ໃນວັນທີ 6 ເມສາ ນີ້, ຄະນະສະເພາະກິດ ຕ້ານ ແລະ ສະກັດກັ້ນ ການແຜ່ລະບາດເຊື້ອພະຍາດຈຸລະໂລກ ອັກເສບປອດ (ໂຄວິດ-19 ) ຂອງກະຊວງ ປກສ ລົງສຳຫຼວດ ແລະ ກວດກາສູນຝຶກອົບຮົມວິຊາສະເພາະ ກະຊວງປ້ອງກັນຄວາມສະຫງົບ ຕັ້ງຢູ່ບ້ານດົງຊຽງດີ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນບ່ອນກັກຕົວຕຳຫຼວດຜູ້ທີ່ຕິດເຊື້ອ ຫຼື ກັກບໍລິເວນພະນັກງານຕຳຫຼວດຜູ້ທີ່ມີຄວາມສ່ຽງຕິດເຊື້ອພະຍາດ ແລະ ເພື່ອກຽມຄວາມພ້ອມຮັບມືການແຜ່ລະບາດພະຍາດໃນກຳລັງປ້ອງກັນຄວາມສະຫງົບ.

ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຄະນະສະເພາະກິດຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງເຊື້ອພະຍາດຈຸລະໂລກ ອັກເສບປອດ (ໂຄວິດ-19) ຂອງກະຊວງ ປກສ ພ້ອມດ້ວຍຄະນະ ໃຫ້ຮູ້ວ່າ: ການສຳຫຼວດ ແລະ ກຽມຄວາມໃນການຮັບມືກັບຄວາມສຽງແຜ່ລະບາດຂອງພະຍາດໂຄວິດ-19 ໃນກໍາລັງປ້ອງກັນຄວາມສະຫງົບ ເພື່ອຮັບປະກັນໃຫ້ນາຍ ແລະ ພົນຕໍາຫຼວດ ຫຼື ຜູ້ມີຄວາມສ່ຽງຕິດເຊື້ອພະຍາດດັ່ງກ່າວ ໄດ້ມີສະຖານທີ່ກັກຕົວຕາມມາດຕະການຂອງລັດຖະບານ, ເຊິ່ງເປັນມາດຕະການໜຶ່ງທີ່ປ້ອງກັນການແພ່ລະບາດຂອງພະຍາດໂຄວິດ-19.

ສູນແຫ່ງນີ້ ປະກອບມີ 3 ອາຄານໃຫຍ່ 2 ຊັ້ນ ແຕ່ລະອາຄານມີສິ່ງອຳນວຍຄວາມສະດວກພື້ນຖານ ແລະ ສາມາດຮັບຮອງກຸ່ມສຽງໄດ້ 100 ກວ່າຄົນ ເປັນສະຖານປອດໂປ່ງ ອາກາດຖານເທ່ ແລະ ຫ່າງໄກຊຸມຊົນ, ມີຮ້ານອຫານ ນອກນີ້ ຍັງມີມາດຕະການເຂັ້ມງວດທຸກດ້ານ ຕໍ່ຜູ້ທີ່ຖືກກັກບໍລິເວນ ແລະ ເຈົ້າໜ້າທີ່ຮັກສາຄວາມປອດໄພ ເພື່ອຮັບປະກັນບໍ່ໃຫ້ການແຜ່ລະພາບຂອງພະຍາດເປັນວົງກວ້າງ.

ພາບ-ຂ່າວ: ຕິກແກ້ວ