍສົ່ງຢູ່ຮ້ານເກມ ສ່ວນກຳໄລທີ່ໄດ້ມາຈາກການຄ້າ-ຂາຍຢາບ້າແຕ່ລະຄັ້ງແມ່ນໃຊ້ຈ່າຍສ່ວນຕົວ ແລະ ຊື້ຢາບ້າມາເສບຈົນໝົດ.

ມາຮອດວັນທີ 11 ມີນາ 2020, ເວລາປະມານ 22:00 ໂມງ ຜູ້ກ່ຽວໄດ້ໂທຫາ ທ້າວ ຈ່ອຍ ອີກ ເພື່ອສັ່ງຊື້ຢາບ້າ ແຕ່ຕິດຕໍ່ຫາຜູ້ກ່ຽວບໍ່ໄດ້ແລ້ວຕົນ ຈຶ່ງໄດ້ອອກໄປຖາມຊື້ຢາບ້ານໍາ ທ້າວ ຕົ້ນ ອາຍຸ 42 ປີ ເຊິ່ງເປັນຄົນບ້ານດຽວ ກັນ ຈຳນວນ 130 ເມັດ ຫຼັງຈາກໄປຊື້ຢາບ້ານຳ ທ້າວ ຕົ້ນ ມາແລ້ວ ທ້າວ ກິໂຕ່ຍ ກໍກັບມານອນຢູ່ເຮືອນ. ມື້ຕໍ່ ມາ, ເວລາປະມານ 12:00 ໂມງ ໄດ້ມີເຈົ້າໜ້າທີ່ເຂົ້າຈັບຕົວ ທ້າວ ກິໂຕ່ຍ ຢູ່ເຮືອນພ້ອມກວດພົບຂອງກາງຢາບ້າຈຳນວນດັ່ງກ່າວຢູ່ກ້ອງເສື່ອບ່ອນນອນຂອງຜູ້ກ່ຽວ ຈຶ່ງໄດ້ນຳຕົວໄປກອງຄະດີອາຍາເມືອງໄຊເສດຖາ ເພື່ອດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.