ທ່ານ ຮສ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈຳການຄະ ນະສະເພາະກິດ ໄດ້ຖະແຫຼ່ງຂ່າວ ໃນວັນທີ 6 ເມສາ 2020 ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ສປປ ລາວ ກວດພົບຜູູ້ຕິດເຊື້ອພະຍາດໂຄວິດ -19 ເພີ່ມອີກ 1 ຄົນ, ເຮັດໃຫ້ມີຜູ້ຕິດເຊື້ອສະສົມຢູ່ທີ 12 ຄົນ; ກໍລະນີຕິດເຊື້ອຄົນທີ 12 ເປັນເພດຍິງ ອາຍຸ 20 ປີ ຢູ່ບ້ານນາໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ເຊິ່ງເປັນນັກສຶກສາທີ່ໄປຮຽນຢູ່ປະເທດອັງກິດ ແລ້ວເດີນທາງມາຮອດ ສປປ ລາວ ໃນວັນທີ 23 ມີນາ 202 ແລ້ວຄອບຄົວຂອງຜູ້ກ່ຽວ ກໍໄດ້ຮັບເອົາໄປກັກຕົວໄວ້ຢູ່ເຮືອນສວນຂອງຜູ້ກ່ຽວເອງ. ມາຮອດວັນທີ 5 ເດືອນເມສາ, ຜູ້ກ່ຽວມີອາການເຈັບຄໍ, ເຈັບຫົວ, ຫາຍໃຈຍາກ ແລ້ວໄດ້ປະສານຫາໜ່ວຍສະເພາະກິດຄວບຄຸມໂຄວິດ-19 ແລ້ວມາໂຮງໝໍມິດຕະພາບ ແລະ ໄດ້ເກັບເອົາຕົວຢ່າງໄປກວດ ແລ້ວຜົນປະກົດວ່າຜູ້ກ່ຽວຕິດເຊື້ອພະຍາດໂຄວິດ-19 ແລະ ກຳລັງປິ່ນປົວຢູ່ໂຮງໝໍມີດຕະພາບແລ້ວ.

ໂດຍມີປະຫວັດການເດີນທາງລະອຽດຄືດັ່ງນີ້:

  • ວັນທີ 22/3/2020 ເດີນທາງຈາກປະເທດອັງກິດ
  • ວັນທີ 23/3/2020 ເດີນທາງຮອດສະໜາມບິນວັດໄຕ ໂດຍຜ່ານສະໜາມບິນສຸວັນນະພູມ ດ້ວຍຖ້ຽວບິນ TG 574
  • ວັນທີ 24/3/2020 ເລີ່ມຈໍາກັດບໍລິເວນຕົນເອງຢູ່ເຮືອນສວນຂອງຜູ້ກ່ຽວ
  • ວັນທີ 5/4/2020 ເປັນມື້ທີ 13 ຜູ້ກ່ຽວເລີ່ມມີອາການເຈັບຄໍ, ເຈັບຫົວ, ຫາຍໃຈຍາກ ຈຶ່ງໄດ້ມາກວດຢູ່ໂຮງໝໍມິດຕະພາບ ແລະ ໄດ້ເກັບຕົວຢ່າງມາກວດ ແລະ ພົບວ່າ ຕິດເຊື້ອໂຄວິດ 19. ປັດຈຸບັນແມ່ນນອນປິ່ນປົວຢູ່ຫ້ອງແຍກປ່ຽວ ໂຮງໝໍມິດຕະພາບ.

ທ່ານ ຮສ ດຣ ພູທອນ ເມືອງປາກ ໃຫ້ຮູ້ອີກວ່າ: ໃນວັນທີ 5 ເມສາ 2020, ໄດ້ມີກໍລະນີສົງໄສ ແລະ ເກັບຕົວ ຢ່າງມາກວດ 17 ຄົນ ໄດ້ແກ່ນະຄອນຫຼວງວຽງຈັນ 12 ຄົນ: ຜູ້ສໍາຜັດໃກ້ຊິດ 4 ຄົນ, ກໍລະນີສົງໃສທີ່ພົບໃໝ່ 8 ຄົນ; ຕ່າງມີແຂວງ 5 ຄົນ ຄື: ແຂວງຫຼວງນໍ້າທາ 3 ຄົນ, ແຂວງບໍ່ແກ້ວ ແລະ ແຂວງໄຊສົມບູນ ແຂວງລະ 1 ຄົນ; ເຊິ່ງຕົວຢ່າງທີ່ເກັບທັງໝົດ 17 ຄົນ ພົບຜູ້ຕິດເຊື້ອ 1 ຄົນ ຄື: ກໍລະນີ 12 ນີ້; ມາຮອດປັດຈຸບັນເຮັດໃຫ້ ສປປ ລາວ ເຮົາມີຜູ້ຕິດ ເຊື້ອພະຍາດໂຄວິດ-19 ສະສົມຢູ່ທັງໝົດ 12 ກໍລະນີ ໂດຍແບ່ງອອກເປັນ 5 ກຸ່ມ (ພະນັກ ງານໂຮງແຮມ, ພະນັກງານນຳທ່ຽວ, ຊ່າງເສີມສວຍ, ພະນັກງານພູເບັ້ຍມາຍນິງ ແລະ ນັກສຶກສາຈາກອັງກິດ).

ພາບ-ຂ່າວ: ຄຳໂຖ