ປັດຈຸບັນ, ລັດຖະບານ ພວມດໍາເນີນການໃຊ້ມາດຕະການເຝົ້າລະວັງ ແລະ ສະກັດກັ້ນການແພ່ລະບາດຂອງເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື ໂຄວິດ-19 ຢ່າງຈິງຈັງ ເພື່ອຄວບຄຸມປ້ອງກັນບໍ່ໃຫ້ພະຍາດດັ່ງກ່າວ ແຜ່ຂະຫຍາຍສູ່ວົງກວ້າງ. ໜຶ່ງໃນມາດຕະການປ້ອງກັນກໍຄືໄດ້ສັ່ງປິດບັນດາຮ້ານບັນເທີງ, ຄາຣາໂອເກະ ແລະ ຮ້ານອົບນວດໃນທົ່ວປະເທດ ເວົ້າສະເພາະກໍຄືໃນນະຄອນຫຼວງວຽງຈັນ ມາແຕ່ວັນທີ 18 ມີນາ ຜ່ານມາ, ແຕ່ໃນຄວາມເປັນຈິງແລ້ວຍັງມີບັນດາຮ້ານບັນເທີງ, ຮ້ານຄາຣາໂອເກະ ແລະ ຮ້ານນວດຫຼາຍແຫ່ງຍັງບໍ່ປະຕິບັດຕາມການແຈ້ງການຂອງພາກສ່ວນທີ່ກ່ຽວຂ້ອງ ບໍ່ໃຫ້ການຮ່ວມມືຕໍ່ທາງການແຕ່ຢ່າງໃດ ໂດຍເປີດບໍລິ ການລູກຄ້າແບບປົກກະຕິ. ສະນັ້ນ, ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະເຈົ້າໜ້າທີ່ຂັ້ນຮາກຖານຄວນລົງກວດກາ ແລະ ໃຊ້ມາດຕະການເຂັ້ມງວດຕໍ່ຜູ້ລະເມີດ ເພື່ອຊ່ວຍການປ້ອງກັນຢັບຢັ້ງໂລກຮ້າຍນີ້ ໃຫ້ຜ່ານພົ້ນໄປດ້ວຍດີ.

ນັບແຕ່ກອງປະຊຸມລັດຖະບານ ແຕ່ວັນທີ 18 ມີນາ ຜ່ານມາ, ເຊິ່ງສະມາຊິກລັດຖະບານ ໄດ້ປຶກສາຫາລືເປັນເອກະພາບວາງ 9 ມາດຕະການປ້ອງກັນ ແລະ ຄວບຄຸມພະຍາດ COVID-19. ໜຶ່ງໃນ 9 ມາດຕະການດັ່ງກ່າວແມ່ນສັ່ງປິດກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານນວດ ສ່ວນກິດຈະການອື່ນໆແມ່ນສາມາດດຳເນີນໄດ້ປົກກະຕິ ແຕ່ໃຫ້ບັນດາເຈົ້າຂອງກິດຈະການມີມາດຕະການປ້ອງກັນຂັ້ນພື້ນຖານ ເປັນຕົ້ນການກວດອຸນຫະພູມ ແລະ ການສະໜອງນໍ້າຢາລ້າງມືໃຫ້ລູກຄ້າ ເພື່ອປ້ອງກັນຕົວເອງ. ຈາກນັ້ນ, ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ຈຶ່ງໄດ້ແຈ້ງເຖິງອໍານວຍການຮ້ານບັນເທີງ, ຄາຣາໂອເກະ ແລະ ຮ້ານນວດ ຢູ່ໃນນະຄອນຫຼວງວຽງຈັນ ໃຫ້ປິດການດໍາເນີນກິດຈະການຊົ່ວຄາວ. ນັບແຕ່ວັນທີ 20 ມີນາ 2020 ເປັນຕົ້ນໄປ ເພື່ອຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ຈົນກວ່າຈະມີສະພາບປົກກະຕິ ແລະ ຈະມີແຈ້ງການໃຫ້ສາມາດເປີດບໍລິການຄືນໃໝ່, ພ້ອມທັງຕິດຕາມຂໍ້ມູນຂ່າວສານນໍາຄະນະສະ ເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ແລະ ແຈ້ງການຕ່າງໆຂອງທາງການຢ່າງໃກ້ຊິດ ໂດຍມອບໃຫ້ຄະນະກໍາມະການສະເພາະກິດສົມທົບກັບຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວບັນດາເມືອງ ແລະ ພາກສ່ວນສື່ມວນຊົນ ລົງກວດກາ, ຕິດຕາມ ແລະ ແນະນໍາໃຫ້ຜູ້ປະກອບການທຸລະກິດໄດ້ຈັດຕັ້ງປະຕິບັດແຈ້ງການຢ່າງເຂັ້ມງວດ.

ນັບແຕ່ລັດຖະບານໄດ້ອອກຄໍສັ່ງໃຫ້ຢຸດຕິງານໂຮມຊຸມນຸມຕ່າງໆ ກໍຄືໃຫ້ປິດການບໍລິການຮ້ານບັນເທີງ, ຄາຣາໂອເກະ ເວົ້າສະເພາະຢູ່ນະຄອນຫຼວງວຽງຈັນ ໜ່ວຍງານສະເພາະກິດ ແລະ ເຈົ້າໜ້າທີ່ກ່ຽວຂ້ອງໃນນະຄອນ ຫຼວງວຽງຈັນ ຜູ້ປະກອບການຈໍານວນຫຼາຍ ກໍມີຄວາມຕື່ນຕົວ ໃຫ້ການຮ່ວມມືກັບທາງການເປັນຢ່າງດີ ໂດຍໄດ້ພາກັນປິດຮ້ານບໍ່ໃຫ້ລູກຄ້າເຂົ້າບໍລິການ ເພື່ອຫຼີກລ່ຽງອາດມີລູກຄ້າເອົາພະຍາດເຂົ້າແພ່ເຊື້ອພາຍໃນຮ້ານ. ຫຼ້າສຸດໃນວັນທີ 24 ມີນາ 2020 ເວລາ 14:00 ໂມງ ກະຊວງສາທາລະນະສຸກຖະແຫຼງວ່າ: ສປປ ລາວ ໄດ້ພົບຜູ້ຕິດເຊື້ອໂຄວິດ- 19 ຈຳນວນ 2 ຄົນ ເປັນເພດຊາຍ 1 ຄົນ ພະນັກງານຢູ່ໂຮງແຮມຄຣາວພຣາຊາ ແລະ ເພດຍິງ 1 ຄົນເປັນໄກ້ນຳທ່ຽວ; ເຊິ່ງທັງ 2 ຄົນ ແມ່ນເປັນຄົນລາວ ຜູ້ຕິດເຊື້ອທັງ 2 ກໍລະນີ ແມ່ນຢູ່ ໃນນະຄອນຫຼວງວຽງ ຈັນ. ປັດຈຸບັນກຳລັງຮັບການປິ່ນປົວຢູ່ໂຮງໝໍ.

ເຖິງວ່າສະພາບການແພ່ລະບາດຂອງພະຍາດດັ່ງກ່າວຂະຫຍາຍໄປເລື້ອຍໆ ແຕ່ມີຮ້ານບັນເທີງຈຳນວນໜຶ່ງຍັງຝ່າ ຝືນສືບຕໍ່ດຳເນີນກິດຈະການຂອງຕົນຢູ່ ໂດຍໄດ້ໃຫ້ເຫດຜົນວ່າຍັງກຽມຕົວບໍ່ທັນ ໂດຍຖືເບົາຕໍ່ຄໍາສັ່ງແຈ້ງການຂອງຂັ້ນເທິງ ຍັງບໍ່ໃຫ້ການຮ່ວມມືກັບພາກລັດເທົ່າທີ່ຄວນເປີດບໍລິການໃຫ້ລູກຄ້າເຂົ້າໃຊ້ບໍລິການປົກກະຕິ ໂດຍສ້າງສຽງເນືອງນັນໃຫ້ກັບເຮືອນເຂດໃກ້ຄຽງ ທັງໆທີ່ຫຼາຍຄົນພາກັນຢູ່ເຮືອນ ເພື່ອຫຼີກລ່ຽງການຕິດເຊື້້ອຂອງພະຍາດ. ເຈົ້າຂອງກິດຈະການຮ້ານບັນເທີງເຂດບ້ານນາທົມ ເມືອງໄຊທານີ ໃຫ້ສໍາພາດຕໍ່ນັກຂ່າວ ປກສ ໂດຍໃຫ້ເຫດຜົນວ່າ ຍັງບໍ່ມີໃບແຈ້ງການເປັນລາຍລັກອັກສອນມາຮອດ ພຽງແຕ່ໄດ້ຮັບຮູ້ຂ່າວຕາມເຟສບຸກເທົ່າ ນັ້ນ. ທາງອໍານາດການປົກຄອງບ້ານ ກໍບໍ່ໄດ້ເອີ້ນໄປແນະນໍາຫຍັງ ກໍພາກັນເປີດແບບປົກກະຕິ. ອີກຢ່າງກໍເຫັນວ່າໄລຍະນີ້ ໄດ້ຂາຍດີມີລູກຄ້າເຂົ້າໃຊ້ບໍລິການຫຼາຍກວ່າເກົ່າ ເພາະວ່າຫຼາຍຮ້ານພາກັນປິດແດ່ແລ້ວ. ບັນດາຮ້ານທີ່ລະເມີດສ່ວນຫຼາຍຮ້ານບັນເທີງຂະໜາດກາງລົງມາສ່ວນຫຼາຍແມ່ນຕາມຊານເມືອງ.

ສະນັ້ນ, ບັນດາກິດຈະການຮ້ານບັນເທີງຕ່າງໆຕ້ອງໃຫ້ການຮ່ວມມື ໂດຍປະຕິບັດຕາມການແຈ້ງການຂອງລັດ ຖະບານ ຕ້ອງປິດຮ້ານບັນເທີງ ເພື່ອເປັນອີກວິທີໜຶ່ງໃນການປ້ອງກັນພະຍາດ. ພາກສ່ວນທີ່ກ່ຽວຂ້ອງກໍຄືອໍານາດການປົກຄອງທ້ອງຖິ່ນ ຕະຫຼອດຮອດບ້ານຕ້ອງເອົາໃຈໃສ່ຕິດຕາມກວດກາບັນດາຮ້ານກິນດື່ມ ຖ້າຮ້ານໃດຍັງເປີດບໍລິການແມ່ນຕ້ອງແນະນໍາໃຫ້ຢຸດເຊົາກ່ອນ ຈົນກວ່າຈະໄດ້ຮັບອະນຸຍາດເປີດເປັນທາງການ.