ກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບ ການເພີ່ມທະວີຕິດຕາມກວດກາປ້ອງກັນສະກັດກັ້ນ ແລະ ຄວບຄຸມການແພ່ລະບາດຂອງ ພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (covid-19) ໃນວັນທີ 24 ມີນາ 2020, ເຂົ້າຮ່ວມໂດຍ ພັອ ຖາວອນ ບຸນກອງພິມ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ພ້ອມທັງມີ ຄະນະພັກ-ຄະນະບັນຊາ, ຄະນະຫ້ອງ, 9 ກອງບັນຊາການ ປກສ ເມືອງ, ປກສ ນະຄອນປາກເຊ, ໂຮງຮຽນ ປກສ ຊັ້ນສູງ ເລກ 4, ກອງພັນປ້ອງກັນເຄື່ອນທີ່ ຕະຫຼອດຮອດນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.

ພັທ ດອນສະຫວັນ ວົງສາຄຳ ຮອງຫົວໜ້າຫ້ອງການ ກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ຂຶ້ນຜ່ານແຈ້ງການຂອງ ກອງບັນຊາການ ປກສ ແຂວງຈຳປາສັກ ເລກທີ 1560 ລົງວັນທີ 23 ມີນາ 2020 ກ່ຽວກັບ ການເພີ່ມທະວີຕິດຕາມກວດກາປ້ອງກັນສະກັດກັ້ນ ແລະ ຄວບຄຸມການແພ່ລະບາດຂອງ ພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (covid-19), ເຊິ່ງໃນນັ້ນໄດ້ກຳນົດແຈ້ງການ ເຊັ່ນ:

  • ໃຫ້ຍົກ ຫຼື ເລື່ອນ ກ່ຽວກັບ ການປະຕິບັດໜ້າທີ່ວຽກງານຢູ່ຕ່າງປະເທດ ທີ່ມີການແຜ່ລະບາດຂອງພະຍາດ covid-19
  • ໃຫ້ຍົກ ຫຼື ເລື່ອນ ການເຕົ້າໂຮມຄົນເປັນຈຳນວນຫຼວງຫຼາຍ ເຊັ່ນ: ການຈັດງານສະເຫຼີມສະຫຼອງ, ການຈັດງານແຂ່ງຂັນກິລາ, ງານບຸນປະເພນີ, ງານແຕ່ງດອງ ແລະ ກິດຈະກຳຊຸມນຸມຕ່າງໆ (ສ່ວນການເປີດກອງປະຊຸມລະດັບຕ່າງໆ ແມ່ນໃຫ້ລາຍງານຂັ້ນເທິງເພື່ອພິຈາລະນາ)

ຈາກນັ້ນ, ຕ້ອງເອົາໃຈໃສ່ໂຄສະນາເຜີຍແຜ່ ໃຫ້ນາຍ ແລະ ພົນຕຳຫຼວດ ພ້ອມດ້ວຍຍາດຕິພີ່ນ້ອງ ໃຫ້ຮັບຮູ້ປະຕິບັດຄຳແນະນຳ ແລະ ວິທີການປ້ອງກັນຂອງ ຄະນະສະເພາະກິດ, ເພີ່ມທະວີການກວດກາ ບັນດາດ່ານສາກົນທາງບົກ, ທາງນ້ຳ, ສະໜາມບິນສາກົນ ໃຫ້ເຂັ້ມງວດ ໂດຍປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ, ສຳລັບດ່ານປະເພນີ ແລະ ທ້ອງຖິ່ນ ໃຫ້ປິດຊົ່ວຄາວຈົນກວ່າສະພາບຈະເຂົ້າສູ່ປົກກະຕິ, ໃຫ້ເອົາໃຈໃສ່ກວດກາການຮັບນັກຮຽນໃໝ່ເຂົ້າຮຽນຢູ່ ໂຮງຮຽນ ປກສ ຊັ້ນສູງ ເລກ 4 ແລະ ຄຸ້ມຄອງຕິດຕາມກວດການັກຮຽນທີ່ກຳລັງຮ່ຳຮຽນຢ່າງໃກ້ຊິດ, ເອົາໃຈໃສ່ກວດການັກໂທດ-ຖືກຫາ ແລະ ດັດສ້າງຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ (ທີ່ຮັບເຂົ້າໃໝ່ ແລະ ຍົກຍ້າຍຈາກບ່ອນອື່ນ ຢ່າງເຂັ້ມງວດ), ໃຫ້ເຈົ້າໜ້າທີ່ພະແນກເສດຖະກິດ ປກສ ແຂວງຈຳປາສັກ ປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ລົງກວດກາການຈຳໜ່າຍສິນຄ້າ ປະເພດຜ້າອັດປາກທາງການແພດ ແລະ ນ້ຳຢາລ້າງມື.

ນອກຈາກນີ້, ມອບໃຫ້ 3 ດ່ານສາກົນ ກວດກາຄົນເຂົ້າ-ອອກເມືອງ, ຊ່ວຍຊີ້ນຳ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການຕັ້ງຈຸດກວດກາ ກໍລະນີສົງໃສຂອງພະຍາດ covid-19, ພ້ອມນັ້ນ ຕ້ອງໄດ້ກວດກາກຸ່ມເປົ້າໝາຍທີ່ເດີ່ນທາງເຂົ້າ-ອອກເມືອງ, ການຮັບມືວຽກງານປ້ອງກັນ ແລະ ການກັ່ນກອງແຮງງານລາວທີ່ເດີ່ນທາງກັບບ້ານ ໃນຊ່ວງໄລຍະປີໃໝ່ລາວ.

ພັອ ຖາວອນ ບຸນກອງພິມ ໄດ້ເນັ້ນເຖິງວິທີປ້ອງກັນສະກັດກັ້ນ ແລະ ຄວບຄຸມການແພ່ລະບາດຂອງພະຍາດ covid-19, ເຊິ່ງ ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ຕ້ອງໄດ້ເອົາໃຈໃສ່ເພີ່ມທະວີຕິດຕາມກວດກາປ້ອງກັນສະ ກັດກັ້ນ ຢ່າງເຂັ້ມງວດ ໃຫ້ກັບພະນັກງານນາຍ ແລະ ພົນຕຳຫຼວດ ທີ່ຂຶ້ນກັບ ຄວາມຮັບຜິດຊອບຂອງຕົນ ຢ່າງເປັນປະຈຳ ເພື່ອຫຼີກຫຼ່ຽງຈາກການຕິດເຊື້ອພະຍາດດັ່ງກ່າວ ແລະ ພ້ອມທັງເຮັດສຳເລັດໜ້າທີ່ໆພັກ-ລັດ ແລະ ປະຊາຊົນ ມອບໝາຍໃຫ້.