ວິທະຍາຄານສັນຕິບານປະຊາຊົນ (ວສປ) ແລະ ວິທະຄານຕຳຫຼວດປະຊາຊົນ (ວຕປ) ເຂັ້ມງວດໃນການກວດກາການເຄື່ອນໄຫວຂອງຄູ-ອາຈານ ແລະ ນັກສຶກສາ ໃນການເຂົ້າ-ອອກວິທະຍາຄານ ເພື່ອປ້ອງກັນການແຜ່ລະ ບາດຂອງເຊື້ອພະຍາດຈຸລະໂລກອັບເສບປອດ (ໂຄວິດ-19) ພ້ອມທັງເພີ່ມທະວີຮັກສາຄວາມປອດໄພ ແລະ ຈັດເວນຍາມຕະຫຼອດ 24 ຊົ່ວໂມງ.

ພັອ ປອ ວັນສົມ ສີສົມບັດ ຮັກສາການຫົວໜ້າ ວສປ
ພັທ ປອ ຄຳຕັນ ບຸນທອນອຸໄທ ຫົວໜ້າຫ້ອງການ ວຕປ

ພັອ ປອ ວັນສົມ ສີສົມບັດ ຮັກສາການຫົວໜ້າ ວສປ ແລະ ພັທ ປອ ຄຳຕັນ ບຸນທອນອຸໄທ ຫົວໜ້າຫ້ອງການ ວຕປ ໃຫ້ສຳພາດຕໍ່ສື່ມວນຊົນ ປກສ ໃນວັນທີ 6 ເມສາ 2020 ນີ້ ວ່າ: ໂດຍອີງຕາມຄຳສັ່ງ, ຄຳແນະນຳ, ແຈ້ງ ການ ແລະອຶ່ນໆ ກ່ຽວກັບການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງເຊື້ອພະຍາດຈຸລະໂລກອັບເສບປອດ (ໂຄວິດ-19) ຂອງທ່ານນາຍົກລັດຖະມົນຕີ, ກະຊວງ ປກສ, ກະຊວງສາທາລະນະສຸກ ແລະ ກະຊວງສຶກສາ ແລະ ກິລາ,  ທັງ 2 ວິທະຍາຄານແມ່ນມີຄວາມຮັບຜິດຊອບ ແລະ ເປັນເຈົ້າການໃນການປະຕິ ບັດຢ່າງເຂັ້ມງວດ ເປັນຕົ້ນແມ່ນການກວດກາຄົນທີ່ໄດ້ຮັບອານຸຍາດອອກໄປແລ້ວກັບຄືນເຂົ້າມາວິທະຄານ ຕ້ອງໄດ້ຮັບການກວດອຸນຫະພູມ, ມ້າງມືດ້ວຍເຈວຂ້າເຊື້ອ ແລະ ທຳຄວາມສະອາດຢ່າງເຂັ້ມງວດ ເພື່ອຢຸດຄວາມສຽງການແຜ່ລະບາດໃນວິທະຍາຄານ ແລະ ເພີ່ມເຂັ້ມງວດເວນຍາມຕະຫຼອດ 24 ຊົ່ວໂມງ.

ນອກນີ້ ການສຳພາດທັງສອງວິທະຍາຄານ ຍັງໃຫ້ຮູ້ກ່ຽວກັບບັນດານັກສຶກ ຫຼື ຄູ-ອາຈານ ທີ່ໄດ້ຮັບອານຸຍາດພັກການຮຽນການສອນນັ້ນ ແລ້ວກັບໄປບ້ານ ແມ່ນໃຫ້ປະຕິບັດຕາມຄຳສັ່ງນັບແຕ່ທ່ອງຖິ່ນຮອດສູນກາງຢ່າງເຂັ້ມງວດ ເປັນຕົ້ນ ແມ່ນການກັກບໍລິເວນຕົວເອງ ຫຼຸດຜ່ອນການອອກສູ້ສັງຄົມໂດຍບໍ່ຈຳເປັນ ແລະ ເປັນເຈົ້າການການໃນຕ້ານ ແລະ ສະກັດກັ້ນພະຍາດດັ່ງກ່າວໃຫ້ກັບປະຊາຊົນ.

ພາບ-ຂ່າວ: ຕິກແກ້ວ