ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ລັດຖະມົນຕີ ກະຊວງ ປກສ ຖະແຫຼງຕໍ່ສື່ມວນຊົນ ປກສ ໃນວັນທີ 5 ເມສາ 2020  ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບ ຮອບ 59 ປີ ( 5 ເມສາ 1961-5 ເມາສາ 2020 )ເພື່ອເປັນການຫວນຄືນມູນເຊື້ອ ທີ່ສະຫງ່າອົງ ອາດຂອງກຳລັງປ້ອງກັນຄວາມສະຫງົບ ໃນວັນທີ່ມີຄວາມໝາຍສຳຄັນ ເພື່ອສະເຫຼີມສະຫຼອງວັນດັ່ງກ່າວ.

ທ່ານກ່າວວ່າ: ກ່ອນໜ້ານີ້ ຄືໃນໄລຍະແຕ່ປີ 1950 ຢູ່ທີ່ໝັ້ນການປະຕິວັດ, ກອງປະຊຸມແນວລາວຕໍ່ຕ້ານທົ່ວປະເທດ ໄດ້ຕົກລົງສ້າງຕັ້ງແນວລາວອິດສະຫຼະ ແລະ ລັດຖະບານລາວຕໍ່ຕ້ານຂຶ້ນ; ມາຮອດປີ 1954 ເພື່ອປົກປັກຮັກສາອົງການນໍາຂອງພັກ-ລັດ, ອົງການປົກຄອງປະຕິວັດຢູ່ເຂດເຕົ້າໂຮມສອງແຂວງ “ຫົວພັນ ແລະ ຜົ້ງສາລີ” ລັດຖະບານແນວລາວອິດສະຫຼະໄດ້ຕົກລົງສ້າງຕັ້ງກຳລັງປ້ອງກັນຂຶ້ນ ແລະ ທ້າຍປີ 1954 ໃນໂອກາດສະເຫຼີມສະຫຼອງວັນປະກາດເອກະລາດ ຄົບຮອບ 9 ປີ ແລະ ສະເຫຼີມສະຫຼອງໄຊຊະນະ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ປະທານ ໄກສອນ ພົມວິຫານ ຈິ່ງໄດ້ສ້າງຕັ້ງ “ຄະນະສັນຕິລາດສູນກາງ” ຂຶ້ນຢ່າງເປັນທາງການ ຢູ່ບ້ານເລີຍ, ຕາແສງເມືອງໂສຍ, ແຂວງຫົວພັນ, ພາຍໃຕ້ການຊີ້ນຳໂດຍກົງຂອງ ທ່ານ ພູມີ ວົງວິຈິດ; ປີ 1957 ເພື່ອກຽມໃຫ້ການປ້ອງກັນຜູ້ນໍາທີ່ເຂົ້າລວມລາວ ຄັ້ງທີ 1 ສູນກາງພັກ ໄດ້ຕົກລົງປ່ຽນຊື່ຈາກ “ຄະນະສັນຕິລາດສູນກາງມາເປັນ “ຄະນະປ້ອງກັນ ພາຍໃນ” ເພື່ອເຮັດໜ້າທີ່ປ້ອງກັນລັດຖະບານປະສົມ ຄັ້ງທີ 1.

ວັນທີ 5-12 ເມສາ 1961 ສູນກາງພັກ ໄດ້ດໍາເນີນກອງປະຊຸມຄົບຄະນະຂຶ້ນ ຢູ່ຄັງໄຂ ແຂວງຊຽງຂວາງ; ກອງປະຊຸມໄດ້ຄົ້ນຄ້ວາ-ຕົກລົງຫຼາຍບັນຫາທີ່ສຳຄັນກ່ຽວກັບການປະຕິວັດຢູ່ລາວ ໃນສະເພາະໜ້າ ແລະ ຍາວນານ; ໃນນັ້ນ ໄດ້ຕົກລົງປັບປຸງ-ກໍ່ສ້າງກຳລັງປ້ອງກັນພາຍໃນ ຢູ່ຂອບເຂດທົ່ວປະເທດ ເພື່ອປົກປັກຮັກສາອົງການນຳຂອງພັກ, ຂອງແນວລາວຮັກຊາດ, ປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ພ້ອມນັ້ນ ກອງປະຊຸມຍັງໄດ້ຕົກລົງປ່ຽນຊື່ຈາກ “ຄະນະປ້ອງກັນພາຍໃນ” ມາເປັນ “ຫ້ອງການປ້ອງກັນຄວາມສະຫງົບສູນກາງ”  ໂດຍແມ່ນ ທ່ານ ສີສົມພອນ ລໍວັນໄຊ ເປັນຜູ້ຊີ້ນຳ; ບົນພື້ນຖານ ແລະ ເຫັນໄດ້ຄວາມສຳຄັນຜ່ານໄລຍະປະຫວັດສາດດັ່ງກ່າວ ສູນກາງພັກ, ລັດຖະບານ ຈຶ່ງໄດ້ຕົກລົງອອກດຳລັດ ສະບັບ ເລກ ທີ 277/ນຍ, ລົງວັນທີ 01 ກັນຍາ 2005 ຮັບຮອງເອົາວັນທີ 5 ເມສາ 1961 ເປັນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຢ່າງເປັນທາງການ.

ການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງ ປກສ

ນັບແຕ່ມື້ສ້າງຕັ້ງ, ກຳລັງປ້ອງກັນຄວາມສະຫງົບໄດ້ເຊື່ອມຊຶມ ແລະ ປະຕິບັດ 3 ໜ້າທີ່ 4 ການພົວພັນ ໄດ້ເປັນຢ່າງດີຕະຫຼອດມາ;  ກຳລັງ ປກສ ທັງເຄື່ອນໄຫວປ້ອງກັນ, ເຝິກແອບຮ່ຳຮຽນ, ປັບປຸງກຳລັງ, ເພີ່ມພູນຜະລິດຜົນ, ຫາລ້ຽງກຸ້ມຕົນເອງດ້ວຍການສ້າງພະລາທິການກັບທີ່, ທັງຂົນຂວາຍ-ກໍ່ສ້າງຮາກຖານ ເຊິ່ງໄດ້ຮັບຄວາມຮັກແພງອຸ້ມຊູຊ່ວຍເຫຼືອຈາກປະຊາຊົນຕະຫຼອດມາ; ເຖິງວ່າໃນເບື້ອງຕົ້ນກຳລັງເຮົາຍັງອ່ອນນ້ອຍ, ການປະກອບອາວຸດພາຫະນະຫຼ້າສະໄໝ, ລະດັບເຕັກນິກວິທະຍາສາດບໍ່ທັນສູງ, ແຕ່ຍ້ອນຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ, ກຳລັງ ປກສ ໄດ້ເດັດດ່ຽວເສີມຂະຫຍາຍນ້ຳໃຈຮັກຊາດ, ຮັກຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນອຸດົມຮັ່ງມີຂອງຕົນ, ບໍ່ຍອມເປັນຂ້ອຍຂ້າໃຫ້ແກ່ຊາດອື່ນ ໄດ້ພ້ອມກັບກອງທັບ, ປະຊາຊົນບັນດາເຜົ່າ ຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດພາຍນອກ ແລະ ລູກແຫຼ້ງຕີນມືຂາຍຊາດ.

59 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງ ປກສ, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ແມ່ນປະຫວັດສາດແຫ່ງການທົດສອບອັນໃຫຍ່ຫຼວງໃນການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດເອົາຄວາມເປັນເອກະລາດ ແຫ່ງຊາດ; ຕະຫຼອດໄລຍະທາງອັນລະອິດລະອ້ຽວ, ຫຍຸ່ງຍາກລຳບາກທີ່ສຸດນັ້ນ, ແຕ່ກໍ່ປ່ຽມລົ້ນໄປດ້ວຍຜົນງານ ແລະ ໄຊຊະນະອັນສະຫງ່າລາສີ; ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ກຳລັງພວກເຮົາ ໄດ້ສາມັກຄີເປັນຈິດໜຶ່ງໃຈດຽວໃນການປະຕິບັດໜ້າທີ່ການເມືອງ, ທັງປະສານສູ້ຮົບຢ່າງພິລະອາດຫານ, ອອກແຮງປັບປຸງກໍ່ສ້າງກຳລັງຂອງຕົນໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນລຳດັບມາ.

ການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງ ປກສ

ຕະຫຼອດໄລຍະ 45 ປີແຫ່ງການປະຕິບັດສອງໜ້າທີ່ຍຸດທະສາດຂອງພັກຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ບັນດາກຳລັງປະກອບອາວຸດປະຊາຊົນລາວ ເວົ້າລວມ, ເວົ້າສະເພາະ ກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ໄດ້ກາຍເປັນກຳລັງຫຼັກແຫຼ່ງໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ຕິດພັນກັບການພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ, ເດັດດ່ຽວປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ຮັກສາ ແລະ ເສີມຂະຫຍາຍທາດແທ້ປະຕິວັດ, ມູນເຊື້ອອັນດີງາມຂອງຊາດ, ເຝິກຝົນຫໍ່ຼຫຼອມທັດສະນະຄຸນສົມບັດສິນທຳປະຕິວັດ, ຕັ້ງໜ້າປັບປຸງກໍ່ສ້າງກຳລັງຂອງຕົນ ໃຫ້ນັບມື້ນັບເຂັ້ມແຂງໃນທຸກດ້ານ, ຮູ້ອີງໃສ່ກຳລັງແຮງສັງລວມຂອງທົ່ວປວງຊົນ, ຫັນເອົາກຳລັງລົງກໍ່ສ້າງຮາກຖານຢ່າງແຂງແຮງ, ປັບປຸຸງອົງການປົກຄອງທ້ອງຖິ່ນ, ຊ່ວຍເຫຼືອປະຊາຊົນປັບປຸງຊີວິດການເປັນຢູ່, ເຮັດໃຫ້ສະພາບຢູ່ຮາກຖານມີຄວາມສະຫງົບໂດຍພື້ນຖານ, ເຮັດໃຫ້ປະຊາຊົນບັນດາເຜົ່າ ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ ແລະ ລັດ, ເຊື່ອໝັ້ນກຳລັງ ປກສ; ສາມາດທັບມ້າງກົນອຸບາຍຍຸດທະສາດຫັນປ່ຽນໂດຍສັນຕິ, ການກໍ່ຄວາມບໍ່ສະຫງົບ, ແຊກຊືມ ແລະ ການເຄື່ອນໄຫວເກາະຜິດ, ບຽດຢຶດຊາຍແດນຂອງອິດທິກຳລັງປະຕິການໄດ້ຢ່າງທັນການ, ຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໄດ້ເປັນຢ່າງດີ.

ຜ່ານການປະຕິບັດໜ້າທີ່ການເມືອງ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນຕະຫຼອດໄລຍະທີ່ຜ່ານມາ ໂດຍສະເພາະ ການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ທີ່ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ວຽກງານດ້ານອື່ນໆ; ພັກ, ລັດຖະບານ ໄດ້ຕີລາຄາສູງຕໍ່ຜົນສຳເລັດຫຼາຍດ້ານທີ່ພະນັກງານ-ນັກຮົບ ປກສ ຍາດມາໄດ້; ເຖິງແມ່ນວ່າໄລຍະຜ່ານມາສະພາບພາກພື້ນ, ສາກົນ ແລະ ສະພາບພາຍໃນປະເທດ ກໍ່ຄືໃນກຳລັງ ປກສ ໄດ້ປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ແຕ່ພວກເຮົາກໍ່ໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າ, ມີຄວາມສູ້ຊົນບຸກບືນ, ມີຄວາມຮັບຜິດຊອບສູງໃນການຊີ້ນຳ-ນຳພາ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ຮັບປະກັນໃຫ້ສະຖຽນລະພາບທາງດ້ານການເມືອງ, ລະບອບປະຊາທິປະໄຕ ປະຊາຊົນມີຄວາມໝັ້ນຄົງ, ໜັກແໜ້ນ; ກຳລັງ ປກສ ຍັງສາມາດຮັກສາບົດບາດເປັນແກນສານ ແລະ ໂດຍກົງຂອງພັກ ໃນການຮັບປະກັນໃຫ້ຄວາມເປັນເອກະລາດ, ຜືນແຜນດິນອັນຄົບຖ້ວນ ກໍ່ຄືຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ເຊິ່ງເປັນເງື່ອນໄຂພື້ນຖານເຮັດໃຫ້ເສດຖະກິດແຫ່ງຊາດ ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ-ໝັ້ນທ່ຽງ, ທັງຮັບປະກັນໃຫ້ປະຊາຊົນອຸ່ນອ່ຽນໃນການດຳລົງຊີວິດ-ທຳມາຫາກິນ, ສ້າງສາພັດທະນາບ້ານເມືອງ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ການລົງທຶນ ຂອງພາຍໃນ ແລະ ຕ່າງປະເທດ, ເອື້ອອຳນວຍໃຫ້ແຂກພາຍໃນ, ຕ່າງປະເທດ ມາຢ້ຽມຢາມດ້ວຍຄວາມສະດວກສະບາຍ. 

ການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງ ປກສ

ຜົນສຳເລັດທີ່ພວກເຮົາຍາດມາໄດ້ໃນໄລຍະຜ່ານມາ ແມ່ນການຈັດຕັ້ງປະຕິບັດແນວທາງຂອງພັກ-ລັດ ຖືກທິດ, ສອດຄ່ອງກັບສະພາບເງື່ອນໄຂ ແລະ ຈຸດພິເສດຂອງກຳລັງ ປກສ, ແມ່ນໝາກຜົນຂອງຄວາມບາກບັ່ນ, ບຸກບືນສູ້ຊົນດ້ວຍຄວາມມານະອົດທົນ, ເດັດດ່ຽວໜ່ຽວແໜ້ນ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງສະມາຊິກພັກ, ພະນັກງານ-ນັກຮົບ ໃນທົ່ວກຳລັງທີ່ໄດ້ຕັ້ງໜ້າທຸ້ມເທເຫື່ອແຮງ, ສະຕິປັນຍາປະກອບສ່ວນເຂົ້າຮ່ວມຈັດຕັ້ງປະຕິບັດດ້ວຍຄວາມເປັນເຈົ້າການຢ່າງຕັ້ງໜ້າ, ອັນໄດ້ສະແດງໃຫ້ເຫັນວ່າ ພາຍໃຕ້ການນຳພາຂອງພັກ, ກຳລັງ ປກສ ໄດ້ເສີມຂະຫຍາຍທາດແທ້ມູນເຊື້ອຂອງກຳລັງປະກອບອາວຸດປະຕິວັດ, ຍາມໃດກໍ່ຕອບສະໜອງຕໍ່ຄຳຮຽກຮ້ອງຂອງພັກ ແລະ ປະຊາຊົນດ້ວຍຄວາມຈົ່ງຮັກພັກດີ, ຊື່ສັດບໍລິສຸດ ແລະ ຍາມໃດກໍ່ເດັດດ່ຽວ ໜຽວແໜ້ນກ້າວເດີນຕາມອຸດົມການຂອງພັກ.

ບົນເສັ້ນທາງກ້າວຂຶ້ນຂອງປະເທດຊາດ, ພັກເຮົາໄດ້ກຳນົດທິດທາງໜ້າທີ່ແຫ່ງການສືບຕໍ່ແນວທາງປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ; ພ້ອມກັນນັ້ນ ກໍ່ໄດ້ວາງຄາດໝາຍສູ້ຊົນທີ່ມີລັກສະນະທ້າທາຍ ເພື່ອສ້າງພື້ນຖານໃຫ້ແກ່ບາດລ້ຽວໃໝ່ໃນການພັດທະນາ, ພາປະເທດຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາເທື່ອລະກ້າວດ້ວຍການສ້າງບາດກ້າວບຸກທະລຸທັງ 4 ດ້ານໃຫ້ເປັນຈິງ; ປະຈຸບັນ ພວກເຮົາມີທັງຂໍ້ສະດວກເງື່ອນໄຂທີ່ເອື້ອອຳນວຍ ແລະ ມີທັງສິ່ງທາຍທົດສອບ, ສະພາບແວດລ້ອມສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງໄວວາ, ສະຫຼັບສັບຊ້ອນ ແລະ ຄາດຄະເນໄດ້ຍາກ; ໃນນັ້ນ ມີບາງດ້ານກໍ່ມີລັກສະນະທ້າທາຍຕໍ່ຄວາມໝັ້ນຄົງ ແລະ ການສ້າງສາພັດທະນາປະເທດຊາດເຮົາ.

ເນື່ອງໃນໂອກາດລະນຶກວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຄົບຮອບ 59 ປີ ກຳລັງ ປກສ ເຖິງແມ່ນວ່າໄດ້ເຮັດສຳເລັດໜ້າທີ່ ແລະ ມີຜົນງານຢ່າງຫຼວງຫຼາຍມາແລ້ວ; ແຕ່ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການໃນສະພາບການໃໝ່, ໂດຍສະເພາະການປະຕິບັດໜ້າທີ່ການເມືອງ ເຫັນວ່າຍັງມີ ຫຼາຍດ້ານທີ່ຕ້ອງໄດ້ເອົາໃຈໃສ່ດັ່ງນີ້:

1) ທົ່ວກຳລັງປ້ອງກັນຄວາມສະຫງົບ ຕ້ອງເດັດດ່ຽວຕີຕ້ານທຸກກົນອຸບາຍຍຸດທະສາດຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ, ເຮັດໃຫ້ສະພາບການໃນທົ່ວປະເທດມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ, ທັບມ້າງໃຫ້ໄດ້ບັນດາໜໍ່ແໜງທີ່ຈະກໍ່ໃຫ້ເກີດຄວາມບໍ່ສະຫງົບ ທີ່ມີຜົນສະທ້ອນຕໍ່ພາຍໃນ ແລະ ຕ່າງປະເທດ, ບໍ່ໃຫ້ມີຊ່ອງຫວ່າງ ແລະ ບໍ່ໃຫ້ມີກໍລະນີ ທີ່ ອິດທິກຳລັງປໍລະປັກຈະສວຍໃຊ້ເປັນຂໍ້ອ້າງແຊກແຊງ.

2) ເຊີດຊູສະຕິລະວັງຕົວ, ມີສະຕິໃນການປົກປັກຮັກສາແນວທາງນະໂຍບາຍຂອງພັກ ແລະ ລັດ, ປົກປັກຮັກສາໝາກຜົນຂອງການປະຕິວັດ, ປົກປັກຮັກສາລະບອບໃໝ່ປະຊາທິປະໄຕປະຊາຊົນໄວ້ໃຫ້ໝັ້ນຄົງ; ສົມທົບແໜ້ນວຽກງານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກັບການສ້າງສາພັດທະນາເສດຖະກິດ-ສັງຄົມ; ກຳລັງ ປກສ ຕ້ອງເປັນຫຼັກແຫຼ່ງ, ເປັນພາຫານະອັນແຫຼມຄົມຂອງພັກ ໃນການນຳພາທົ່ວປວງຊົນ ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງລະບົບອຳນາດປະຊາທິປະໄຕປະຊາຊົນ, ປົກປັກຮັກສາສິດເປັນເຈົ້າຂອງປະຊາຊົນ, ໂຄສະນາປຸກລຸກຂົນຂວາຍປະຊາຊົນໃຫ້ສາມັກຄີປຸ້ມລຸມກັນ ສ້າງສາພັດທະນາບ້ານຊ່ອງ ແລະ ປະຕິບັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ຮາກຖານ.

3) ກຳລັງປະກອບອາວຸດຂອງພວກເຮົາ ແມ່ນກຳລັງຂອງພັກ, ແມ່ນພັກປະຊາຊົນປະຕິວັດລາວເປັນຜູ້ສ້າງຂຶ້ນ ແລະ ກໍ່ເຕີບໃຫຍ່ເຂັ້ມແຂງຂຶ້ນ ຢູ່ໃນການອົບຮົມບົ່ມສອນຂອງພັກມາໂດຍຕະຫລອດ; ດັ່ງນັ້ນ, ບໍ່ວ່າຈະຢູ່ໃນໄລຍະໃດ ກໍ່ຕ້ອງຮັບປະກັນຄວາມຈົ່ງຮັກພັກດີຢ່າງສຸດຊຶ້ງຕໍ່ພາລະກິດຂອງພັກ ແລະ ປະເທດຊາດ; ທົ່ວກຳລັງ ປກສ ຕ້ອງຢູ່ໃຕ້ການນຳພາເດັດຂາດໂດຍກົງ ແລະ ຮອບດ້ານຂອງພັກ.

ການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງ ປກສ

4) ກຳລັງປ້ອງກັນຄວາມສະຫງົບ ເປັນກຳລັງສຳຄັນໃນການເຮັດໜ້າທີ່ປົກປ້ອງ ກົດໝາຍ, ເປັນກຳລັງປະເຊີນໜ້າໂດຍກົງກັບອາດຊະຍາກຳທຸກປະເພດ, ທຸກລະດັບ, ທຸກເວລາ; ດັ່ງນັ້ນ, ກຳລັງປ້ອງກັນຄວາມສະຫງົບ ຕ້ອງຮັບປະກັນຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີຈັນຍາບັນ, ຈັນຍາທຳ ເພື່ອຮັບປະກັນໃຫ້ສັງຄົມ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸດຕິທຳ.

5) ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ, ຕ້ອງ ຕັ້ງໜ້າປັບປຸງກຳລັງໃນທຸກດ້ານໃຫ້ໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ຕໍ່ການປັບປຸງລະບອບຄຸ້ມຄອງ-ບັນຊາ, ປັບປຸງກຳລັງປະເພດຕ່າງໆ ໂດຍຖືເອົາຄຸນນະພາບທາງດ້ານການເມືອງ-ແນວຄິດເປັນກົກ, ເອົາຄວາມສາມາດດ້ານວິຊາສະເພາະ, ຫົວຄິດປະດິດສ້າງ ແລະ ການຈັດຕັ້ງບັນຊາເປັນສິ່ງສຳຄັນ; ຕ້ອງມີແຜນການ ແລະ ປະຕິບັດລະບອບ ຫັດແອບ ເພື່ອຍົກສູງຄວາມສາມາດທາງດ້ານສິນລະປະຍຸດ-ຍຸດທະວິທີ, ລະດັບວິຊາສະ ເພາະໃຫ້ສູງຂຶ້ນ ທັງຍົກສູງສະຕິການຈັດຕັ້ງລະບຽບວິໄນໃຫ້ເຂັ້ມງວດ.

6) ຕ້ອງສຸມທຸກເງື່ອນໄຂຄວາມສາມາດ ເພື່ອກ້າວໄປເຖິງການເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງຮອບດ້ານ; ໃຫ້ຖືເອົາວຽກງານຄຸ້ມຄອງ, ລ້ຽງດູທັບ ດ້ວຍການສ້າງພະລາທິການກັບທີ່ເປັນວຽກງານຕົ້ນຕໍ; ພ້ອມກັນນັ້ນ, ກໍ່ຕ້ອງປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມຕ່າງໆຢູ່ທ້ອງຖິ່ນ; ອອກແຮງຊ່ວຍເຫຼືອປະຊາຊົນ ໃນການປັບປຸງຊີວິດການເປັນຢູ່ດ້ານວັດຖຸ ແລະ ວັດທະນະທຳໃຫ້ນັບມື້ນັບດີຂຶ້ນ; ໄປຄຽງຄູ່ກັບວຽກ ງານແກ້ໄຂຊີວິດການເປັນຢູ່ແລ້ວ ຕ້ອງພ້ອມກັນປະຢັດ; ປະຢັດຊັບສິນວັດຖຸຂອງສ່ວນລວມ, ມີແບບແຜນດຳລົງຊີວິດແບບລຽບງ່າຍ, ໃຊ້ຈ່າຍມີແຜນການ ແລະ ເຮັດໃຫ້ສິ່ງດັ່ງກ່າວກາຍເປັນຂະບວນການອັນກວ້າງຂວາງ, ເປັນລະບຽບແບບແຜນອັນໜຶ່ງໃນທົ່ວກຳລັງປ້ອງກັນຄວາມສະຫງົບ.

7) ປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ຮ່ວມມືກັບປະເທດຕ່າງໆ; ປັບປຸງ ແລະ ເພີ່ມທະວີການຮ່ວມມືຮອບດ້ານກັບກຳລັງປ້ອງກັນຄວາມສະຫງົບປະເທດເພື່ອນມິດຍຸດທະສາດ “ສສ. ຫວຽດນາມ ແລະ ສປ. ຈີນ” ແລະ ການຮ່ວມມືກັບບັນດາປະເທດສັງຄົມນິຍົມອ້າຍນ້ອງ ກໍ່ຄືເພື່ອນມິດທີ່ກ້າວໜ້າໃຫ້ດີ, ຍາດແຍ່ງການຊ່ວຍເຫຼືອຈາກສາກົນ ເພື່ອປັບປຸງກໍ່ສ້າງກຳລັງພວກເຮົາໃຫ້ກ້າວໜ້າສູ່ຄຸນນະພາບໃໝ່.

ທ້າຍສຸດນີ້, ຂໍອວຍພອນໃຫ້ບັນດາສະຫາຍ ການນຳພັກ-ລັດ ຈົ່ງມີສຸຂະພາບເຂັ້ມແຂງ ່ ສືບຕໍ່ນາໍພາທົ່ວກາລັງປະກອບອາວຸດ ແລະ ປວງຊົນລາວບັນດາເຜົ່າ ກ້າວຂື້ນສູ່ຈຸດຫມາຍທີ່ວາງໄວ້.

ຂໍອວຍພອນໃຫ້ບັນດາສະຫາຍຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ທົ່ວກາລັງ ປກສ ຈົ່ງມີສຸຂະພາບເຂັ້ມແຂງ, ພ້ອມກັນເບີກບານມ່ວນຊື່ນຕໍ່ວັນປະຫວັດສາດອັນສາໍຄັນຂອງພວກເຮົາ ແລະ ສືບຕໍ່ຈັດຕັ້ງປະຕິບັດຫນ້າທີ່ວຽກງານທີ່ໄດ້ຮັບມອບຫມາຍໃຫ້ມີຜົນສ ໍາເລັດໃຫມ່ໃຫຍ່ຫຼວງກວ່າເກົ່າ. – ຂໍອວຍພອນບັນດາສະຫາຍພະນັກງານປະຕິວັດອາວຸໂສ, ພະນັກງານລັດຖະກອນ, ປະຊາຊົນລາວບັນດາເຜົ່າ ຈົ່ງມີຄວາມຜາສຸກ ແລະ ກໍ່ຫວັງວ່າບັນດາທ່ານທີ່ເຄີຍມີມູນເຊື້ອ ຮັກຫອມຕ່ອມຕຸ້ມກາໍລັງປະກອບອາວຸດມາແລ້ວນັ້ນ ຈະສືບຕໍ່ອຸ້ມຊູຊ່ວຍເຫຼືອ ກໍ່ສ້າງກ ໍາລັງປ້ອງກັນ ຄວາມສະຫງົບພວກເຮົາ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ.

( ຂໍຂອບໃຈ )