ກອງປະຊຸມສ່ອງແສງລາຍງານຕໍ່ຄະນະເລຂາທິການສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 7 ເມສາ 2020 ທີ່ຫ້ອງວ່າການສູນກາງພັກ, ເປັນປະທານໂດຍ ສະຫາຍ ພັນຄໍາ ວິພາວັນ ຮອງປະທານປະເທດ, ມີຄະນະລັດຖະບານ, ອົງການຈັດຕັ້ງຂັ້ນສູນກາງ, ບັນດາແຂວງ-ນະຄອນຫຼວງເຈົ້າຮ່ວມ ໂດຍປະຊຸມຜ່ານລະບົບ Video Conference.

ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລືກ່ຽວກັບການແຜ່ລະບາດ, ການປ້ອງກັນ, ຄວບຄຸມ ແລະ ກະກຽມຄວາມພ້ອມກັບພະຍາດ ໂຄວິດ-19, ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ, ແລະ ບັນຫາຕ່າງໆທີ່ລັດຖະບານ, ແຂວງ-ນະຄອນຫຼວງ ແລະ ອົງການຈັດຕັ້ງຂັ້ນສູນກາງ ສະເໜີຕໍ່ຄະນະເລຂາທິການສູນກາງພັກໄດ້ຮັບຊາບ ແລະ ມີທິດແກ້ໄຂ.

ກອງປະຊຸມການສ່ອງແສງລາຍງານຕໍ່ຄະນະເລຂາທິການສູນກາງພັກຄັ້ງນີ້, ຖືເປັນກອງປະຊຸມຄັ້ງທຳອິດທີ່ປະຊຸມຜ່ານ Video Conference ເພື່ອກະກຽມຄວາມພ້ອມໃນກໍລະນີເກີດເຫດສຸກເສີນ, ເຊິ່ງອາດຈະເກີດຂຶ້ນໄດ້ໃນອະນາຄົດ ພ້ອມທັງເປັນບາດກ້າວໃໝ່ຂອງລະບົບກອງປະຊຸມຂອງ ສ ປປ ລາວ.

ພາບ-ຂ່າວ: ຄຳໂຖ