ຖືກຈັບຄັ້ງທີ 2 ຫຼັງອອກຄຸກບໍ່ເຖິງ 3 ເດືອນ

0
1465

ເຈົ້າໜ້າທີ່ໜ່ວຍງານຕໍາຫຼວດຄະດີອາຍາ ປກສ ເມືອງໄຊເສດຖາ  ນະຄອນຫຼວງວຽງຈັນ ໄດ້ທໍາການກວດຄົ້ນເຮືອນເປົ້າໝາຍລັກຊັບພົນລະເມືອງ ຊື່: ທ້າວ ໄຊ ອາຍຸ 45 ປີ ບ້ານສີສະຫວາດ ເມືອງຈັນທະບູລີ ໂດຍພົບຂອງກາງລົດຈັກທີ່ລັກມາ ຈໍານວນ 2 ຄັນ ຈຶ່ງໄດ້ຈັບຕົວຜູ້ກ່ຽວໄປດໍາເນີນຄະດີ ເຊິ່ງການຈັບຕົວຄັ້ງນີ້ຖືເປັນຄັ້ງທີ 2 ໃນຂໍ້ຫາລັກຊັບພົນລະເມືອງ.

ໃນໄລຍະປີ 2016, ທ້າວ ໄຊ ຖືກສານຕັດສິນໃຫ້ຈໍາຄຸກ 3 ປີ 6 ເດືອນໃນສະຖານລັກຊັບພົນລະເມືອງ. ຜ່ານການສອບສວນ, ທ້າວ ໄຊ ສາລະພາບວ່າ: ພາຍຫຼັງທີ່ພົ້ນໂທດໃນເດືອນຕຸລາ 2019, ກໍເຄື່ອນໄຫວຊອກລັກຊັບອີກ ໂດຍໄດ້ກະກຽມເອົາເຄື່ອງມືຕ່າງໆ ໂດຍສະເພາະ ກະແຈໂຕເຕ ແລະ ເລາະຊອກຫາເປົ້າໝາຍ ໂດຍໄດ້ພົບເຫັນລົດຈັກເວບ 100 ສີປອນ ຈອດໄວ້ໃກ້ບໍລິເວນເດີ່ນພຣະທາດຫຼວງ ແລະ ບໍ່ມີຄົນຢູ່ບໍລິເວນດັ່ງກ່າວ ຈຶ່ງໄດ້ໃຊ້ກະແຈທີ່ກຽມມາສຸບໃສ່ຮູກະແຈແລ້ວຂັບລົດໄປຊຸກເຊື່ອງໄວ້ຢູ່ເຮືອນຂອງຜູ້ກ່ຽວເພື່ອນໍາໃຊ້.

ໃນວັນທີ 25 ກຸມພາ 2020, ເວລາປະມານ 17:00 ໂມງ, ໄດ້ກັບຄືນໄປເລາະຊອກລັກລົດຈັກຢູ່ເດີ່ນພຣະທາດຫຼວງອີກ ເນື່ອງຈາກໄລຍະເວລານີ້ມີຄົນຈໍານວນຫຼາຍຈະໄປຍ່າງອອກກໍາລັງກາຍ.  ພໍໄປຮອດກໍພົບເຫັນລົດຈັກເວບ 100 ສີດໍາແດງ ຈອດໄວ້ຢູ່ເທິງຟຸດບາດ ຈຶ່ງໄດ້ໃຊ້ກະແຈໂຕເຕ ງັດຮູກະແຈ ແລ້ວຂັບຂີ່ໜີໄປເຊື່ອງຢູ່ເຮືອນອີກ ເພື່ອລໍຖ້າຕິດຕໍ່ຂາຍ.

ວັນທີ 28 ກຸມພາ, ຜູ້ກ່ຽວໄດ້ນໍາໃຊ້ລົດຈັກທີ່ລັກມາຄັ້ງຫຼ້າສຸດ ຂັບຂີ່ໄປທາງບ້ານວຽງຈະເລີນ ແລະ ຖືກເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ກວດກາເອກະສານ ເຊິ່ງໃນລະຫວ່າງນັ້ນ ເຈົ້າໜ້າທີ່ພົບເຫັນກະແຈໂຕເຕຊຸກເຊື່ອງໄວ້ເບາະລົດ ບວກໃສ່ຜູ້ກ່ຽວມີທ່າທີໜ້າສົງໄສ, ເຈົ້າໜ້າທີ່ຈຶ່ງຈັບຕົວໄປສອບສວນ ຢູ່ກອງຄະດີ ເມືອງໄຊເສດຖາ.