ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ເປີດປະຊຸມສານໃນວັນທີ 19 ມີນານີ້ ເພື່ອນຳສໍານວນຄະດີອາຍາຂັ້ນຕົ້ນ ເລກທີ 1256/ອຍກ.ນວ ໃນສຳນວນດັ່ງກ່າວ ມີຈຳເລີຍ ທີ່ໄດ້ກະທຳຜິດສະຖານການຄ້າຂາຍຢາເສບຕິດປະເພດຢາບ້າ ແລະ ການຊື້-ຂາຍຊັບຂອງພົນລະເມືອງຢ່າງຜິດກົດໝາຍ, ເຊິ່ງຄະນະສານໄດ້ພິຈາລະນາຕັດສິນ 5 ປີ 3 ເດືອນ ປັບໃໝ 10.500.000 ກີບ.

ສໍານວນຄະດີອາຍາຂັ້ນຕົ້ນ ເລກທີ1256/ອຍກ.ນວ ເປັນສຳນວນຄະດີຂອງຈຳເລີຍຊື່ ທ້າວ ກູ້ຢ່າງ ອາຍຸ 35 ປີ
ພັກເຊົາຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ກັກຕົວໃນວັນທີ 25 ກັນຍາ 2018 ພ້ອມຂອງກາງຢາບ້າ 50 ເມັດ, ຜ່ານການສອບສວນ ທ້າວ ກູຢ່າງ (ຈຳເລີຍ) ຮັບສາລະພາບວ່າ: ເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດປະເພດຢາບ້າ ມາແຕ່ເດືອນເມສາ 2018, ຢາບ້າທີ່ເອົາມາຂາຍແມ່ນຊື້ຢູ່ຮ້ານເກມ ເຂດບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ຊື້ຄັ້ງລະ 10 ເມັດ ແລະ ເມື່ອໄດ້ຢາບ້າມາແລ້ວ ກໍນຳໄປຂາຍ
ໃຫ້ໄວລຸ້ນທີ່ມົ້ວສຸມໃນຮ້ານເກມນັ້ນ ເລີຍ ແລະ ຊື້ມາແລ້ວຫຼາຍຄັ້ງ. ເດືອນເມສາ 2018 ຈຳເລີຍໄດ້ໄປຫຼິ້ນເກມອອນ ລາຍຢູ່ບ້ານຈັນສະຫວ່າງ ໄດ້ພົບກັບ ທ້າວ ພີ ບໍ່ຮູ້ບ້ານຢູ່, ທ້າວ ພີ ໄດ້ຖາມຂາຍລົດຈັກ ຮອນດາເວບ 100 ບໍ່ມີໝາຍເລກ ທະບຽນ ແລະ ບໍ່ມີເອກະສານ ໃນລາຄາ 2.500.000 ກີບ, ແຕ່ຈຳເລີຍບໍ່ມີເງິນ ຈຶ່ງໄປຫານາງ ເບິ່ງຈໍ່ ອາຍຸປະມານ 35 ປີ ຢູ່ບ້ານວຽງຄໍາ ເມືອງສີໂຄດຕະບອງ ແຕ່ນາງ ເປົ່າລໍ່ ບໍ່ມີເງິນຊື້. ແຕ່ຖ້າຂາຍໃນລາຄາ 1.500.000 ກີບ ຈະຊື້ສອງມື້. ຕໍ່ມາ ທ້າວ ພີ ໄດ້ບອກໃຫ້ຈຳເລີຍເອົາລົດຄັນດັ່ງກ່າວໄປຂາຍໃຫ້ ນາງ ເປົ່າລໍ່ ໃນລາຄາ 1.500.000 ກີບ.

ມາວັນທີ 4 ມິຖຸນາ 2018 ເວລາປະມານ 9:00 ໂມງ ຈຳເລີຍໄດ້ໄປຮ້ານເກມອອນລາຍແລ້ວຊື້ຢາບ້ານໍຳ ທ້າວ ຈ່ອຍ ອາຍຸປະມານ 39 ປີ ບໍ່ຮູ້ບ້ານຢູ່ ຈໍານວນ 50 ເມັດ, ທ້າວ ຈ່ອຍ ໄດ້ນັດຈຸດຊື້ຂາຍຢູ່ເສັ້ນທາງເຂດບ້ານໜອງ ບອນ ເມືອງໂພນໂຮງ ແຂວງວຽງຈັນ. ຈາກນັ້ນ, ຈຳເລີຍໄດ້ໄປເອົາລົດເວບ 100 ທີ່ຊື້ນັ້ນ ຂັບຂີ່ໄປຈຸດນັດໝາຍ ພໍໄປຮອດເຫັນລົດ ທ້າວ ຈ່ອຍ ຈອດຢູ່ແຄມທາງ ຈຳເລີຍໄດ້ເຂົ້າໄປເອົາຢາບ້ານໍາ ທ້າວ ຈ່ອຍ ທີ່ຫຸ້ມຫໍ່ດ້ວຍຜ້າອັດປາກສີດໍາ ເມື່ອໄດ້ຢາບ້າ ກໍຂັບຂີ່ລົດຈັກກັບມາ ພໍຂັບຂີ່ມາຮອດເຂດ 3 ແຍກບ້ານໄຊມຸງຄຸນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈຶ່ງຖືກເຈົ້າໜ້າທີ່ຈັບຕົວ ແລະ ກວດຄົ້ນພົບຂອງກາງຢາບ້າ ຈໍານວນ 50 ເມັດໄປດໍາເນີນຄະດີ.

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ, ພາວະວິໄສແລ້ວເຫັນວ່າ: ມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າການກະທໍາຂອງ ທ້າວ ກູ້ຢ່າງ (ຈໍາເລີຍ) ເປັນການກະທໍາຜິດທາງອາຍາໃນສະຖານການຄ້າຂາຍຢາເສບຕິດປະເພດຢາບ້າ ແລະ ການຊື້ຂາຍຊັບຂອງພົນລະເມືອງຢ່າງຜິດກົດໝາຍ, ເຊິ່ງເປັນການກະທໍາຜິດທີ່ແຕະຕ້ອງຕໍ່ເສດຖະກິດຂອງຊາດ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການປັບປຸງມາດຕາ 146 ກົດໝາຍອາຍາ ແລະ ມາດຕາ 75, 76 ຂອງກົດໝາຍວ່າ ດ້ວຍຢາເສບຕິດມາດຕາ 2 ແລະ ກົດໝາຍອາຍາມາດຕາ 124.