ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ – 19 ໄດ້ຖະແຫຼງຂ່າວ ປະຈຳວັນທີ 4 ເມສາ 2020 ວ່າ: ຜ່ານການຕິດຕາມເຝົ້າລະວັງການລະບາດຂອງພະຍາດໂຄວິດ-19 ແມ່ນບໍ່ພົບຜູ້ຕິດເຊື້ອເພີ່ມ, ຍອດລວມຍັງຄົງທີ 10 ກໍລະນີ.

ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ກ່າວວ່າ: ມາຮອດວັນທີ 4 ເມສາ  2020 ໄດ້ມີກໍລະນີສົງໃສແລະ ເກັບຕົວຢ່າງມາກວດ 53 ຄົນ ໃນນີ້ ນະຄອນຫຼວງວຽງຈັນ 39 ຄົນ ໃນນັ້ນ ເປັນຄົນລາວ 38 ຄົນ ແລະ ເປັນຄົນຈີນ 1 ຄົນ, ແຂວງບໍ່ແກ້ວ 6 ຄົນ. ບໍລິຄຳໄຊ ແລະ ຄຳມ່ວນແຂວງລະ 3 ຄົນ ແຂວງວຽຈັນ ແລະ ແຂວງສະຫວັນນະເຂດ ແຂວງລະ 1 ຄົນ ທັງໝົດໄດ້ເກັບຕົວຢ່າງແລະ ຜົນກວດເປັນລົບ ຖືວ່າ ມື້ນີ້ກໍຍັງບໍ່ມີກໍລະນີໃໝ່.