ໃນວັນທີ 27 ມີນາ ທີ່ຜ່ານມາ, ເຈົ້າໜ້າປະຈຳປ້ອມກວດກາກີວລົມ ໄດ້ກວດກາພົບເຫັນຢາສູບຈຳນວນ 20 ແກັດ ທີ່ຊຸກເຊື່ອງມາກັບສິນຄ້າອື່ນຢູ່ທ້າຍລົດກະບະ 6 ລໍ້ແດຮັນ ທະບຽນ ບຄ 0277 ກຳແພງນະຄອນ ຂັບຂີ່ໂດຍທ້າວ ໂຫຈັນ ອາຍຸ 30 ປີ ອາຊີບຄ້າຂາຍ ຢູ່ບ້ານກຸ່ມ ເມືອງສິງ ແຂວງຫຼວງນ້ຳທາ.

ຜ່ານການສືບສວນເບື້ອງຕົ້ນ, ຜູ້ກ່ຽວໄດ້ຮັບສາລະພາບວ່າ ຢາສູບ ຫາວຫົງ ຈຳນວນ 20 ແກັດ ມູນຄ່າ 12 ລ້ານກີບ ແມ່ນໄດ້ຊື້ນຳຄົນຫວຽດນາມ ຢູ່ເຂດບ້ານຖິ່ນ ເມືອງໄຊ ແຂວງອຸດົມໄຊ ແລ້ວຈະໄປຂາຍຕໍ່ ແລະ ສົ່ງໃຫ້ແມ່ຄ້າ-ພໍ່ຄ້າ ລາຍຍ່ອຍຢູ່ເມືອງສິງ ແຕ່ກໍຖືກເຈົ້າໜ້າທີກັກໄດ້ກ່ອນ.

ພັຕ ຄຳມະນີ ສີແສງພວງ ໃຫ້ຮູ້ວ່າ ການຊື້-ຂາຍ ແລະ ຂົນສົ່ງຢາສູບຂອງ ທ້າວ ໂຫຈັນ ແມ່ນຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ ໃນມາດຕາ 284 ວ່າດ້ວຍການນ້ຳເຂົ້າ-ສົ່ງອອກ ສິນຄ້າໂດຍບໍ່ຖືກຕ້ອງ ແລະ ເປັນການສົ່ງເສີມໃຫ້ຊາວໜຸ່ມ, ເຍົາວະຊົນຕິດຢາສູບ. ປັດຈຸບັນ, ທາງເຈົ້າໜ້າທີໄດ້ຢຶດຢາສູບຈຳນວນ 20 ແກັດ ໄວ້ເພື່ອທຳລາຍຖິ້ມ. ພ້ອມທັງກັກພະຫະນະ ແລະ ສ້າງບົດບັນທຶກສຶກສາອົບຮົມກ່າວເຕືອນ ແລະ ປັບໄໝຕາມລະບຽບກົດໝາຍ.

ພາບ-ຂ່າວ: ພັຕ ຄຳຫຼ້າ ໃຈຍະວົງ