ໃນຕອນບ່າຍຂອງວັນທີ 24 ມີນາ 2020, ກະຊວງສາທາລະນະສຸກ ກໍຄື ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໂດຍໄດ້ຢັ້ງຢືນວ່າ: ປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ແລ້ວ ຈໍານວນ 2 ຄົນ.

ທ່ານ ຮຈ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວວ່າ:

ປັດຈຸບັນສະພາບຂອງເຊື້ອພະຍາດໂຄວິດ-19 ຍັງມີການແພ່ລະບາດລາມໄປຫຼາຍປະເທດຢູ່ໃນທົ່ວໂລກ ກວມເອົາ 194 ປະເທດແລ້ວ, ໃນນັ້ນມີຜູ້ຕິດເຊື້ອ 317.896 ກໍລະນີ, ເສຍຊີວິດແລ້ວ 16.492 ກໍລະນີ ຕາມສະຖິຕິຂອງວັນທີ 24 ມີນານີ້.

ສະເພາະ ສປປ ລາວ, ໃນວັນທີ 23 ມີນາ 2020 ໄດ້ມີການກວດຕົວຢ່າງຜູ້ສົງໄສຕິດເຊື້ອໂຄວິດ-19 ຈໍານວນ 14 ກໍລະນີ; ໃນນີ້, ກໍລະນີທີ່ເປັນແຮງງານລາວເດີນທາງມາຈາກປະເທດໄທ ກວດບໍ່ພົບກໍລະນີທີ່ຕິດເຊື້ອ, ສ່ວນອີກ 2 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ຜົນກວດວິເຄາະ ແມ່ນພົບການຕິດເຊື້ອ ຜົນກວດເປັນບວກ.

  • ກໍລະນີທີ 1: ເປັນເພດຍິງ ອາຍຸ 36 ປີ ເປັນພະນັກງານນໍາທ່ຽວ ໂດຍນໍາພານັກທ່ອງທ່ຽວທີ່ມາຈາກປະເທດທີ່ມີການແພ່ລະບາດໂຄວິດ-19 ເຊິ່ງໄດ້ໄປເມືອງວັງວຽງ ແຂວງວຽງຈັນ, ແຂວງຫຼວງພະບາງ ແລະ ໄປປະເທດກໍາປູເຈຍ.
  • ກໍລະນີທີ 2: ເປັນເພດຊາຍ ອາຍຸ 28 ປີ ເປັນພະນັກງານເຮັດວຽກຢູ່ໂຮງແຮມຄຣາວພລາຊາ ເຊິ່ງໄດ້ເດີນທາງໄປຝຶກອົບຮົມຢູ່ບາງກອກ ປະເທດໄທ ແລະ ໄດ້ຕິດເຊື້ອກັບມາ.

ທ່ານຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ຮຽກຮ້ອງໃຫ້ພໍ່-ແມ່ປະຊາຊົນທຸກຊັ້ນຄົນ ຢ່າໄດ້ແຕກຕື່ນ, ຢ້ານກົວເກີນເຫດ ຕໍ່ກັບເຫດການທີ່ ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ຂອງ 2 ກໍລະນີນີ້ ແລະ ກໍຢ່າປະໝາດ ໃຫ້ພ້ອມກັນປະຕິບັດມາດຕະຖານການຕ່າງໆ ເພື່ອປ້ອງກັນຕົນເອງຕາມທີ່ ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ວາງອອກຢ່າງເຂັ້ມງວດ.