ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ເມືອງຫົງສາ
ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ເມືອງຫົງສາ

ພິທີ ເຊັນສັນຍາຮັບເໝົາ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ເມືອງຫົງສາ ແຂວງໄຊຍະບູລີ ລະຫວ່າງຫ້ອງການສຶກສາທິການ ແລະ ກິລາເມືອງຫົງສາ ແລະ ບໍລິສັດ ຈັນທະວົງ ກໍ່ສ້າງຂົວທາງ ແລະ ສ້ອມແປງເຄຫະສະຖານ ຈໍາກັດ ໄດ້ມີຂຶ້ນໃນຕົ້ນເດືອນທີ່ຜ່ານມາ; ໂດຍມີ ທ່ານ ປ່ຽນ ຈິນດາ ຫົວໜ້າຫ້ອງການເມືອງຫົງສາ, ມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຫົວໜ້າຫ້ອງ ການອ້ອມຂ້າງເມືອງ ແລະ ຕາງໜ້າບໍລິສັດ ຈັນທະວົງ ກໍ່ສ້າງຂົວທາງ ແລະ ສ້ອມ
ແປງເຄຫະຖານ ຈໍາກັດ ເຂົ້າຮ່ວມເປັນ ສັກຂີພະຍານ.

ທ່ານ ບຸນທະວີ ສີປະເສີດ ຮັກສາການຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ, ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໆໄຊຍະບູລີ ວ່າດ້ວຍການອະນຸຍາດໃຫ້ເມືອງຫົງສາ ກໍ່ສ້າງໂຮງຮຽນປະຖົມສົມບູນ ເມືອງຫົງສາ ສະບັບເລກ ທີ 1624/ຈຂ.ຊຍ ລົງວັນທີ 27 ທັນ
ວາ 2019, ໂດຍອີງຕາມແຜນພັດທະນາ ເສດຖະກິດ – ສັງຄົມ ຂອງເມືອງ 5 ປີ ແລະ ແຜນພັດທະນາພື້ນຖານໂຄງລ່າງດ້ານການສຶກສາ ປະຈໍາສົກປີ 2020 2021, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວໄດ້ຮັບຜົນດີ, ຮັບປະກັນທາງດ້ານຄຸນນະພາບ ແລະ ສໍາ
ເລັດຕາມກໍານົດເວລາ, ໂຄງການດັ່ງກ່າວ ມີມູນຄ່າໃນການກໍ່ສ້າງ ທັງໝົດ 995
ລ້ານກວ່າກີບ, ໂດຍນຳໃຊ້ແຫຼ່ງທຶນພັດທະນາຊຸມຊົນໂຄງການໄຟຟ້າພະລັງງານຄວາມຮ້ອນຫົງສາ; ໂຄງການກໍ່ສ້າງດັ່ງກ່າວ, ເປັນອາຄານຊັ້ນດຽວ, ມີລວງກວ້າງ 8 ແມັດ, ລວງຍາວ 4,23 ແມັດ, ໂຄງສ້າງເຮັດດ້ວຍເບຕົງເສີມເຫຼັກ, ໂຄງຫຼັງຄາເສີມດ້ວຍເຫຼັກມຸງດ້ວຍກະເບື້ອງ, ພື້ນປູດ້ວຍເບຕົງເສີມເຫຼັກ, ມີ 7 ຫ້ອງຮຽນ, ຫ້ອງນໍ້ານອກ 7 ຫ້ອງ, ຝາກໍ່ດ້ວຍດິນບລັອກ, ໂດຍແມ່ນ ບໍລິສັດຈັນທະວົງ ກໍ່ສ້າງ-ຂົວທາງ ແລະ ສ້ອມແປງເຄຫະສະຖານ ຈໍາກັດ, ເປັນຜູ້ຮັບເໝົາ; ເຊິ່ງມີໄລຍະເວລາໃນການກໍ່ສ້າງເປັນເວລາ 6 ເດືອນ ນັບແຕ່ມື້ເຊັນສັນຍາເປັນຕົ້ນໄປ.

ພິທີເຊັນສັນຍາຮັບເໝົາໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ເມືອງຫົງສາ ແຂວງໄຊຍະບູລີ
ພິທີເຊັນສັນຍາຮັບເໝົາໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ເມືອງຫົງສາ ແຂວງໄຊຍະບູລີ

ຫຼັງຈາກນັ້ນ, ທັງ 2 ຝ່າຍໄດ້ເຊັນສັນຍາຮ່ວມກັນ ເຊິ່ງຕາງໜ້າເຈົ້າຂອງໂຄງການໂດຍແມ່ນ ທ່ານ ທອງສຸກ ປ້ອງຄຳ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ທ່ານ ຊົງຍົດ ຈັນທະວົງຮອງອໍານວຍການ ບໍລິສັດຈັນທະວົງ ກໍ່ສ້າງ-ຂົວທາງ ແລະ ສ້ອມແປງເຄຫະສະຖານ ຈໍາກັດ ໂດຍຊ່ອງໜ້າ ທ່ານ ປ່ຽນ ຈິນດາ ຫົວໜ້າຫ້ອງວ່າການເມືອງ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມເປັນສັກຂີພະຍານ.