3 ບໍລິສັດການຢາ ມອບເຄື່ອງຊ່ວຍເຫຼືອຕ້ານພະຍາດໂຄວິດ-19

0
1523

ໃນວັນທີ 8 ເມສານີ້, ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ຮັບເຄື່ອງຊ່ວຍເຫຼືອຈາກກຸ່ມບໍລິສັດ ໃສສະອາດການຢາ, ບໍລິສັດ ວຽງທອງການຢາ ແລະ ບໍລິສັດ ດີແອັນເຄການຢາ ລວມມູນຄ່າທັງໝົດ 235.000.000 ກີບ ເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19, ໂດຍມີ ພົຈວ ໝູດີ ມີໄຊຍະລາດ ຫົວໜ້າກົມໃຫຍ່ພະລາທິການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າ ຮ່ວມ.

ພົຈວ ໝູດີ ມີໄຊຍະລາດ ຫົວໜ້າກົມໃຫຍ່ພະລາທິການ (ຂວາ)

ທ່ານ ສີຫາມະໂນ ບັນນາວົງ ຜູ້ບໍລິຫານສູງສຸດກຸ່ມບໍລິສັດການຢາ ກ່າວວ່າ: ເຄື່ອງທີ່ນຳມາມອບຄັ້ງນີ້ ປະກອບມີ: ເຄື່ອງດູດຂີ້ສະເຫຼດ 1 ຊຸດ, ຕົວລ້າງເຄື່ອງກວດຄໍໜຽງ 2 ຊຸດ, ເຄື່ອງແທກຫົວໃຈ 1 ຊຸດ ລວມມູນຄ່າທັງ ໝົດ 235.000.000 ກີບ, ເພື່ອປະກອບສ່ວນເຂົ້າໃນວຽກງານຕ້ານການແພ່ລະບາດຂອງພະຍາດໂຄວິດ-19.

ໃນຕອນທ້າຍ, ຫົວໜ້າກົມໃຫຍ່ພະລາທິການ ໄດ້ແດງຄວາມຂອບໃຈ ແລະ ຊົມເຊີຍມາຍັງກຸ່ມບໍລິສັດການຢາທີ່ເຫັນໄດ້ເຖິງຄວາມສຳຄັນຂອງການຕ້ານ ແລະ ສະກັດກັ້ນພະຍາດດັ່ງກ່າວ. ຈາກນັ້ນ, ໄດ້ມີການມອບໃບກຽດຕິຄຸນໃຫ້ກັບກຸ່ມບໍລິສັດດັ່ງກ່າວ.

ຂ່າວໃຫ້ຮູ້ອີກວ່າ ໃນວັນດຽວກັນນີ້, ຄະນະຊາວໜຸ່ມປະຊາຊົນ ປະຕິບັດລາວ ໄດ້ມອບວັດຖຸອຸປະກອບທີ່ຈຳ ເປັນໃນການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ໃຫ້ກັບຄະນະສະເພາະກິດຂອງກຳລັງປ້ອງກັນຄວາມສະຫງົບ, ເຊິ່ງປະກອບມີ: ແພອັດປາກ 4.000 ອັນ, ນໍ້າຢາຂ້າເຊື້ອ 1 ຕຸກ, ນໍ້າຢາລ້າງມື 30 ຕຸກ, ນໍ້າຢາລ້າງມືຕຸກກາງ 2 ຕຸກ ລວມມູນຄ່າທັງໝົດ 13.700.000 ກີບ. ກ່າວມອບໂດຍ ທ່ານ ອາລຸນໄຊ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິບັດລາວ ແລະ ກ່າວຮັບໂດຍ ພັອ ຈູມມະນີ ວົງມະນີຮອງຫົວໜ້າກົມໃຫຍ່ສັນຕິບານ ຄະນະສະເພາະກິດຕ້ານການແພ່ລະບາດພະຍາດໂຄວິດ-19 ກະຊວງປ້ອງກັນຄວາມສະຫງົບ.