ໃນວັນທີ 25 ມີນາ 2020, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະສະເພາະກິດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ເພື່ອຮຽກຮ້ອງໃຫ້ເປັນເຈົ້າການປະຕິບັດມາດຕະການຂອງ ຄະນະສະເພາະກິດ ຢ່າງເຂັ້ມງວດ ໃນການປ້ອງກັນ, ສະກັດກັ້ນ ແລະ ຮັບມືບໍ່ໃຫ້ມີການແພ່ລະບາດໂຄວິດ-19.

ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວວ່າ:

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ເພື່ອປ້ອງກັນ, ຮັບມື ແລະ ແກ້ໄຂ ກ່ຽວກັບ ການແພ່ລະບາດຂອງເຊື້ອພະຍາດອັກເສບປອດ (ໂຄວິດ-19) ນີ້ ຄະນະສະເພາະກິດ ກໍໄດ້ວາງມາດຕະການ ເພື່ອແກ້ໄຂໃຫ້ທັນກັບສະພາບການ ເຊິ່ງໄດ້ແຈ້ງອອກໄປໃຫ້ກັບປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ແລະ ພວມກໍາລັງຈັດຕັ້ງປະຕິບັດຢູ່ໃນໄລຍະນີ້ ຄື:

  • ຈະໄດ້ເພີ່ມທະວີຕິດຕາມແຮງງານ ທີ່ກັບມາຈາກປະເທດເພື່ອນບ້ານ ເພື່ອຄຸ້ມຄອງໃຫ້ເຂັ້ມງວດ, ກັກຕົນເອງພາຍໃນ 14 ວັນ ກ່ອນສົ່ງກັບຄືນຄອບຄົວ
  • ໃຫ້ປະຕິບັດຫຼັກການກັກບໍລິເວນຕົນເອງ ຕາມຫຼັກການແພດວາງອອກ ແລະ ກວດກາເປັນປົກກະຕິ
  • ໃຫ້ທຸກພາກສ່ວນຕິດຕາມການເຄື່ອນໄຫວຂອງສຳນັກງານ ໃຫ້ຢຸດຕິການປະຊຸມ ແລະ ການຊຸມນຸມຈຳນວນຫຼາຍ ຖ້າມີຄວາມສາມາດເຮັດວຽກຢູ່ເຮືອນຜ່ານສື່ອອນລາຍ ກໍໃຫ້ຈັດຕັ້ງປະຕິບັດໄດ້
  • ການເດີນທາງໄປມາລະຫວ່າງກັນ ບ້ານຕໍ່ບ້ານ, ເມືອງຕໍ່ເມືອງ ຫຼື ຕໍ່ສຳນັກງານ ແມ່ນໃຫ້ຫຼຸດຜ່ອນດ້ວຍການໂທ ລະສັບຫາກັນ
  • ຖ້າພົບອາການຜິດປົກກະຕິ ໃຫ້ຮີບຮ້ອນໂທຫາແພດຈາກສາຍດ່ວນ 166

ນອກນັ້ນ, ຄະນະສະເພາະກິດ ຈະໄດ້ອອກຂໍ້ກໍານົດຕື່ມອີກ ເພື່ອໃຫ້ສັງຄົມປະຕິບັດຢ່າງເຂັ້ມງວດ ທັງນີ້ກໍເພື່ອປົກປັກຮັກສາຊີວິດຂອງປະຊາຊົນທຸກຖ້ວນໜ້າ ແລະ ຮຽກຮ້ອງສັງຄົມໃຫ້ການຮ່ວມມືກັນ.

ສະນັ້ນ, ຈຶ່ງຮຽກຮ້ອງມາຍັງພໍ່-ແມ່ປະຊາຊົນບັນດາເຜົ່າ ທັງສູນກາງ ແລະ ທ້ອງຖິ່ນ ເປັນເຈົ້າການໃນການປ້ອງກັນຈັດຕັ້ງປະຕິບັດ ຕາມມາດຕະການທີ່ ຄະນະສະເພາະກິດ ວາງອອກ ຢ່າງເຂັ້ມງວດ ເວົ້າລວມ, ເວົ້າສະເພາະ ກໍແມ່ນ ການປົກປ້ອງຕົນເອງ, ຄອບຄົວ-ຍາດພີ່ນ້ອງ ດ້ວຍການໃສ່ຜ້າອັດປາກ-ດັງທີ່ຖືກຫຼັກອະນາໄມ, ລ້າງມືດ້ວຍນໍ້າຢາຂ້າເຊື້ອ ຫຼື ເຈວລ້າງມືເປັນປະຈໍາ, ຫຼີກເວັ້ນການໂຮມຊຸມນຸມ ຫຼື ສ້າງສັນທີ່ມີຄົນເປັນຈໍານວນຫຼາຍເຕົ້າໂຮມກັນ.