ພະແນກຕໍາຫຼວດປ້ອງກັນເສດຖະກິດ ປກສ ນະຄອນຫຼວງວຽງຈັນ ໄດ້ຢຶດສິນຄ້າປະເພດຜ້າອັດປາກ-ດັງ ຈໍານວນ 50 ແກັດ ທີ່ລັກລອບນໍາເຂົ້າມາຈາກ ສສ ຫວຽດນາມ ພ້ອມທັງກັກຕົວຜູ້ຖືກຫາ 2 ຄົນ ໃນວັນທີ 28 ມີນາ 2020.

ພັທ ສຸລິວັນ ລາດຊະວົງ ຫົວໜ້າຫ້ອງຕຳຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ  ໃຫ້ສໍາພາດຕໍ່ນັກຂ່າວ ປກສ ໃນວັນທີ 3 ເມສາ 2020 ວ່າ: ຜູ້ຖືກຫາຊື່ ທ້າວ ຮ່ວງວັນຕວັນ (ເຈົ້າຂອງສິນຄ້າ) ອາຍຸ 33 ປີ ສັນຊາດຫວຽດນາມ ພັກເຊົາຢູ່ບ້ານທົ່ງຕູມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍຜູ້ກ່ຽວໄດ້ລັກລອບນໍາເຂົ້າຜ່ານດ່ານສາກົນນໍ້າພາວ(ຫຼັກ20) ເມືອງຄໍາເກີດ ແຂວງບໍລິຄໍາໄຊ.

ທ້າວ ຮ່ວງວັນຕວັນ ສາລະພາບວ່າ: ໃນວັນທີ 20 ມີນາ 2020 ໄດ້ສັ່ງຊື້ເຄື່ອງປະເພດຜ້າອັດປາກ-ດັງ ຍີ່ຫໍ້ ກວັກບາວ ຈໍານວນ 80 ແກັດ ໃນລາຄາ 8.000 ກີບຕໍ່ກັບ ລວມເປັນເງິນທັງໝົດ 32.000.000 ກີບ ຢູ່ປະເທດຫວຽດນາມ ໃນນັ້ນ, ໄດ້ນໍາເຂົ້າມາ ສປປ ລາວ ຈໍານວນ 50 ແກັດ ສ່ວນອີກ 30 ແກັດ ແມ່ນໄດ້ຂາຍຢູ່ພາຍໃນປະເທດຫວຽດນາມແລ້ວ  ໂດຍນໍາໃຊ້ລົດບັນທຸກໃສ່ລົດຕູ້ຄອນເທນເນີ້ ແຕ່ບໍ່ຈື່ໝາຍເລກທະບຽນ ໄດ້ຈ້າງຂົນສົ່ງ ລາຄາ 400.000 ກີບ ຕໍ່ແກັດ ລວມທັງໝົດ 20.000.000 ກີບ ນໍາເຂົ້າຜ່ານທາງດ່ານສານກົນນໍ້າພາວ (ຫຼັກ 20) ເຊິ່ງຜູ້ກ່ຽວບໍ່ໄດ້ນໍາສິນຄ້າທັງໝົດໄປແຈ້ງພາກສ່ວນກ່ຽວຂ້ອງເລີຍ. ພາຍຫຼັງນຳເຂົ້າມາຮອດເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຈ້າງ ທ້າວ ຕວນ ເອົາລົດຮຸນໃດ ສີຂາວ ໝາຍເລກທະບຽນ ກຈ 6298 ໄປບັນທຸກເອົາຜ້າອັດປາກ-ດັງ ຈໍານວນ 50 ແກັດ ແລ້ວນຳມາຈຳໜ່າຍຜ່ານອອນລາຍຢູ່ນະຄອນຫຼວງວຽງຈັນ ໃນລາຄາ 140.000 ກີບ ຕໍ່ກັບ  ໂດຍໃຫ້ຄ່າຈ້າງແກ່ ລາຄາ 700.000 ກີບ.

 ປັດຈຸບັນ, ທ້າວ ຮ່ວງວັນຕວັນ ແລະ ທ້າວ ຕວນ ແມ່ນຖືກເຈົ້າໜ້າທີ່ກັກຕົວ ເພື່ອດໍາເນີນຄະດີຕາມກົດໝາຍ ສ່ວນຂອງກາງແມ່ນຈະໄດ້ນໍາໄປທໍາລາຍຖິ້ມ ເນື່ອງຈາກວ່າຜ້າອັດປາກ-ດັງ ຈໍານວນດັ່ງກ່າວ ແມ່ນລັກລອບນໍາເຂົ້າ ໂດຍບໍ່ຖືກຕ້ອງກັບລະບຽບກົດໝາຍຂອງ ສປປ ລາວ.