ທ້າວ ຄຳອ້າຍ ອາຍຸ 30 ປີ ຢູ່ບ້ານນາເລົ່າ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຖືກຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນຈຳຄຸກ 2 ປີ ປັບໃໝ 10 ລ້ານກີບ ສະຖານການມີຢາເສບຕິດໄວ້ໃນຄອບຄອງ ປະເພດຢາບ້າ ຈຳນວນ 8 ເມັດ ໃນ ວັນທີ 19 ມີນານີ້.

ຄະນະສານອາຍາໄດ້ຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ມີຢູ່ໃນສຳນວນຄະດີຢ່າງລະອຽດຖີ່ຖ້ວນຮອບດ້ານ ແລະ ພາວະວິໄສແລ້ວ ສາມາດຢັ້ງຢື່ນໄດ້ວ່າ ການກະ ທຳຂອງທ້າວ ຄຳອ້າຍ (ຈຳເລີຍ) ເປັນການກະທຳຜິດໃນສະຖານການມີຢາເສບຕິດໄວ້ໃນຄອບຄອງ ປະເພດຢາບ້າ ເປັນການກະທຳຜິດຕໍ່ປະມວນກົດໝາຍອາຍາ.

ທ້າວ ຄຳອ້າຍ ຍັງສາລະພາບໃນຂັ້ນເຈົ້າໜ້າທີ່ວ່າ: ຈຳເລີຍເລີ່ມເສບຢາບ້າ ມາແຕ່ປີ 2015 ເສບຄັ້ງລະ 2-3 ເມັດ ຢາບ້າທີ່ເອົາມາເສບແມ່ນໄດ້ຊື້ນຳໄວລຸ້ນຢູ່ຕາມຮ້ານເກມ ເຂດ ບ້ານທາດຫຼວງ ເມືອງໄຊເສດຖາ ແລະ ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ຊື້ຢາບ້າຄັ້ງລະ 2-10 ເມັດ ພາຍຫຼັງໄດ້ຢາບ້າມາແຕ່ລະຄັ້ງ ຈຳເລີຍແມ່ນນຳໄປເສບເອງຢູ່ເຮືອນໝົດ. ມາວັນທີ 20 ກັນຍາ 2019, ເວລາປະມານ 7:30 ໂມງ ຈຳເລີຍໄດ້ອອກໄປຊື້ຢາບ້ານຳພັກພວກຢູ່ຮ້ານເກມ ເຂດບ້ານໂພນປ່າເປົ້າ ຈຳນວນ 10 ເມັດ ເມື່ອໄດ້ຢາບ້າມາແລ້ວ ຈຳເລີຍໄດ້ແບ່ງເສບ 2 ເມັດ ໂດຍເສບຢູ່ຫ້ອງນໍ້າໃນຮ້ານເກມເລີຍ ເມື່ອເສບແລ້ວໄດ້ອອກມານັ່ງຫຼິ້ນເກມຕໍ່. ຈາກນັ້ນ, ຈຶ່ງຖືກເຈົ້າໜ້າທີ່ເຂົ້າຈັບຕົວ ພ້ອມຂອງ ກາງຢາບ້າ 8 ເມັດ ໄປດຳເນີນຄະດີ.

ການກະທໍາຂອງຈໍາເລີຍ ໃນຄັ້ງນີ້ເປັນການກະທໍາທີ່ແຕະຕ້ອງຕໍ່ປະມວນກົດໝາຍອາຍາໃນໝວດທີ 8, ໂດຍຈຳເລີຍສາມາດຮູ້ໄດ້ເຖິງຜົນສະທ້ອນຂອງການກະທໍາຂອງຈໍາເລີຍວ່າ ຢາເສບຕິດເປັນສິ່ງທີ່ກົດໝາຍເກືອດຫ້າມ ແຕ່ຈໍາເລີຍກໍຍັງມີເຈດຕະນາມີໄວ້ຄອບຄອງ ໂດຍບໍ່ຖືກຕ້ອງຕາມກົດໝາຍ ການກະທໍາຂອງຈໍາເລີຍໃນຄັ້ງນີ້ ເປັນການກະທໍາຜິດໂດຍເຈດຕະນາກະທໍາຜິດກ່ຽວກັບຢາເສບຕິດ ໂດຍອີງຕາມໃບຢັ້ງຢືນຜົນການພິສູດ-ວິໄຈຢາເສບຕິດຂອງພະແນກກວດກາ ແລະ ຄວບຄຸມຢາເສບຕິດ ຢັ້ງຢືນວ່າ: ຢາບ້າຈໍານວນດັ່ງກ່າວ ແມ່ນບັນຈຸສານ ເສບຕິດໃນໝວດ Methamphetamine ( ຢາບ້າ+), ເຊິ່ງຜິດຕໍ່ມາດຕາ 315 ໃນການມີຢາບ້າໄວ້ໃນຄອບ ຄອງ, ເຊິ່ງມາດຕາດັ່ງກ່າວໄດ້ກໍານົດໄວ້ວ່າ: ບຸກຄົນໃດຫາກຜະລິດ, ປຸງແຕ່ງ, ຄ້າຂາຍ,ຈໍາໜ່າຍ, ຂົນສົ່ງ, ມີໄວ້ໃນຄອບຄອງ ຫຼື ນໍາເຂົ້າ, ສົ່ງອອກ ຫຼື ນໍ້າຢາອີ, ຢາບ້າ, ຢາໄອສ໌ (Ice) ຫຼື ມີວັດຖຸອອກລິດຕໍ່ຈິດປະສາດຜ່ານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕໍ່າກວ່າ 100 ກຼາມ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ 5-10 ປີ ແລະ ຈະຖືກປັບໃໝແຕ່ 10.000.000-100.000.000 ກີບ ແລະ ຈະຖືກຮິບຊັບ.