ເຈົ້າໜ້າທີ່ ດ່ານສາກົນຕຳຫຼວດກວດຄົນເຂົ້າ-ອອກເມືອງ (ຕມ) ຂົວມິດຕະພາບ ລາວ-ໄທ 1 ໄດ້ເຝົ້າລະວັງ, ຕິດຕາມ, ກວດກາຜູ້ໂດຍສານທີ່ເດີນທາງເຂົ້າ-ອອກຢ່າງເຂັ້ມງວດ ເພື່ອຄວມຄຸມການແພ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື ໂຄວິດ-19, ໂດຍສະເພາະຕອນເຊົ້າຂອງວັນທີ 23 ມີນາ 2020 ໄດ້ມີແຮງງານລາວຈຳນວນຫຼາຍ ເດີນທາງກັບຄືນປະເທດ ມີທັງໝົດ 521 ຄົນ.

ພັທ ກິດ່ອນ ກິວົງໄຊ ຮອງຫົວໜ້າຄຸ້ມຄອງດ່ານ ຫົວໜ້າດ່ານສາກົນ (ຕມ) ຂົວມິດຕະພາບ ລາວ-ໄທ 1

ພັທ ກິດ່ອນ ກິວົງໄຊ ຮອງຫົວໜ້າຄຸ້ມຄອງດ່ານ ຫົວໜ້າດ່ານສາກົນ (ຕມ) ຂົວມິດຕະພາບ ລາວ-ໄທ 1 ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມຄວາມສະຫງົບ ວ່າ:

ປັດຈຸບັນໃນທົ່ວໂລກ ໄດ້ມີການແພ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື ໂຄວິດ-19 ເຮັດໃຫ້ຫຼາຍປະເທດ ໄດ້ຮັບຜົນກະທົບຈາກພະຍາດດັ່ງກ່າວ ໂດຍມີຜູ້ທີ່ຕິດເຊື້ອ ແລະ ເສຍຊີວິດເປັນຈໍານວນຫຼວງຫຼາຍ.

ຕໍ່ກັບສະພາບການດັ່ງກ່າວ, ເຈົ້າໜ້າທີ່ທຸກພາກສ່ວນ ຈຶ່ງໄດ້ໃຊ້ຫຼາຍມາດຕະການໃນການຄວບຄຸມພະຍາດດັ່ງກ່າວ ໂດຍສະເພາະແຮງງານລາວຈຳນວນຫຼາຍ ເດີນທາງກັບຄືນປະເທດ, ເຊິ່ງດ່ານສາກົນ ຕມ ກໍໄດ້ມີໜ່ວຍງານທາງການແພດປະຈຳດ່ານ ສົມທົບກັບ ກະຊວງສາທາລະນະສຸກ ກວດກາຢ່າງເຂັ້ມງວດ ເປັນຕົ້ນແມ່ນ:

ທາງ ກະຊວງສາທາລະນະສຸກ ຈະມີແບບຟອມກວດສຸຂະພາບຕິດຄັດ ໃຫ້ກັບຜູ້ໂດຍສານທີ່ມາຈາກປະເທດເພື່ອນບ້ານ ເຂົ້າມາລາວ ແມ່ນໃຫ້ຂຽນລົງລະອຽດຊື່, ນາມສະກຸນ ແລະ ເບີໂທ. ຫຼັງຈາກນັ້ນ, ກໍຜ່ານເຄື່ອງກວດວັດແທກອຸນຫະພູມ, ຖ້າຫາກວ່າບໍ່ມີອຸນຫະພູມສູງ ຫຼື ບໍ່ມີໄຂ້ ແພດຈະເອົາໃບຢັ້ງຢືນໃຫ້ຜູ້ໂດຍສາຍຕິດຄັດໃສ່ກັບໜັງສືຜ່ານແດນ ແລ້ວເຂົ້າມາຫາເຈົ້າໜ້າທີ່ ຕມ ເພື່ອສະແຕ໋ມ ຫຼື ໃສ່ລະຫັດບາໂຄດ ແລະ ອຳນວຍສະດວກ ໃຫ້ແກ່ຜູ້ໂດຍສານ. ຖ້າຫາກກໍລະນີມີໄຂ້ ຫຼື ກໍລະນີສົງໄສ ທາງກະຊວງສາທາລະນະສຸກ ຈະມີຫ້ອງແຍກປ່ຽວ ເພື່ອລໍຖ້າໂຮງໝໍທີ່ຮັບປະກັນ ກໍຄື ໂຮງໝໍ 150 ຕຽງ, ໂຮງໝໍ 103 ແລະ ໂຮງໝໍມະໂຫສົດ ມາຮັບເອົາ.

ທ່ານ ກິດ່ອນ ກ່າວຕື່ມອີກວ່າ:

ຫຼັງຈາກໄດ້ຮັບການແຈ້ງການຈາກ ຄະນະລັດຖະບານ ໃຫ້ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ, ສຳລັບດ່ານສາກົນ ຕມ ກໍບໍ່ທັນໄດ້ມີການປິດດ່ານເທື່ອ ມີແຕ່ຈະປັບເວລາລົງ ຄື: ເປີດ 6:00 ໂມງເຊົ້າ ແລະ ປິດ 18:00 ໂມງແລງ.

ປັດຈຸບັນ, ກໍບໍ່ມີຜູ້ໂດຍສານເພີ່ມຂຶ້ນ ຫຼື ຫຼຸດລົງ ເພາະທາງດ່ານສາກົນ ຕມ ແມ່ນໄດ້ເຂັ້ມງວດໃນການກວດກາຕາມສາຍຕັ້ງວິຊາສະເພາະ ໂດຍຜັນຂະຫຍາຍມາຈາກການແຈ້ງການຂອງ ຄະນະລັດຖະບານ ຄື: ຜູ້ທີ່ມີວຽກຈຳເປັນທີ່ຈະຂ້າມໄປນັ້ນ ຕ້ອງຖືໜັງສືເດີນທາງລັດຖະການ ຫຼື ການທູດ ໄປວຽກທາງລັດຖະການ, ປະຊຸມ ແມ່ນຈະອະນຸດຍາດໃຫ້ໄປໄດ້ ແລະ ໃນກໍລະນີເຈັບເປັນ ຕ້ອງໄດ້ຮັບການອະນຸຍາດຈາກແພດທີ່ກ່ຽວຂ້ອງ ແຕ່ຕ້ອງໄດ້ຮັບການກວດກາ ແລະ ປະຕິບັດຕາມຂັ້ນຕອນຂອງແພດ ຈຶ່ງຈະອະນຸຍາດໃຫ້ອອກໄດ້, ຖ້າຫາກບໍ່ຄົບເງື່ອນໄຂນີ້ ແມ່ນຈະບໍ່ໃຫ້ເດີນທາງອອກ.