ໃນວັນທີ 26 ມີນາ 2020, ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ໄດ້ສືບຕໍ່ຢ້ຽມຢາມຕິດ ຕາມສະພາບການການປ້ອງກັນການປະຕິບັດມາດຕະການຕ້ານ COVID-19 ຢູ່ແຂວງສະຫວັນ ນະເຂດ; ໂດຍໄດ້ໄປກວດກາເບິ່ງສະພາບຄວາມເປັນຈິງຂອງການບໍລິການ ແລະ ຄຸ້ມຄອງຄົນເຂົ້າ-ອອກເມືອງ ຢູ່ດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ II ສະຫວັນນະເຂດ-ມຸກດາຫານ; ຈາກນັ້ນ, ກໍໄປຢ້ຽມຢາມໂຮງໝໍແຂວງ ແລະ ສູນກັກກັນບໍລິເວນຄົນເຂົ້າເມືອງຊົ່ວຄາວຢູ່ຈຸດໂຮງຮຽນມັດທະຍົມສົມບູນບ້ານຊອກ, ນະຄອນໄກສອນພົມວິຫານ.

ນາຍົກ  ຢ້ຽມຢາມໂຮງໝໍແຂວງ ແລະ ສູນກັກກັນບໍລິເວນຄົນເຂົ້າເມືອງຊົ່ວຄາວຢູ່ຈຸດໂຮງຮຽນມັດທະຍົມສົມບູນບ້ານຊອກ
ນາຍົກ ຢ້ຽມຢາມໂຮງໝໍແຂວງ ແລະ ສູນກັກກັນບໍລິເວນຄົນເຂົ້າເມືອງຊົ່ວຄາວຢູ່ຈຸດໂຮງຮຽນມັດທະຍົມສົມບູນບ້ານຊອກ

ນັບແຕ່ວັນທີ 20-25 ມີນາ 2020 ມີຄົນທີ່ເດີນທາງມາຈາກປະເທດໄທ ເຂົ້າຜ່ານດ່ານສາກົນ ຂົວມິດຕະພາບ ລາວ-ໄທ ແຫ່ງທີ II ທັງໝົດ ຈຳນວນ 16.000 ກວ່າ ຄົນ, ເຊິ່ງໄດ້ມີການກວດກາສຸຂະພາບຖ້າຜູ້ໃດມີອາການທີ່ສົງໄສ ກໍຖືກສົ່ງຕົວເຂົ້າກັກກັນເພື່ອຕິດຕາມອາການຢູ່ໂຮງໝໍແຂວງ; ສ່ວນຜູ້ທີ່ກວດແລ້ວ ແຕ່ບໍ່ພົບອາການສົງໄສແມ່ນໄດ້ສົ່ງເຂົ້າໄປສູນຮອງຮັບກັກກັນບໍລິເວນຊົ່ວຄາວທີ່ແຂວງໄດ້ຈັດກຽມໄວ້ຢູ່ບັນດ ເມືອງ ກໍຄືທ້ອງຖິ່ນຂອງຕົນ ເພື່ອເຝົ້າຕິດຕາມອາການ 14 ວັນ ມີທັງໝົດ 154 ສູນໃນ 15 ເມືອງ ທົ່ວແຂວງ; ຜ່ານມາ, ແຂວງສະຫວັນນະເຂດ ພົບຜູ້ສົງໄສເຂົ້ານິຍາມຕິດເຊື້ອ COVID-19 ຈໍານວນ 6 ກໍລະນີ, ເຊິ່ງຜົນການກວດແມ່ນ ບໍ່ພົບຜູ້ຕິດເຊື້ອ.

ນາຍົກ ຊີ້ນຳວຽກງານຕ້ານ Covid-19 ຢູ່ດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ II ສະຫວັນນະເຂດ-ມຸກດາຫານ
ນາຍົກ ຊີ້ນຳວຽກງານຕ້ານ Covid-19 ຢູ່ດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ II ສະຫວັນນະເຂດ-ມຸກດາຫານ

ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ເຈົ້າໜ້າທີ່ທີ່ຮັບຜິດຊອບບໍລິການ ແລະ ຄຸ້ມຄອງຄົນເຂົ້າ-ອອກດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ II, ອົງການປົກຄອງທ້ອງຖິ່ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆໃນການປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ການແຜ່ລະບາດ ຂອງເຊື້ອພະຍາດ COVID-19 ທີ່ລັດຖະບານ ກໍຄືທ້ອງຖິ່ນວາງອອກຢ່າງເຂັ້ມງວດ ແລະ ເປັນຮູບປະທຳຕົວຈິງ, ທັງມີຫົວຄິດປະດິດສ້າງປະຕິບັດວຽກງານບາງດ້ານເພີ່ມເຕີມຕື່ມດ້ວຍຄວາມເໝາະສົມກັບເງື່ອນໄຂ ແລະ ສະພາບການຕົວຈິງ; ເຊິ່ງສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບ, ຄວາມເປັນຫ່ວງເປັນໄຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນຈາກການແຜ່ລະບາດຂອງເຊື້ອພະຍາດ COVID- 19.

ອັນສໍາຄັນ, ທ່ານນາຍົກໄດ້ເນັ້ນໜັກໃຫ້ປະຊາຊົນຜູ້ທີ່ກໍາລັງ ກັກກັນຕົນເອງຈົ່ງມີຄວາມອຸ່ນອຽນ ທຸ່ນທ່ຽງ, ຄວາມອົດທົນພະຍາຍາມ, ຕັດສິນໃຈຢ່າງເດັດດ່ຽວເຂົ້າຮ່ວມ ແລະ ໃຫ້ການຮ່ວມມືປະຕິບັດຄຳແນະນຳຂອງເຈົ້າໜ້າທີ່ຢ່າງເຂັ້ມງວດ, ຄົບຕາມໄລຍະເວລາທີ່ກຳນົດໄວ້; ຊີ້ນຳໃຫ້ແພດໜໍ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງແນະນຳໃຫ້ຄວາມຮູ້ແກ່ປະຊາຊົນ ໃຫ້ກວ້າງຂວາງ ແລະ ເລິກເຊິ່ງຕື່ມ ກ່ຽວກັບການປ້ອງກັນພະຍາດໃຫ້ມີຄວາມປອດໄພ; ພ້ອມກັນນັ້ນ, ກໍໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ຕິດຕາມ, ຕອບສະໜອງສິ່ງຈໍາເປັນ ແລະ ອໍານວຍຄວາມສະດວກໃຫ້ແກ່ເຂົາເຈົ້າ.

ນອກນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ໃຫ້ກຳລັງໃຈ ແລະ ປຸກລະດົມທຸກພາກສ່ວນໃຫ້ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ໄປຄຽງຄູ່ກັບການດູ ແລະ ຮັກສາສຸຂະພາບໃຫ້ມີຄວາມແຂງແຮງ, ປອດຈາກເຊື້ອພະຍາດ, ພ້ອມກັນອົດທົນ, ສູ້ຊົນຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກໃນຄັ້ງນີ້ໃຫ້ໄດ້ດ້ວຍດີ, ທຸກພາກສ່ວນຕ້ອງໃຫ້ການຮ່ວມ ມື, ເປັນກຳລັງໃຈ, ຊຸກຍູ້ ແລະ ສະ ໜັບສະໜູນ ເຊິ່ງກັນແລະກັນ ເພື່ອຜົນປະໂຫຍດລວມຂອງຊາດ ກໍຄືຜົນສຳເລັດຂອງພວກເຮົາໝົດທຸກຄົນ, ໂດຍເຊື່ອໝັ້ນວ່າດ້ວຍກຳລັງແຮງສາມັກຄີຂອງປວງຊົນລາວທັງຊາດ ແລະ ການສະໜັບສະໜູນຊ່ວຍເຫຼືອຂອງເພື່ອນມິດສາກົນ ຈະເຮັດໃຫ້ການແກ້ໄຂສະພາບການທີ່ກຳລັງເກີດຂຶ້ນກໍຄືການຕໍ່ສູ້ກັບພະຍາດ COVID-19 ໄດ້ຮັບໄຊຊະນະຕາມຄວາມມຸ່ງມາດປາດຖະໜາຂອງພວກເຮົາໝົດທຸກຄົນ.