ທີມແພດ ປກສ ແຂວງຜົ້ງສາລີ ພົ່ນຢາຂ້າເຊື້ອຢູ່ສໍານັກງານ

0
1109

ໃນວັນທີ 4-5 ເມສາ 2020, ພັທ ໄຊພູມ ແກ້ວສຸວັນ ຫົວໜ້າພະແນກເສນາຮັກ ຫ້ອງພະລາທິການ ກອງບັນຊາການ ປກສ ແຂວງຜົ້ງສາລີ ພ້ອມດ້ວຍທີມງານວິຊາການນໍາເອົາລົດ ແລະ ອຸປະກອນ ລົງເຄື່ອນໄຫວພົ່ນຢາຂ້າເຊື້ອຢູ່ສໍານັກກອງບັນຊາການ ປກສ ແຂວງ, ປກສ ເມືອງຜົ້ງສາລີ, ກອງພັນປ້ອງກັນເຄື່ອນທີ່ ແລະ ຄ້າຍຄຸມຂັງ-ດັດສ້າງຫຼັກ 46 ປກສ ເມືອງບຸນເໜືອ.

ໂດຍທີມງານວິຊາການໄດ້ພົ່ນຢາຂ້າເຊື້ອຢູ່ອ້ອມຂ້າງສໍານັກງານ, ຫ້ອງການ, ປະຕູເຂົ້າຫ້ອງການ, ບ່ອນຈອດລົດ, ຕາມລະບຽງຫ້ອງການ, ​ພາຍໃນຫ້ອງເຮັດວຽກ, ສ່າງເກັບເຄື່ອງ, ຕາມທາງຢ່າງ, ຂັ້ນໄດ, ສະໂມສອນ ແລະ ຫ້ອງປະຊຸມ.

ນອກນັ້ນ, ຍັງໄດ້ພົ່ນຢ່າຂ້າເຊື້ອອ້ອມຂ້າງຄ້າຍຄຸມຂັງ-ດັດສ້າງ ນັບທັງປະຕູເຂົ້າຫ້ອງຂັງ, ປ້ອມຍາມທຸກປ້ອມ,​ ເຮືອນຄົວ ແລະ ຫ້ອງນອນຂອງນັດໂທດ, ຕ້ອງຫາ-ດັດສ້າງ, ພ້ອມນີ້ຍັງໄດ້ພົ່ນຢາຂ້າເຊື້ອຢູ່ຫໍພັກພະນັກງານໂສດນໍາອິກ. ທັງນີ້ກໍເພື່ອເຮັດໃຫ້ນາຍ ແລະ ພົນຕໍາຫຼວດ, ສະຖານທີ່ສໍານັກງານຫ້ອງການ ແລະ ນັກໂທດ, ຕ້ອງຫາ-ດັດສ້າງ ປ້ອງກັນ ແລະ ຕ້ານເຊື້ອພະຍາດອັກເສບປອດສາຍພັນໃໝ່ ຫຼື COVID 19.