ພົຈວ ປອ ບຸນຊູ ນາມມະຈັກ ຫົວໜ້າ ວຕປ (ຊ້າຍມື) ແລະ ພັອ ປອ ວົງເຊໂດນ ພັນທະແກ້ວ ຮັກສາການ ວຕປ (ຂວາມື)
ພົຈວ ປອ ບຸນຊູ ນາມມະຈັກ ຫົວໜ້າ ວຕປ (ຊ້າຍມື) ແລະ ພັອ ປອ ວົງເຊໂດນ ພັນທະແກ້ວ ຮັກສາການ ວຕປ (ຂວາມື)

ວິທະຍາຄານຕຳຫຼວດປະຊາຊົນ (ວຕປ) ກະຊວງ ປກສ, ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງ ພົຈວ ປອ ບຸນຊູ ນາມມະຈັກ ຫົວໜ້າວຕປ (ຜູ້ເກົ່າ) ແລະ ພັອ ປອ ວົງເຊໂດນ ພັນທະແກ້ວ ຮັກສາການວຕປ (ຜູ້ໃໝ່) ໃນວັນທີ 27 ມີນາ 2020; ເຂົ້າຮ່ວມໂດຍ ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງ ປກສ, ມີຄະນະພັກ-ຄະນະບັນຊາ, ສູນ, ຫ້ອງ ແລະ ຄະນະວິຊາເຂົ້າຮ່ວມ.

ພັທ ປອ ຄຳຕັນ ບຸນທອນອຸໄທ ຫົວໜ້າຫ້ອງການວຕປ ໄດ້ຜ່ານບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງຫົວໜ້າ ແລະ ຮັກສາການວຕປ ໂດຍອີງຕາມມະຕິຕົກລົງຂອງຄະນະພັກກະຊວງ ປກສ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາຄະນະບໍລິຫານງານພັກວຕປ; ລະຫວ່າງ ພົຈວ ປອ ບຸນຊູ ນານມະຈັກ ຫົວໜ້າວຕປ ກັບ ພັອ ປອ ວົງເຊໂດນ ພັນທະແກ້ວ ເປັນຮັກສາການຫົວໜ້າການວຕປ ເພື່ອສືບຕໍ່ນຳພາ-ບັນຊາວຕປ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຖືກຕ້ອງ; ສອດຄ່ອງຕາມມາດຕາ 15 ຂອງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ; ສ່ວນ ພົຈວ ປອ ບຸນຊູ ນານມະຈັກ ແມ່ນເຂົ້າພັກຜ່ອນຮັບບຳນານ.

ໃນໂອກາດນີ້, ພົຕ ປອ ສົມຫວັງ ທຳມະສິດ ໄດ້ຍົກໃຫ້ເຫັນແນວທາງ-ນະໂຍບາຍຂອງພັກ-ລັດ ແລະ ຄວາມຈຳເປັນຂອງການສັບປ່ຽນຕຳແໜ່ງຂັ້ນນຳພາ-ບັນຊາຢູ່ໃນກຳລັງ ປກສ; ເຊິ່ງທ່ານໄດ້ຊີ້ນຳຜູ້ເກົ່າ ແລະ ຜູ້ໃໝ່ ຈົ່ງຮັກສາ ແລະ ເສີມຂະຫຍາຍມູນເຊື້ອດຸໜັ້ນໃນການຄົ້ນຄວ້າ, ຊອກຮູ້, ກຳແໜ້ນສະພາບການຮອບດ້ານຕົວຈິງ ເພື່ອມານຳວາງແຜນ ແລະ ນຳພາປະຕິວັດໃຫ້ເກີດໝາກຜົນສູງສຸດໃນໜ້າທີ່ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ເວົ້າສະເພາະໃນການສ້າງບຸກຄະລາກອນໃນສະເພາະໃໝ່.