ໃນວັນທີ 2 ເມສາ 2020, ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້, ຕິດຕາມການຈັດຕັ້ງປະຕິບັດແຜນການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມການແພ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື COVID-19 ຢູ່ກົມສື່ມວນຊົນ ປກສ ແລະ ກົມໂຄສະນະອົບຮົມ ກົມໃຫຍ່ການເມືອງ ກະຊວງ ປກສ.

ພັອ ເພີນຄຳ ແສງດາລາ
ພັອ ເພີນຄຳ ແສງດາລາ

ພັອ ເພີນຄຳ ແສງດາລາ ຫົວໜ້າກົມສື່ມວນຊົນ ປກສ ແລະ ພັທ ສອນພະຈັນ ທຳມະວົງ ທັງສອງກົມໄດ້ລາຍງານການຈັດຕັ້ງປະຕິບັດ ວ່າ:

ສຳລັບທັງສອງກົມ ແມ່ນໄດ້ຈັດຕັ້ງປະຕິບັດຕາມຄຳສັ່ງຂອງທ່ານລັດຖະມົນຕີ ກະຊວງ ປກສ ວ່າດ້ວຍການເພີ່ມທະວີການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມການແພລະບາດຂອງພະຍາດ COVID-19 ໂດຍການຕິດຕາມສະພາບຂອງພະນັກງານ-ນັກຮົບຢ່າງເປັນປົກກະຕິກ, ແບ່ງຈຸປະຈຳການຢ່າງລະອຽດໃນການປະຕິບັດວຽກງານ ເພື່ອຫຼີກລ່ຽງຄວາມແອອັດພາຍໃນຫ້ອງການ, ນອກນັ້ນຍັງໄດ້ມີສຳຫຼວດອຸນນະພູມວັດໄຂ້, ໃຊ້ເຈວລ້າງມືທຸກຄັ້ງທີ່ເຂົ້າ-ອອກພາຍໃນກົມ ແລະ ພົ່ນຢາຂ້າເຊື້ອບໍລິເວນດ້ານນອກ ແລະ ດ້ານໃນຂອງກົມ ເພື່ອເປັນການປ້ອງກັນການສະກັດກັ້ນສະພາບການແພ່ລະບາດຂອງ COVID-19.

ການຈັດຕັ້ງປະຕິບັດແຜນການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມການແພ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື COVID-19

ໃນໂອກາດນີ້, ພົຈວ ຄຳສາຍ ຈັນທະວົງ ໄດ້ມອບໜ້າກາກອະນາໄມຈຳນວນ 4 ກັບ ໃຫ້ແກ່ກົມສື່ມວນຊົນ ປກສ ແລະ ກົມໂຄສະນະອົບຮົມ ເພື່ອຮັບໃຊ້ໃນວຽກງານວິຊາສະເພາະ.