ຈັບເປົ້າໝາຍຄ້າຂາຍຢາເສບຕິດ ພ້ອມຢາບ້າ 318 ເມັດ

0
1363

ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໄດ້ຕິດຕາມກັກເປົ້າໝາຍຄ້າຂາຍຢາ ເສບຕິດໄດ້ 1 ຄົນ ພ້ອມຂອງກາງຢາບ້າ 318 ເມັດ, ໂທລະສັບ 2 ເຄື່ອງ, ລົດຈັກ 1 ຄັນ ໃນວັນທີ 23 ມີນາ 2020 ຂະນະທີ່ກໍາລັງເອົາຢາບ້າໄປສົ່ງຂາຍໃຫ້ກັບພວກກຸ່ມມົ້ວສຸມເສບຢາບ້າ ຢູ່ເຂດບ້ານແກ້ງຊັນ ນະຄອນປາກເຊ ແຂວງຈຳປາສັກ.

ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ທ້າວ ສັກປະສິດ ອາຍຸ 23 ປີ ຢູ່ບ້ານດອນເພັກ ເມືອງຊະນະສົມບູນ ແຂວງຈຳປາສັກ, ເຊິ່ງຜູ້ກ່ຽວເປັນເປົ້າໝາຍຄ້າຂາຍຢາເສບຕິດມາ ໄດ້ໄລຍະໜຶ່ງແລ້ວ. ຜ່ານການຕິດຕາມມາຮອດວັນ ທີ 23 ມີນາ 2020, ຈຶ່ງຮູ້ວ່າ ຜູ້ກ່ຽວກໍາລັງເອົາຢາບ້າໄປຂາຍໃຫ້ຜູ້ສັ່ງຊື້ຢູ່ເຂດບ້ານແກ້ງຊັນ ນະຄອນປາກເຊ ແຂວງຈຳປາສັກ.

ຈາກນັ້ນ; ເຈົ້າໜ້າທີ່ຈຶ່ງໄດ້ຈັດຕັ້ງ ກຳລັງຕໍາຫຼວດວິຊາສະເພາະສົມທົບກັບອຳນາດການປົກຄອງບ້ານຕິດຕາມກັກ ຕົວໄດ້ຢູ່ຈຸດພວກກ່ຽວນັດໝາຍ ພ້ອມຂອງກາງຢາບ້າ 318 ເມັດ ໃນຂະນະທີຜູ້ກ່ຽວຢືນລໍຖ້າຜູ້ສັ່ງຊື້ຄ້າມາຮັບເອົາ. ຄະດີດັ່ງກ່າວ, ຍັງຢູ່ໃນຂັ້ນຕອນດຳເນີນການສືບສວນ-ສອບສວນຂອງເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ເພື່ອຂະຫຍາຍຜົນຊອກຫາຜູ້ຮ່ວມຂະບວນການໄປດຳເນີນຄະດີຕາມລະບຽບກົດໝາຍ.