ລັດຖະບານ ປະກາດນະໂຍບາຍເສດຖະກິດ 10 ຂໍ້ ຜ່າວິກິດໂຄວິດ 19

0
2127

ລັດຖະບານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງກໍານົດນະໂຍບາຍ ແລະ ມາດຕະການເພື່ອຫຼຸດຜ່ອນຜົນກະທົບຈາກຂອງພະຍາດ COVID-19 ເຊິ່ງການຖະແຫຼງນະໂຍບາຍດັ່ງກ່າວມີຂຶ້ນໃນຕອນເຊົ້າວັນທີ 2 ເມສາ 2020 ໂດຍທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ປະທານຄະນະສະເພາະກິດແກ້ໄຂຜົນກະທົບທາງດ້ານເສດຖະກິດ.

ຂໍ້ຕົກລົງດັ່ງກ່າວປະກອບດ້ວຍ ນະໂຍບາຍເສດຖະກິດ 10 ຂໍ້ ແລະ ມາດຕະການ 9 ຂໍ້ ເຊິ່ງນະໂຍບາຍໂດຍລວມແມ່ນກ່ຽວກັບ ການຜ່ອນຜັນການຊໍາລະພາສີ-ອາກອນເຊິ່ງປະກອບມີ:

ຍົກເວັ້ນການເກັບອາກອນລາຍໄດ້ຈາກເງິນເດືອນຂອງຜູ້ອອກແຮງງານທັງໝົດ ທີ່ມີລາຍຮັບ 5 ລ້ານກີບລົງມາ ໃນໄລຍະເວລາ 3 ເດືອນ, ຍົກເວັ້ນພາສີ-ອາກອນ ແລະ ຄ່າທໍານຽມຕ່າງໆ ໃນການນໍາເຂົ້າທຸກປະເພດສິນຄ້າ ທີ່ນໍາໃຊ້ເຂົ້າໃນວຽກງານສະກັດກັ້ນ, ປ້ອງກັນການລະບາດ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19;

ຕໍ່ເວລາການຊໍາລະຄ່າທໍານຽມທາງ ໄປຈົນເຖິງວັນທີ 30 ມິຖຸນາ 2020, ຄົ້ນຄວ້າຜ່ອນຜັນລາຄາ ແລະ ຕໍ່ເວລາໃນການຊໍາລະຄ່າໄຟຟ້າ ແລະ ນໍ້າປະປາ;

ຍົກເວັ້ນການເກັບລາຍໄດ້ຈາກພາກທຸລະກິດ ທີ່ລາຍຮັບປະຈໍາປີແຕ່ 50-100 ລ້ານກີບ ໄລຍະເວລາ 3 ເດືອນ, ປັບອັດຕາຫຼຸດດອກເບ້ຍພື້ນຖານຂອງ ທະນາຄານກາງ, ເລື່ອນເວລາຊໍາລະໜີ້ຕົ້ນທຶນ ແລະ ດອກເບ້ຍ, ປັບຫຼຸດອັດຕາດອກເບ້ຍ ແລະ ການສະໜອງເງິນກູ້ບ້ວງໃໝ່ ໃຫ້ບັນດາຫົວໜ່ວຍທຸລະກິດ ແລະ ອື່ນໆ ເພື່ອແກ້ໄຂບັນຫາຕ່າງໆທີ່ເຫັນວ່າເປັນຜົນກະທົບທາງເສດຖະກິດຕໍ່ສັງຄົມ ແລະ ເພື່ອກຽມຄວາມພ້ອມໃຫ້ແກ່ການດໍາເນີນທຸລະກິດພາຍຫຼັງທີ່ການລະບາດຂອງພະຍາດຜ່ອນຄາຍລົງ.