ໜ້າກາກອະນາໄມທົ່ວໄປ, ໜ້າກາກອະນາໄມ N95, ເສື້ອຊຸດປ້ອງກັນຕົວເອງ ແລະ ນໍ້າຢາກວດກາເຊື້ອພະຍາດໂຄວິດ 19 ລວມມູນຄ່າເກືອບ 4 ຕື້ກີບ
ໜ້າກາກອະນາໄມທົ່ວໄປ, ໜ້າກາກອະນາໄມ N95, ເສື້ອຊຸດປ້ອງກັນຕົວເອງ ແລະ ນໍ້າຢາກວດກາເຊື້ອພະຍາດໂຄວິດ 19 ລວມມູນຄ່າເກືອບ 4 ຕື້ກີບ

ວັນທີ 30 ມີນານີ້, ລັດຖະບານ ສປ ຈີນ ມອບອຸປະກອນປ້ອງກັນເຊື້ອພະຍາດຕ້ານໂຄວິດ-19 ມີ: ໜ້າກາກອະນາໄມທົ່ວໄປ, ໜ້າກາກອະນາໄມ N95, ເສື້ອຊຸດປ້ອງກັນຕົວເອງ ແລະ ນໍ້າຢາກວດກາເຊື້ອພະຍາດໂຄວິດ 19 ລວມມູນຄ່າເກືອບ 4 ຕື້ກີບ; ກ່າວມອບໂດຍ ທ່ານ ວາງຊີຮຸ່ຍ ທູດທີ່ປຶກສາເສດຖະກິດ-ການຄ້າ ສປ ຈີນ ປະຈໍາ ສປປ ລາວ ໃຫ້ລັດຖະບານ ສປປ ລາວ, ກ່າວຮັບໂດຍ ທ່ານ ດຣ ບຸນ ແຝງ ພູມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີ ຄະນະທັງ 2 ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ອຸປະກອນທີ່ນໍາມາມອບໃນ ຄັ້ງນີ້ປະກອບມີໜ້າກາກອະນາໄມ ທົ່ວໄປ ຈໍານວນ 400.000 ອັນ, ໜ້າກາກອະນາໄມ N95 ຈໍານວນ 5.000 ອັນ, ເສື້ອຊຸດປ້ອງກັນຕົວເອງຈໍານວນ 5.000 ອັນ ແລະ ນໍ້າຢາກວດກາເຊື້ອພະຍາດໂຄວິດ-19 ມີຈໍານວນ 20.064 ຊຸດ; ລວມມູນຄ່າ 319.700 ໂດລາສະຫະລັດ (ປະມານ 4 ຕື້ກີບ) ເພື່ອມອບໃຫ້ບັນດາໂຮງໝໍໃຫ້ທົ່ວເຖິງ ເພື່ອ ປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ເຊື້ອພະຍາດດັ່ງກ່າວແພ່ລະບາດອອກສູ່ວົງກວ້າງ.

ໜ້າກາກອະນາໄມທົ່ວໄປ, ໜ້າກາກອະນາໄມ N95, ເສື້ອຊຸດປ້ອງກັນຕົວເອງ ແລະ ນໍ້າຢາກວດກາເຊື້ອພະຍາດໂຄວິດ 19 ລວມມູນຄ່າເກືອບ 4 ຕື້ກີບ
ໜ້າກາກອະນາໄມທົ່ວໄປ, ໜ້າກາກອະນາໄມN95, ເສື້ອຊຸດປ້ອງກັນຕົວເອງ ແລະ ນໍ້າຢາກວດກາເຊື້ອພະຍາດໂຄວິດ 19 ລວມມູນຄ່າເກືອບ 4 ຕື້ກີບ

ທ່ານ ດຣ ບຸນແຝງ ພູມມະໄລສິດ ໄດ້ກ່າວຂອບໃຈເປັນຢ່າງສູງຕໍ່ລັດຖະບານ ສປ ຈີນ ທີ່ເຫັນ ໄດ້ຄວາມຈໍາເປັນ ແລະ ເອົາໃຈໃສ່ຕໍ່ຄວາມເປັນຫ່ວງເປັນໃຍຕໍ່ພະນັກງານແພດໝໍ ແລະ ປະຊາ ຊົນລາວ ທີ່ນໍາອຸປະກອນດັ່ງກ່າວມອບໃຫ້ໃນຄັ້ງນີ້ເປັນຄັ້ງທີ 2 ແລະ ທາງຄະນະຮັບຜິດຊອບຈະໄດ້ນໍາ ເອົາອຸປະກອນດັ່ງກ່າວໄປແຈກຢາຍ ໃຫ້ບັນດາໂຮງໝໍໃນຂອບເຂດທົ່ວປະເທດໃຫ້ເກີດປະໂຫຍດທີ່ສຸດ.