ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີກະຊວງ ປກສ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານ ເພື່ອຕ້ານ ແລະ ສະກັດກັ້ນກັບເຊື້ອພະຍາດໂຄວິດ-19 ຢູ່ຄ້າຍຄຸມຂັງຕານປ່ຽວ ໃນວັນທີ 8 ເມສາ 2020, ໂດຍມີ ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ, ມີຄະນະຄ້າຍ, ການແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

ພົຈວ ສົມລິດ ດາວຮຸ່ງສຸລິ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບຄໍາສັ່ງຂອງຂັ້ນເທິງ ກ່ຽວກັບການຕ້ານການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19; ກົມຕໍາຫຼວດຄຸມຂັງດັດສ້າງ ໄດ້ກໍໄດ້ຈັດຕັ້ງຜັນຂະຫຍາຍໃນຂອບເຂດທົ່ວປະເທດ ໂດຍສະເພາະແມ່ນ ໄດ້ມີໜັງສືແຈ້ງໃຫ້ບັນດາຄຸມຂັງໃນຂອບເຂດທົ່ວປະເທດ ໃນການເອົາໃຈໃສ່ສະກັດກັ້ນ ແລະ ຕ້ານກັບເຊື້ອພະຍາດດັ່ງກ່າວເຂົ້າໃນຂົງເຂດວຽກງານຄຸມຂັງ-ດັດສ້າງ; ໃນນັ້ນ ໄດ້ສຸມໃສ່ສຶກສາສາອົບຮົມ ແລະ ຄຸ້ມຄອງພະນັກງານ-ນັກຮົບ ໃຫ້ຍົົກສູງສະຕິລະວັງຕົວ, ຮູ້ປ້ອງກັນຕົນເອງ, ປ້ອງກັນລູກຫຼານ ແລະ ຄອບຄົວຕົວເອງ ໂດຍສະເພາະແມ່ນຄຸ້ມຄອງການໄປ-ມາຂອງພະນັກງານ-ນັກຮົບ; ດ້ານການຄຸ້ມຄອງນັກໂທດ ແມ່ນໄດ້ມີການຢຸດເຊົາຊົ່ວຄາວໃນການຢ້ຽມຍາດພີ່ນ້ອງຂອງນັກໂທດ.

ປັດຈຸດບັນແມ່ນໃຫ້ຢຸດຮັບເຄື່ອງຝາກໃຫ້ນັກໂທດຊົ່ວຄາວ; ພ້ອມນີ້, ຍັງໄດ້ກະກຽມສະຖານທີ່ເປັນອາຄານສະເພາະ ສໍາລັບຮອງຮັບໃນກໍລະນີທີ່ມີນັກໂທດ, ຜູ້ຖືກຫາ-ຜູ້ຖືກດັດສ້າງຕິດເຊື້ອພະຍາດ; ໄດ້ມີການກຽມຄວາມພ້ອມກ່ຽວກັບການແກ້ໄຂຊີວິດການເປັນຢູ່ ເປັນຕົ້ນແມ່ນ ເຂົ້າ, ພືດຜັກ ແລະ ກະກຽມສະຖານສະຖານ ທີ່ປູກຝັງ-ລ້ຽງສັດອີກຈໍານວນໜຶ່ງ ເພື່ອເປັນການຮອງຮັບສະເພາະໜ້າ ແລະ ຍາວນານ; ຄຽງຄູ່ກັນນີ້, ທາງຄະ ນະກົມ ກໍໄດ້ມີການປະສານສົມທົບກັບຄະນະກໍາມະການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໃນລະດັບກົມ, ກະຊວງ ກໍຄືລະດັບຊາດ ເພື່ອຖອດຖອນແລກປ່ຽນບົດຮຽນ ໃນການຕ້ານ ແລະ ສະກັດກັ້ນເຊື້ອພະຍາດດັ່ງກ່າວ ເພື່ອເຮັດໃຫ້ຄ້າຍມີຄວາມປອດໄພຕໍ່ກັບເຊື້ອພະຍາດ.

ພົຕ ປອ ສົມຫວັງ ທໍາມະສິດ ໄດ້ໃຫ້ທິດຊີ້ນໍາຕໍ່ພະນັກງານແຕ່ລະຂັ້ນ ຈົ່ງພ້ອມກັນເອົາໃຈໃສ່ສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ໃຫ້ດີທີ່ສຸດ ຕາມຄໍາສັ່ງເລກທີ 06 ຂອງນາຍົກລັດຖະມົນຕີ  ແລະ ຄໍາແນະນໍາເລກທີ 727 ຂອງລັດຖະມົນຕີກະຊວງ ປກສ; ຄຽງຄູ່ກັນນີ້ ຕ້ອງໄດ້ກໍາແໜ້ນສະພາບການຢູ່ການກິນ ແລະ ການເຄືອນໄຫວຂອງນົກໂທດ-ຕ້ອງຫາ ເພື່ອບໍ່ໃຫ້ເກີດສະພາບຄວາມບໍ່ສະຫງົບຢູ່ພາຍໃນຄ້າຍ.