ປະຊາຊົນບ້ານລອງມູນຈອມແກ້ວ ແລະ ບ້ານລອງມູນສິງໄຊ ຮ່ວມແຮງກັນ ສ້ອມແປງຂົວ ຂ້າມນໍ້າເຄືອງ
ປະຊາຊົນບ້ານລອງມູນຈອມແກ້ວ ແລະ ບ້ານລອງມູນສິງໄຊ ຮ່ວມແຮງກັນ ສ້ອມແປງຂົວ ຂ້າມນໍ້າເຄືອງ

ໃນອາທິດຜ່ານມາ, ບ້ານລອງມູນ ເມືອງນາແລ ແຂວງຫຼວງນໍ້າທາ ໄດ້ສ້າງຂະບວນການສ້ອມແປງຂົວເຂດບ້ານລອງມູນ, ນຳພາໂດຍ ທ່ານ ພອນໄຊ ໄມຈັນຕິບ ຫົວໜ້າຫ້ອງການ ຍທຂ ເມືອງນາແລ, ເຂົ້າຮ່ວມມີ ທ່ານ ທຳມະວົງ ບຸນຖາວອນ ຮອງເຈົ້າເມືອງໆນາແລ; ມີຄະນະບ້ານ, ປກສ ກຸ່ມບ້ານ, ທະຫານປະຈຳບ້ານລອງມູນ, ຄູ-ອາຈານໂຮງຮຽນ ມໍ ຕົ້ນ, ໂຮງຮຽນປະຖົມ, ພະນັກງານປະຈຳສຸກສາລາ ພ້ອມດ້ວຍປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ທຶນສ້ອມແປງແມ່ນທຶນຈາກເມືອງນາແລ 100%
ທຶນສ້ອມແປງແມ່ນທຶນຈາກເມືອງນາແລ 100%

ຮທ ພອນສະຫວັນ ອາໄລຮັກ ຮອງຫົວໜ້າ ປກສ ກຸ່ມບ້ານ ລອງມູນ ໃຫ້ຮູ້ວ່າ: ຈຸດປະສົງໃນການສ້າງຂະບວນການອອກແຮງງານສ້ອມແປງຂົວຂ້າມແມ່ນໍ້າເຄືອງ ໃນຄັ້ງນີ້ ເພື່ອປ່ຽນໄມ້ປູພື້ນຂົວອັນເກົ່າອອກ ແລະ ເຊື່ອມໄມ້ໃໝ່ເຂົ້າ; ເຊິ່ງຄວາມຍາວຂອງຂົວທີ່ໄດ້ສ້ອມແປງມີທັງໝົດ 33 ແມັດ ໄດ້ນໍາໃຊ້ໄມ້ປະມານ 4-5 ຄິວ ລວມມູນຄ່າ ຈໍານວນ 10 ລ້ານກ່ວາກີບ, ໂດຍແມ່ນທຶນຂອງເມືອງນາແລ ແລະ ສົມທົບແຮງງານຂອງພໍ່-ແມ່ປະຊາຊົນບ້ານລອງມູນຈອມແກ້ວ ແລະ ບ້ານລອງມູນສິງໄຊ.

ເພື່ອການສັນຈອນທີ່ສະດວກ-ສະບາຍ ແລະ ຮັບປະກັນຄວາມປອດໄພ
ເພື່ອການສັນຈອນທີ່ສະດວກ-ສະບາຍ ແລະ ຮັບປະກັນຄວາມປອດໄພ