ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ–19 ໄດ້ ຖະແຫຼງຂ່າວປະຈໍາວັນທີ 3 ເມສາ 2020 ວ່າ: ຜ່ານການຕິດຕາມເຝົ້າລະວັງການລະບາດຂອງພະຍາດໂຄວິດ-19 ມາຮອດວັນທີ 3 ເມສາ 2020 ບໍ່ພົບຜູ້ຕິດເຊື້ອເພີ່ມ, ຍອດລວມ ຍັງຄົງທີ່ 10 ກໍລະນີ. ພ້ອມຢັ້ງຢືນວ່າ: ຂ່າວທີ່ກະຈາຍອອກທາງເຟສບຸກວ່າ ລາວ ພົບ ຜູ້ຕິດເຊື້ອໃຫມ່ 10 ຄົນ ເປັນຂ່າວປອມ.

ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການ ຄະນະສະເພາະກິດ ກ່າວວ່າ: ມາຮອດວັນທີ 3 ເມສາ 2020 ໄດ້ມີກໍລະນີສົງໄສ ເກັບ ຕົວຢ່າງມາກວດ

 ຜູ້ຕິດເຊື້ອໃຫມ່ 10 ຄົນ ເປັນຂ່າວປອມ.

ຄົນ. ນະຄອນຫຼວງວຽງຈັນ 11 ຄົນ; ແຂວງຫຼວງນ້ໍາທາ, ອຸດົມໄຊ ແຂວງລະ 3 ຄົນ; ແຂວງໄຊ ຍະບູລີ 2 ຄົນ, ແຂວງ ຫຼວງພະບາງ, ຫົວພັນ, ວຽງຈັນ ແຂວງລະ 1 ຄົນ ຜົນອອກມາແມ່ນ ເປັນລົບທັງໝົດ ໝາຍຄວາມວ່າບໍ່ພົບຜູ້ຕິດເຊື້ອໃຫມ່.

ປະຈຸບັນຈໍານວນກໍລະນີໃກ້ຊິດສໍາພັດກັບຄົນເຈັບ ທີ່ກໍາລັງຕິດຕາມມີ 216 ຄົນຢູ່ໃນ ແຂວງອຸດົມໄຊ, ຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ.