ໃນວັນທີ 3 ເມສາ ທີ່ຜ່ານມານີ້, ຢູ່ທີ່ດ່ານສາກົນຊາຍແດນລາວບາວ ກອງບັນຊາການ ຕຳຫຼວດແຂວງກວາງບິ່ງ ສສ ຫວຽດນາມ ໄດ້ນໍາເອົາອຸປະກອນການແພດ ມາມອບໃຫ້ກອງບັນຊາການ ປກສ ແຂວງສະຫວັນນະເຂດ ສປປ ລາວ, ປະກອບມີ ຜ້າອັດປາກ ຈໍນວນ 3.000  ແຜ່ນ, ເຈວລ້າງມື້ ຈຳນວນ 18 ກ່ອງ, ເຄື່ອງວັດແທກອຸນ ຫະພູມ 2 ເຄື່ອງ, ເຄື່ອງພົ່ນຢາຂ້າເຊື້ອພະຍາດ 1 ເຄື່ອງ ແລະ ຢາCloramin B 10 ຖົງເທົ່າກັກ 10 ກິໂລກຼາມ, ໂດຍການກ່າວມອບ ພັອ ເຈີ່ນ ຫ້າຍກວນ ຫົວໜ້າກອງບັນຊາການຕຳຫຼວດແຂວງກວາງບິ່ງ, ກ່າວຮັບໂດຍ ພັທ ສັງທອງ ສີປະເສີດ ຮອງຫົວໜ້າກອງບັນຊາການປກສແຂວງສະຫວັນນະເຂດ

ພັທ ສັງທອງ ສີປະເສີດ ໄດ້ກ່າວຂອບໃຈມາຍັງ ທາງກອງບັນຊາການຕຳຫຼວດແຂວງກວາງບິ່ງ, ທີ່ໄດ້ເປັນຫ່ວງເປັນໄຍ ແລະ ເຫັນໄດ້ເຖິງຄວາມສຳຄັນໃນການປະຕິບັດໜ້າທີ່ວຽກງານ, ເຊິ່ງ ເຄື່ອງຈໍານວນດັ່ງກ່າວແມ່ນຈະໄດ້ນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານປ້ອງກັນຕ້ານ, ສະກັດກັ້ນຕໍ່ພະຍາດໂຄວິດ-19 ແລະ ຈະໄດ້ນໍາໄປມອບໃຫ້ບັນດາຫ້ອງອ້ອມຂ້າງ ແລະ ພະນັກງານ-ນັກຮົບທົ່ວແຂວງສະຫວັນນະເຂດ. ພາບ: ຂ່າວ ບອນຄຳ