ປັດຈຸບັນ, ສະພາບການສັນຈອນຢູ່ເສັ້ນທາງ ນັບແຕ່ເຂດ 4 ແຍກໄຟອໍານາດອນໝູນຫາດົງໂດກ ໂດຍສະເພາະໜ້າຮ້ານຂາຍເຄື່ອງສົ່ງ-ຍ່ອຍໂຊກທະວີ ແລະ ເສັ້ນທາງມະຫາວິທະຍາໄລແຫ່ງຊາດ ເຂດໜ້າທະນາຄານການຄ້າຕ່າງປະເທດລາວ ສາຂາດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈຸດດັ່ງກ່າວໄດ້ພົບກັບບັນຫາສະພາບ ການສັນຈອນຕິດຂັດຫຼາຍ ແລະ ທັງມີອຸບັດຕິເຫດເກີດຂຶ້ນຢ່າງເປັນປະຈໍາສືບເນື່ອງມາຈາກສະພາບການສັນ ຈອນໜາແໜ້ນ. ຄຽງຄູ່ກັບບັນດາຮ້ານຂາຍເຄື່ອງບໍ່ມີສະຖານທີ່ຈອດລົດ.

ສາເຫດທີ່ພາໃຫ້ສະພາບການສັນຈອນພົບຄວາມຫຍຸ້ງຍາກຢູ່ຈຸດດັ່ງກ່າວ ແມ່ນສືບເນື່ອງຈາກວ່າການສັນຈອນຂອງລົດແມ່ນມາຈາກຫຼາຍທິດທາງ ເປັນຕົ້ນແມ່ນມາຈາກເສັ້ນທາງເລກ 10 ໃຕ້, ເລກ 13 ເໜືອ, ລົດຮັບສົ່ງນັກຮຽນ, ລົດນັກຮຽນ ຫຼື ຜູ້ປົກຄອງທີ່ໄປສົ່ງລູກໄປໂຮງຮຽນລະຫວ່າງໂຮງຮຽນວັນໃໝ່ ແລະ ໂຮງຮຽນ ມສ ດອນໜູນ ທີ່ຢູ່ກົງກັນຂ້າມກັນ 2 ຝາກທາງ ເຮັດໃຫ້ຜູ້ສັນຈອນໄປ-ມາ ນໍາໃຊ້ເສັ້ນທາງດັ່ງກ່າວ ໃນການລ້ຽວກັບ ພາໃຫ້ລົດມີການແອອັດ, ອັ່ງອໍ ແລະ ບໍ່ເປັນລະບຽບຮຽບຮ້ອຍໃນໂມງຮີບດ່ວນ (ໂມງລັດຖະການ) ລວມທັງຕອນເຊົ້າ ແລະ ຕອນແລງ. ນອກນັ້ນ, ຍັງມີຮ້ານຂາຍເຄື່ອງຢູ່ສອງຝາກທາງເສັ້ນທາງດັ່ງກ່າວນຳອີກ. ຄຽງຄູ່ກັນນີ້, ສະພາບເສັ້ນທາງກໍຍັງຄັບແຄບ. ແຕ່ຈຳນວນພາຫະນະ ແລະ ຜູ້ນໍາໃຊ້ລົດ-ໃຊ້ຖະໜົນ ກໍມີອັດຕາເພີ່ມຂຶ້ນເລື້ອຍໆ.

ໄລຍະຜ່ານມາ, ພະແນກໂຍທາທິການ ແລະ ຂົນສົ່ງ ໄດ້ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງເກັບກໍາປະລິມານລົດຢູ່ຈຸດໄຟອຳນາດດອນໜູນ ແລະ ປັດຈຸບັນໄດ້ຕິດຕັ້ງລະບົບໄຟອໍານາດເປັນຫຼາຍຊ່ວງເວລາຕາມປະລິມານລົດທີ່ສັນຈອນແຕກຕ່າງກັນ ຄື: ເວລາ 5:30 ໂມງ ຫາ 19:00 ໂມງ ແມ່ນຕັ້ງເປັນລະບົບໂອໂຕໄຟຂຽວອອກຈາກບ້ານນາແຄ 15 ວິນາທີ, ເບື້ອງອອກມາຈາກຫໍພັກຊີເກມ 24 ວິນາທີ, ເບື້ອງດົງໂດກ ຫາ ດອນໜູນ 50 ວິນາທີ ແລະ ເບື້ອງດອນໜູນເຂົ້າມາຫາດົງໂດກ 45 ວິນາທີ, ຫຼັງຈາກເວລາ 19:00 ຫາ 5:30 ໂມງ ແມ່ນຕັ້ງເປັນລະບົບໄຟກະພິບ. ພາຍຫຼັງທີ່ມີການຕິດຕັ້ງໄຟອໍານາດ ກໍຍັງບໍ່ສາມາດແກ້ໄຂບັນຫາລົດອັ່ງອໍໄດ້, ເຊິ່ງບາງຄັ້ງຍັງມີລົດຕິດຂັດຍາວ ແລະ ໃຊ້ເວລານານພໍສົມຄວນຈຶ່ງຜ່ານຈຸດນີ້ໄປໄດ້; ນອກນັ້ນ, ການຈອດລົດຊະຊາຍຢູ່ເຂດເສັ້ນທາງຂາເຂົ້າແມ່ນໜ້າຮ້ານປິ້ງເປັດ (ສຸກດາວັນ) ແລະ ເສັ້ນທາງຂາອອກ ແມ່ນເຂດຮ້ານຂາຍເຄື່ອງໂຊກທະວີ ເຫັນວ່າຮ້ານດັ່ງກ່າວ ຍັງບໍ່ມີສະຖານທີ່ຈອດລົດພຽງພໍ ເຮັດໃຫ້ລົດລູກຄ້າຈອດຊ້ອນກັນ ເຮັດໃຫ້ກີດ ຂວາງການສັນຈອນ ລວມທັງການຂາຍເຄື່ອງຊະຊາຍຕາມແຄມທາງ ແລະ ການຈອດລົດຮັບຜູ້ໂດຍສານຂອງລົດເມ ແຕ່ 4 ແຍກດົງໂດກ ຫາ ວົງວຽນດອນໜູນນຳອີກ. ຄຽງຄູ່ກັນນັ້ນ, ຜູ້ຂັບຂີ່ຈໍານວນໜຶ່ງບໍ່ເຄົາລົບກົດຈະລາຈອນ ສະແດງອອກ ຄື: ການຂັບຂີ່ລົດບໍ່ຖືກຊ່ອງຈະລາຈອນ, ປ່ຽນທິດທາງກະທັນຫັນ, ເຊິ່ງຍັງເປັນບັນຫາ ຖດຍພາກສ່ວນທີ່ກ່ຽວຂ້ອງຍັງແກ້ໄຂບໍ່ໄດ້.

ມາໃນວັນທີ 17 ມີນາ 2020, ພົຈວ ປອ ທອງສະຫວັນ ວົງສະຫວັດ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ພ້ອມດ້ວຍເຈົ້າໜ້າທີ່ກົມ-ພະແນກຕໍາຫຼວດຈະລາຈອນ, ພະແນກໂຍທາທິການ ແລະ ຂົນສົ່ງ, ໄຟຟ້ານະຄອນຫຼວງວຽງຈັນ ແລະ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງໄດ້ລົງກວດກາ-ສໍາຫຼວດຕາມຈຸດ 4 ແຍກ ໄຟອຳນາດດອນໜູນ, ໜ້າຮ້ານຂາຍເຄື່ອງສົ່ງ-ຍ່ອຍໂຊກທະວີ (ເຈ້ຜົງ) ແລະ ເສັ້ນທາງມະຫາວິທະຍາໄລແຫ່ງຊາດ (ໜ້າທະນາຄານການຄ້າຕ່າງປະເທດລາວ ສາຂາດົງໂດກ) ຕົວຈິງ. ຜ່ານການປຶກສາຫາລືໄດ້ເຫັນເປັນເອກະພາບກັນວ່າ: ໃນການແກ້ໄຂບັນຫາຢູ່ຈຸດດັ່ງກ່າວແມ່ນໃຫ້ພະແນກໂຍທາທິການ ແລະ ຂົນສົ່ງກວດກາ, ແຕ້ມເສັ້ນແບ່ງຊ່ອງທາງຈະລາຈອນ, ເສັ້ນຢຸດຄືນໃຫ້ຊັດເຈນ ແລະ ຕິດຕັ້ງປ້າຍຫ້າມລ້ຽວກັບ, ປ້າຍແນະນໍາ ອື່ນໆຢູ່ຈຸດໄຟອຳນາດດອນໜູນ; ໃຫ້ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ສົມທົບກັບກອງຕໍາຫຼວດຈະລາຈອນ ເມືອງໄຊທານີ ລົງແກ້ໄຂການຈອດລົດຊະຊາຍຕາມແຄມທາງໜ້າຮ້ານຄ້າໃຫ້ມີຄວາມເປັນລະບຽບຮຽບຮ້ອຍ. ສໍາລັບການ ຈອດລົດຊະຊາຍຕາມເສັ້ນທາງເຂດມະຫາວິທະຍາໄລແຫ່ງຊາດລາວ (ໜ້າທະນາຄານການຄ້າຕ່າງປະເທດລາວ ສາຂາດົງໂດກ), ຮ້ານປິ້ງເປັດສຸກດາວັນ ແລະ ຮ້ານຂາຍເຄື່ອງສົ່ງໂຊກທະວີ ແມ່ນຈະເລີ່ມລົງຈັດຕັ້ງປະຕິບັດ ແລະ ແກ້ໄຂໄວໆນີ້ເຊັ່ນດຽວກັນ.

ໃນການແກ້ໄຂສະເພາະໜ້າ, ແມ່ນໃຫ້ພະແນກຕໍາຫຼວດຈະລາຈອນ ສົມທົບກັບກອງຈະລາຈອນເມືອງ ສືບຕໍ່ລົງປະຈໍາຢູ່ຈຸດໄຟອຳນາດດອນໜູນຢ່າງເປັນປົກກະຕິ, ກໍານົດແຜນທົດລອງຈັດຕັ້ງປະຕິບັດຢູ່ຈຸດດັ່ງກ່າວໃນໄລຍະ 1 ເດືອນ ໂດຍຈະການປິດການສັນຈອນໃນໂມງຮີບດ່ວນ ບໍ່ໃຫ້ມີການລ້ຽວຊ້າຍ ຫຼື ລ້ຽວກັບ, ໃຫ້ສາມາດລ້ຽວຂວາ ແລະ ໄປຊື່ພຽງຢ່າງດຽວ, ສ່ວນຜູ້ທີ່ໃຊ້ລົດທີ່ມາຈາກໄຟອຳນາດດົງໂດກ ແລະ ອອກຈາກບ້ານນາແຄ ແມ່ນໃຫ້ໄປລ້ຽວກັບຢູ່ວົງວຽນດອນໜູນ; ຜູ້ທີ່ມາຈາກດອນໜູນ ແລະ ອອກຈາກຫໍພັກຊີເກມແມ່ນໃຫ້ໄປ ລ້ຽວກັບຢູ່ຂ້າງໜ້າໝົກ ເພື່ອເຮັດໃຫ້ການສັນຈອນໄປ-ມາມີຄວາມສະດວກບາຍ ແລະ ເປັນການຫຼຸດຜ່ອນການເກີດອຸ ບັດຕິເຫດນຳອີກ.