ໃນໄລຍະທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ບັນດາຫົວໜ່ວຍທຸລະກິດ, ບໍລິສັດ, ຫ້າງຮ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ ສ່ວນຫຼາຍແມ່ນໄດ້ເອົາໃຈໃສ່ໃຫ້ການຮ່ວມມືື ໂດຍປະຕິບັດຕາມຄຳສັ່ງຂອງລັດຖະບານ ຢ່າງເຂັ້ມງວດ ໂດຍສະເພາະ ໃນຄໍ່າຄືນຂອງວັນທີ 3 ເມສາ 2020 ຢູ່ຂອບເຂດຕົວເມືອງ ສີສັດຕະນາກ ຫາເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຫັນວ່າຫຼາຍເສັ້ນທາງໂລງດີແຕ່ລະຄອບຄົວເກັບຕົວຢູ່ເຮອນໃຜລາວ.

ພັຕ ແດງນ້ອຍ ສີຫາລາດ ຫົວໜ້າກອງຮ້ອຍຈະລາຈອນ ເມືອງຫາດຊາຍຟອງ ໃຫ້ສໍາພາດຕໍ່ສື່ ປກສ ໃນຄືນວັນທີ 3 ເມສາ ວ່າ:

ການສັນຈອນໄປ-ມາຕາມທ້ອງຖະໜົນ ແມ່ນບໍ່ມີຄວາມແອອັດ, ບັນດາໂຮງແຮມ, ຮ້ານຄາລາໂອເກະ, ຮ້ານອາຫານ ແລະ ຮ້ານບັນເທີງຕ່າງໆແມ່ນໄດ້ມີການປິດການໃຫ້ບໍລິການ. ສ່ວນຮ້ານຂາຍຢາ ແລະ ຮ້ານຂາຍເຄື່ອງສົ່ງ-ຍ່ອຍຕ່າງໆ ທີ່ຍັງເປີດໃຫ້ບໍລິການລູກຄ້າເປັນປົກກະຕິ ແຕ່ເຈົ້າຂອງຮ້ານກໍ່ໄດ້ມີການປ້ອງກັນ ໂດຍໃຊ້ເຊືອກປິດກັ້ນອ້ອມຮອບຮ້ານຂອງຕົນເອງ ເພື່ອບໍ່ໃຫ້ລູກຄ້າຈາກທາງນອກເຂົ້າໄປທາງໃນຮ້ານ, ລູກຄ້າ ແລະ ຜູ້ໃຫ້ບໍລິການສ່ວນຫຼາຍໃສ່ຜ້າປິດປາກ, ບາງຮ້ານກໍ່ມີສະເປສີດຂ້າເຊື້ອ ແລະ ເຈວລ້າງມື ຕັ້ງໄວ້ທາງໜ້າຂອງຮ້ານ ເພື່ອໄວ້ບໍລິການລູກຄ້າກ່ອນທີ່ເຂົ້າຈະເຂົ້າມາຊື້ເຄື່ອງໃຊ້ສອຍຕ່າງໆພາຍໃນຮ້ານ ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

ນອກນີ້, ເຈົ້າໜ້າທີ່ຕຳຫຼວດຈະລາຈອນພາຍໃນຂອບເຂດຂອງສອງເມືອງດັ່ງກ່າວ ກໍ່ໄດ້ເອົາໃຈໃສ່ລົງຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຢ່າງຕັ້ງໜ້າ ເປັນຕົ້ນແມ່ນການຕັ້ງດ່ານກວດກາຄົນເຂົ້າ-ອອກ, ແບ່ງຈຸລົງປ້ອງກັນເວນຍາມຕາມເສັ້ນທາງຕ່າງໆຕະຫຼອດ 24 ຊົ່ວໂມງ ຮັບປະກັນຄວາມສະຫງົບປອດໄພ.