ວັນທີ 1  ເມສາ  2020, ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນ ໄຫວ ແລະ ຕິດຕາມ ການສະກັດກັ້ນ,  ຄວບຄຸມ ແລະ ການກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ 19 ຢູ່ເມືອງເງິນ.

ທ່ານ ສີທະນົນໄຊ ທອງເທພາ ຮອງເຈົ້າເມືອງ ເມືອງເງິນ ປະທານສະເພາະກິດ ຕ້ານ ແລະ ສະກັດກັ່ນ ໂຄວິດ 19 ຂັ້ນເມືອງ ໄດ້ລາຍງານການຈັດຕັ້ງປະຕິບັດກ່ຽວກັບມາດຕະການ ແລະ ຄວບຄຸມການຕິດເຊື້ອ ພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ຢູ່ເມືອງເງິນໃຫ້ຮູບວ່າ: ສໍາລັບການເດີນທາງເຂົ້າຂອງພົນລະເມືອງ ຜ່ານດ່ານສາກົນນໍ້າເງິນ ເມືອງເງິນ ແລະ ມາຈາກຕ່າງແຂວງ ໃນລະຫວ່າງວັນທີ 26-31 ມີນາ 2020  ມີທັງໝົດ 454 ຄົນ, ຍິງ 73 ຄົນໃນນີ້: ມາແຕ່ປະເທດໄທຈໍານວນ 377 ຄົນ, ຍິງ 53 ຄົນ ແລະ ມາ ຈາກຕ່າງແຂວງພາຍໃນປະເທດຈຳນວນ 77 ຄົນ, ຍິງ 20 ຄົນ ເຊີ່ງການຕັ້ງສູນເພື່ອກັກກັນບໍລິເວນ ພາຍໃນເມືອງມີທັງໝົດ 7 ສູນ ຄື:

ສູນໂຮງໝໍເມືອງຫຼັງເກົ່າ ມີ 7 ບ້ານເທດສະບານ, ມີຈໍານວນຄົນເຂົ້າສູນ 42 ຄົນ, ຍິງ 11 ຄົນ. (ປະກອບມີ 6 ຈຸດກັກກັນໃນເທດສະບານເມືອງ); ສູນໂຮງໝໍນ້ອຍຫ້ວຍເຜິ້ງ ມີຈໍານວນຄົນເຂົ້າສູນ 26 ຄົນ, ຍິງ 15 ຄົນ; ສູນໂຮງໝໍນ້ອຍບ້ານທອງ ມີຈໍານວນຄົນເຂົ້າສູນ 36 ຄົນ, ຍິງ 13 ຄົນ; ສູນໂຮງໝໍນ້ອຍຜາແດງ ມີຈໍານວນຄົນເຂົ້າສູນ 12 ຄົນ ຍິງ 7 ຄົນ; ສູນໂຮງໝໍນ້ອຍຫ້ວຍເງີຍ ມີຈໍານວນຄົນເຂົ້າສູນ 12 ຄົນ, ຍິງ 08 ຄົນ; ສູນໂຮງໝໍນ້ອຍປາງບົງ, ມີຈໍານວນຄົນເຂົ້າສູນ 11 ຄົນ, ຍິງ 4 ຄົນ ແລະ ສູນໂຮງໝໍນ້ອຍນາຍາງຄໍາ, ຍັງບໍ່ມີຜູ່ເດີ່ນທາງເຂົ້າສູນມາຮອດປັນຈຸບັນຄົນທີ່ເດີ່ນທາງເຂົ້າເມືອງເງິນມີ 235 ຄົນ, ຍິງ 93 ຄົນ, ເຂົ້າສູນແລ້ວ 147 ຄົນ, ຍິງ 58 ຄົນ; ກັກກັນບໍລິເວນຢູ່ບ້ານ 88  ຄົນ, ຍິງ 35 ຄົນ ແລະ ຈໍານວນຜູ້ເຂົ້າສູນຄົບ 14 ວັນ ມີ 4 ຄົນຍິງ 1 ຄົນ ສໍາລັບບຸກຄົນເຂົ້າສູນຄົບຕາມເວລາທີ່ກໍານົດໄວ້ແລ້ວ ແພດອອກໃບຢັ້ງຢືນດ້ານສຸຂະ ພາບ ແລະ ໃຫ້ຄໍາແນະນໍາໄປປະຕິບັດຕົວຢູ່ບ້ານເພື່ອຕິດຕາມເຝົ້າລະວັງຕໍ່ໄປ ເຊີ່ງຜ່ານມາມີບຸກຄົນເຂົ້າຕິດຕາມຢູ່ໂຮງໝໍເມືອງ 4 ກໍລະນີ, ສົ່ງຕົວຢ່າງໄປກວດ 02 ກໍລະນີ ຜົນກວດເປັນລົບ 2 ກໍລະນີ, ພວມຕິດຕາມຢູ່ສູນບ້ານ 1 ກໍລະນີ, ຍັງສືບຕໍ່ຕິດຕາມຢູ່ໂຮງໝໍ 1 ກໍລະນີ.

ໂອກາດດັ່ງກ່າວ, ທີມງານສາທາລນະສຸກແຂວງໄຊຍະບູລີ ຍັງໄດ້ມອບອຸປະກອນການແພດໃຫ້ຫ້ອງການສາທາລະນະສຸກເມືອງເງິນ ເປັນຕົ້ນ ແມ່ນເຄື່ອງວັດແທກອຸ່ນຫະພູມ ດີຈິຕອນ ຈຳນວນ 5 ເຄື່ອງ ແລະ ເຄື່ອງມືການແພດທີ່ຈຳເປັນ ຈຳນວນ 10 ກວ່າລາຍການ ລວມມູນຄ່າ 8 ລ້ານກວ່າກີບ.

ໂດຍ: ອິນແປງ ແຫວນຄຳ