ພົ່ນຢາຂ້າເຊື້ອປ້ອງກັນ COVID-19 ທີ່ກະຊວງ ປກສ

0
867

ຕອນບ່າຍຂອງວັນທີ 31 ມີນາ 2020, ພະແນກຄວບຄຸມປ້ອງກັນພະຍາດ ກົມເສນາຮັກ ກົມໃຫຍ່ພະລາທິການ ປກສ  ໄດ້ຈັດພະນັກງານວິຊາສະເພາະພົ່ນຢາຂ້າເຊື້ອປ້ອງກັນອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່  COVID-19 ຢູ່ບໍລິເວນດ້ານນອກ ແລະ ດ້ານໃນຂອງຕຶກກະຊວງ ປກສ.

ບັນດາຫ້ອງທີ່ທໍາການພົ່ນຢາຂ້າເຊື້ອ ລວມມີ ຫ້ອງເຮັດວຽກຂອງການນຳກະຊວງ, ຫ້ອງປະຊຸມໃຫຍ່ກະຊວງ, ຫ້ອງການເຮັດວຽກຂອງພະນັກງານ-ນັກຮົບ ທຸກຫ້ອງ ເພື່ອເປັນການປ້ອງກັນການສະກັດກັ້ນສະພາບການແຜ່ລະບາດຂອງ COVID-19.